ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີໄນຈີເຣຍ ຮຽກຮ້ອງໃຫ້ຢຸດຕິ ການກໍ່ຄວາມຮຸນແຮງ


ຄະນະລັດຖະບານຂອງທ່ານ ສະແດງຄວາມຍິນດີ ຕໍ່ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan (ກາງ) ພ້ອມຄູ່ຮ່ວມສະມັກຂອງທ່ານ ຄືທ່ານ Arc Namadi Sambo (ຫຼັງ) ຫຼັງຈາກຖືກປະກາດ ໃຫ້ເປັນ ຜູ້ຊະນະການເລືອກຕັ້ງປະທານາທິບໍດີ ທີ່ນະຄອນຫຼວງອາບູຈາ (18 ເມສາ 2011)
ຄະນະລັດຖະບານຂອງທ່ານ ສະແດງຄວາມຍິນດີ ຕໍ່ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan (ກາງ) ພ້ອມຄູ່ຮ່ວມສະມັກຂອງທ່ານ ຄືທ່ານ Arc Namadi Sambo (ຫຼັງ) ຫຼັງຈາກຖືກປະກາດ ໃຫ້ເປັນ ຜູ້ຊະນະການເລືອກຕັ້ງປະທານາທິບໍດີ ທີ່ນະຄອນຫຼວງອາບູຈາ (18 ເມສາ 2011)

ປະທານາທິບໍດີໄນຈີເຣຍທ່ານ Goodluck Jonathan
ຮຽກຮ້ອງໃຫ້ຍຸດຕິການກໍ່ຄວາມຮຸນແຮງ ຢູ່ໃນເຂດພາກ
ເໜືອຂອງປະເທດທີ່ປະຊາຊົນສ່ວນໃຫຍ່ນັບຖືສາສະໜາ
ອິສລາມ ລຸນຫຼັງທີ່ທ່ານໄດ້ຮັບໄຊຊະນະ ໃນການເລືອກ
ຕັ້ງປະທານາທິບໍດີຂອງປະເທດ.

ໃນຄຳປາໄສໃນແລງວັນຈັນວານນີ້ທ່ານ Jonathan ໄດ້
ຮຽກຮ້ອງໃຫ້ມີຄວາມສາມັກຄີແຫ່ງຊາດແລະກ່າວວ່າ ບໍ່
ມີຄວາມໄຝ່ຝັນທະເຍີທະຍານທາງດ້ານການເມືອງ ຂອງ
ຜູ້ໃດກໍຕາມມີຄ່າສູງກວ່າເລືອດຂອງຊາວໄນຈີເຣຍ.

ສະພາກາແດງກ່າວວ່າ ມີຫຼາຍໆຄົນເສຍຊີວິດແລະຫຼາຍ
ພັນຄົນບໍ່ມີບ່ອນພັກພາອາໄສໃນວັນຈັນວານນີ້ ຂະນະທີ່
ການກໍ່ຈະລາຈົນໄດ້ລະເບີດຂຶ້ນໃນພາກເໜືອຂອງປະເທດ
ເພື່ອປະທ້ວງຜົນການເລືອກຕັ້ງ.

ພວກສະໜັບສະໜຸນພັກຝ່າຍຄ້ານກ່າວອ້າງວ່າການປ່ອນບັດໄດ້ມີການສໍ້ໂກງຄະແນນສຽງ ແລະພວກເຂົາໄດ້ຈູດໄຟເຜົາເຮືອນຊານບ້ານຊ່ອງ ຈູດຢາງຕີນລົດ ແລະແກວ່ງກ້ອນຫີນເຂົ້າ
ໃສ່ຕຳຫຼວດ.

ພວກເຈົ້າໜ້າທີ່ກ່າວວ່າ ທ່ານ Jonathan ໄດ້ຮັບຄະແນນສຽງຫຼາຍກວ່າ 22 ລ້ານສຽງໃນ
ການປ່ອນບັດໃນມື້ວັນເສົາແລ້ວ ເກືອບເປັນ 2 ເທົ່າທີ່ຄູ່ແຂ່ງ ຄົນສຳຄັນຂອງທ່ານຄືອະດີດ ນາຍທະຫານທີ່ປົກຄອງປະເທດທ່ານ Muhammadu Buhari ທີ່ໄດ້ຮັບທັງໝົດ ປະມານ
12 ລ້ານສຽງ.

ທ່ານ Jonathan ໄດ້ຮັບການສະໜັບສະໜຸນຫຼາຍພໍ ທີ່ຈະຫຼີກລ້ຽງບໍ່ໃຫ້ມີການເລືອກຕັ້ງ
ຮອບສອງ ໂດຍໄດ້ຮັບຄະແນນສຽງທັງໝົດ 57%.

ບໍ່ມີພັກຝ່າຍຄ້ານພັກໃດ ລົງນາມຮັບຮູ້ຜົນການເລືອກຕັ້ງຂັ້ນສຸດທ້າຍ ແລະພັກການເມືອງ
ຂອງທ່ານ Buhari ໄດ້ຍື່ນຄຳຮ້ອງທ້າທາຍຢ່າງເປັນທາງການແລ້ວ.

ຜູ້ຄົນເປັນຈຳນວນຫຼວງຫຼາຍໃນເຂດພາກເໜືອຂອງປະເທດທີ່ນັບຖືສາສະໜາອິສລາມເປັນ
ສ່ວນໃຫຍ່ນັ້ນ ໃຫ້ການສະໜັບສະໜຸນ ຕໍ່ທ່ານ Buhari ທີ່ເປັນມຸສລິມ. ປະທານາທິບໍດີ
Jonathan ທີ່ນັບຖືສາສະໜາຄຣິສຕ໌ໄດ້ຮັບຄະແນນສຽງຢ່າງຫຼວງຫຼາຍຈາກເຂດພາກໃຕ້
ຂອງປະເທດທີ່ປະຊາຊົນສ່ວນໃຫຍ່ນັບຖືສາສະໜາຄຣິສຕ໌ນັ້ນ.

XS
SM
MD
LG