ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ໄນຈີເຣຍ ເຫັນພ້ອມ ກັບໄຊຊະນະ ຂອງປະທານາທິບໍດີ Goodluck


ແຜນທີ່ປະເທດໄນຈີເຣຍ ທະວີບອາຟຣິກາ
ແຜນທີ່ປະເທດໄນຈີເຣຍ ທະວີບອາຟຣິກາ

ສານ​ສູງ​ສຸດ​ໄນ​ຈີ​ເຣຍ ​ໄດ້ຕັດສິນ​ເຫັນ​ພ້ອມ ​ກັບ​ການ​ໄດ້​ຮັບໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​
ຂອງປະທາ​ນາ​ທິບໍດີ Jonathan Goodluck ​ເມື່ອ​ເດືອນ​ເມສາ​ຜ່ານ​ມາ​ນີ້ ​ໂດຍບໍ່​ຮັບ​ຮູ້
ການ​ທ້າ​ທາຍ​ໃດໆຂອງ​ພັກ​ຝ່າ​ຍຄ້ານ ທີ່​ອ້າງວ່າການ​ລົງ​ຄະ​ແນນສຽງ ແມ່ນ​ເຕັມ​ໄປ​ດ້ວຍ
ຄວາມ​ບໍ່​ເປັນ​ລະ​ບຽບລຽບ​ລ້ອຍ

ສານ​ສູງ​ສຸດ​ໄດ້​ປະກາດ​ຄໍາ​ຕັດສິນ​ຂອງ​ຕົນ​ເມື່ອ​ວັນ​ພຸດ​ວານ​ນີ້ ​ເປັນ​ເວລາເກືອບ​ສອງ​ເດືອນ
ຫລັງ​ຈາກ​ສານ​ຂັ້ນຕໍ່າ​ຍົກ​ເລີກ​ຄໍາ​ຮ້ອງ​ຮຽນ​ເພື່ອ​ເລີກ​ລົ້ມການ​ເລືອກ​ຕັ້ງ​ທີ່​ຍື່ນ​ໂດຍ​ພັກ
ຝ່າຍ​ຄ້ານຄອງ​ແກຣັສ​ເພື່ອ​ການ​ປ່ຽນ​ແປງ​ໄປ ສູ່​ຄວາ​ມກ້າວໜ້າ​ທີ່​ເອີ້ນຫຍໍ້​ວ່າ CPC ນັ້ນ.

ທ່ານ Jonathan ຊະນະ​ການ​ເລືອກ​ຕັ້ງ​ເມື່ອວັນ​ທີ່ 16 ເດືອນ​ເມສາ ​ໂດຍໄດ້​ຮັບ​ຄະ​ແນນ
ສຽງ​ທັງ​ໝົດ 57 ​ເປີ​ເຊັນ.

ຄູ່​ແຂ່ງ​ທີ່​ມີ​ຄະ​ແນນ​ໄກ້​ຊິດ​ທີ່​ສຸດຂອງ​ທ່ານໂຈ​ນາ​ທານ​ນັ້ນ ຄື​ອະດີດ​ຜູ້​ປົກຄອງ​ປະ​ເທດ
ຝ່າຍ​ທະຫານ ທ່ານ Muhammadu Buharu ຜູ້​ສະມັກເລືອກ​ຕັ້ງ​ສັງກັດພັກ CPC
ໄດ້​ຮັບ​ຄະ​ແນນ​ສຽງປະມານ 31 ​ເປີ​ເຊັນ.

XS
SM
MD
LG