ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄນ​ຈີ​ເຣຍ ເລື່ອນ​ເວ​ລາ ການ​ປ່ອນ​ບັດ ອອກ​ໄປ ນຶ່ງ​ອາ​ທິດ


ທະ​ຫານ​ຢືນ​ຍາມ ໃນ​ຂະ​ນະ​ທີ່ ພະ​ນັກ​ງານ​ປ່ອນ​ບັດ ຂົນ​ບັດ ຂຶ້ນ​ໃສ່​ລົດ​ບັນ​ທຸກ ​ເພື່ອ​ສົ່ງ​ໄປ​ຍັງ​ໜ່ວຍ​ປ່ອນ​ບັດ​ຕ່າງໆ ໃນ​ທົ່ວ​ປະ​ເທດ ເມື່ອ​ວັນ​ທີ 15 ກຸມ​ພາ 2019.
ທະ​ຫານ​ຢືນ​ຍາມ ໃນ​ຂະ​ນະ​ທີ່ ພະ​ນັກ​ງານ​ປ່ອນ​ບັດ ຂົນ​ບັດ ຂຶ້ນ​ໃສ່​ລົດ​ບັນ​ທຸກ ​ເພື່ອ​ສົ່ງ​ໄປ​ຍັງ​ໜ່ວຍ​ປ່ອນ​ບັດ​ຕ່າງໆ ໃນ​ທົ່ວ​ປະ​ເທດ ເມື່ອ​ວັນ​ທີ 15 ກຸມ​ພາ 2019.

ບັນ​ດາ​ຜູ້​ມີ​ສິດ​ປ່ອນ​ບັດ​ໃນ​ປະ​ເທດ​ໄນ​ຈີ​ເຣຍ ຕື່ນ​ຂຶ້ນ​ມາ​ໃນ​ເຊົ້າ​ວັນ​ເສົາ​ມື້ນີ້​ແລະກໍ​ໄດ້​ຍິນ​ຂ່າວ​ວ່າການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີແລະ​ສະ​ພາ​ແຫ່ງ​ຊາດຖືກ​ເລື່ອນ​ໄປ​ໃສ່​ອາ​ທິດ​ໜ້າ.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ຂອງ​ໄນ​ຈີ​ເຣຍໄດ້​ເລື່ອນ​ເວ​ລາ​ໃນ​ການລົງ​ຄະ​ແນນ​ສຽງ ພຽງບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ກ່ອນ​ທີ່​ໜ່ວຍ​ປ່ອນ​ບັດ​ຕ່າງໆ​ຈະ​ເປີດ.

ປະ​ທານ ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ ​ທີ່​ເປັນ​ອິດ​ສະ​ຫຼະ​ຂອງ​ໄນ​ຈີ​ເຣຍ ທ່ານ ມ​າ​ມຸດ ຢາ​ກູ​ບູ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ນີ້​ເປັນ​ການ​ຕັດ​ສິນ​ໃຈ​ທີ່​ຫຍຸ້ງ​ຍາກ​ທີ່ຈະ​ຕ້ອງ​ໄດ້​ເຮັດ ແຕ່​ກໍ​ມີ​ຄວາມ​ຈຳ​ເປັນ” ເພື່ອ​ການ​ເລືອກ​ຕັ້ງ​ທີ່​ສຳ​ເລັດ​ຜົນ​ຈະ​ມີຂຶ້ນ​ໄດ້.

​ທ່ານໄດ້​ໃຫ້​ລາຍ​ລະ​ອຽດ​ສອງ​ສາມ​ຢ່າງວ່າ ເປັນ​ຫຍັງ​ການ​ປ່ຽນ​ແປງ​ດັ່ງ​ກ່າວ​ຈຶ່ງໄດ້​ມີ​ຂຶ້ນ ແຕ່​ກໍ​ກ່າວ​ວ່າ “ການ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຕາມ​ທີ່​ກຳ​ນົດ​ໄວ້ ແມ່ນ​ບໍ່ສາ​ມາດ​ທີ່​ຈະ​ປະ​ຕິ​ບັດ​ໄດ້.”

ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ ​ເຄື່ອງ​ໃຊ້​ແລະບັດ​ທີ່​ຈະ​ປ່ອນ​ແມ່ນ​ບໍ່​ສາ​ມາດ​ຈັດ​ສົ່ງ​ໄປເຖິງ​ທົ່ວ​ທຸກ​ເຂດ​ຂອງ​ປະ​ເທດ​ເທື່ອ.

ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ໃນ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້ວ່າ “ບັນ​ຊີ​ບັນ​ທຶກ​ການ​ນັບ​ຄະ​ແນນ​ສຽງ ແລະ​ບັດ​ທີ່​ຈະ​ປ່ອນ​ຈຳ​ນວນ​ນຶ່ງ ມີ​ລາຍງານ​ວ່າ​ໄດ້​ຫາຍ​ສາບ​ສູນ​ໄປ.”

ການ​ເລືອກ​ຕັ້ງ​ດັ່ງ​ກ່າວ ຄາດ​ວ່າ​ຈະ​ມີ​ຄະ​ແນນ​ສຽງ​ໃກ້​ຄຽງ​ກັນ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ມູ​ຮຳ​ມາ​ດູ ບູ​ຮາ​ຣີ ທີ່​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຕື່ມ​ອີກ ແລະ​ຜູ້​ທ້າ​ທາຍຄົນ​ສຳ​ຄັນ ຄື​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ຕີ​ກູ​ ອາ​ບູ​ບາ​ກາ.

ເຈົ້າ​ໜ້າ​ທີ່​ໄນ​ຈີ​ເຣຍ​ໄດ້​ເພີ້ມ​ການ​ຮັກ​ສາ​ຄວາມ​ປອດ​ໄພຢູ່​ທົ່ວ​ປະ​ເທດ ໃນ​ວັນ​ສຸກ ວານນີ້ ກ່ອນ​ໜ້າ​ການ​ເລືອກ​ຕັ້ງ​ທີ່​ຄາດ​ກັນ​ວ່າ​ຈະ​ມີ​ຂຶ້ນນັ້ນ.

ເຈົ້າ​ໜ້າ​ທີ່​ໄນ​ຈີ​ເຣຍ ຢູ່​ລັດ​ກາ​ດູ​ນາ ລາຍ​ງານ​ໃຫ້​ຊາບ​ໃນ​ວັນ​ສຸກນີ້​ວ່າ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 66 ຄົນ ໃນ​ຄື້ນ​ຟອງ​ຂອງ​ຄວາມ​ຮຸນ​ແຮງ. ເຈົ້າ​ໜ້າ​ທີ່​ຂອງ​ລັດ​ດັ່ງກ່າວ​ເວົ້າ​ວ່າ ພວກ​ເຄາະ​ຮ້າຍ​ແມ່ນ​ຮວມ​ທັງ​ເດັກ​ນ້ອຍ 22 ຄົນ.

ລັດ​ກາ​ດູ​ນາ ເປັນ​ເຂດ​ທີ່​ຮູ້​ກັນ​ດີ​ວ່າ ໄດ້​ເກີດ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ຊົນ​ຊາດ​ຊົນ​ເຜົ່າ ຄວາມ​ຮຸນ​ແຮງ​ລະ​ຫວ່າງ​ຊາວ​ຄ​ຣິ​ສ​ຕຽນ​ແລະ​ມຸ​ສ​ລິມ ແລະ​ຄວາມ​ວຸ້ນ​ວາຍທີ່​ພົວ​ພັນ​ກັບ​ການ​ເລືອກ​ຕັ້ງ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG