ບັນດາເຈົ້າໜ້າທີ່ໄນຈີເຣຍ ໄດ້ຢືນຢັນວ່າ ມີຄົນຕິດເຊື້ອ
ອີໂບລາລາຍໃໝ່ ອີກ 5 ກໍລະນີ ຢູ່ນະຄອນ ເລກົສ (Lagos)
ແລະມີຄົນຕາຍລາຍທີສອງ ຍ້ອນເຊື້ອໂຣກດັ່ງກ່າວ.
ລັດຖະມົນຕີສາທາລະນະສຸກ ທ່ານ Onyebuch Chukwu
ກ່າວວ່າ ພະຍາບານຊາວໄລບີເຣຍຄົນນຶ່ງ ສັນຊາດອາເມຣິກາ
ທ້າວ Patrick Sawyer ທີ່ໄດ້ຮັກສາຄົນປ່ວຍ ທີ່ຕາຍຍ້ອນ
ອີໂບລາຜູ້ທຳອິດນັ້ນ ກໍໄດ້ເສຍຊີວິດ ຫຼັງຈາກໄດ້ຕິດເຊື້ອໂຣກ
ຄືກັນ.
ກໍລະນີຕິດເຊື້ອໃໝ່ເຫລົ່ານັ້ນ ເຮັດໃຫ້ເກີດມີຄວາມກັງວົນຂຶ້ນມາ
ວ່າໄວຣັສທີ່ອັນຕະລາຍເຖິງແກ່ຊີວິດ ນີ້ ຈະແຜ່ລະບາດເຂົ້າໄປ
ໃນປະເທດ ທີ່ມີພົນລະເມືອງຫລາຍທີ່ສຸດຂອງອາຟຣິກາ. ມາ
ຮອດປັດຈຸບັນ ສາມປະເທດທີ່ນ້ອຍກ່ວາ ກໍຄື ໄລບີເຣຍ ຊີແອຣາ
ລີອອນ ແລະ ກີນີ ແມ່ນໄດ້ເປັນຈຸດສູນກາງ ການລະບາດຂອງ
ອີໂບລາ ທີ່ໄດ້ເອົາຊີວິດເກືອບ 900 ຄົນແລ້ວ ໃນປີນີ້.
ໃນອາທິດນີ້ ທະນາຄານໂລກ ຫຼື World Bank ໄດ້ຮັບປາກ
ຈະໃຫ້ທຶນ 200 ລ້ານດອລລ່າ ເພື່ອຊ່ວຍເຫຼືອ 3 ປະເທດໃນ
ອາຟຣິກາ ຕາເວັນຕົກດັ່ງກ່າວ ຄວບຄຸມການລະບາດຂອງເຊື້ອ
ອີໂບລາ ແລະສົ່ງເສີມລະບົບສາທາລະນະສຸກຂອງເຂົາເຈົ້າ
ຕະຫລອດທັງຊ່ວຍເຫຼືອ ບັນດາຊຸມຊົນ ຮັບມືກັບຜົນກະທົບ
ທາງດ້ານເສດຖະກິດ ຂອງວິກິດການນີ້.