ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, 06 ຕຸລາ 2026

ທ່ານ John Kerry ເດີນທາງ ໄປຢ້ຽມຢາມ ໄນຈີເຣຍ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໂບກມືໃຫ້ພວກທີ່ໄປຕ້ອນຮັບ ຫລັງຈາກຢ້ຽມຢາມພະລາຊະວັງ ຂອງສຸນລະຕ່ານ ທີ່ Sokoto ປະເທດໄນຈີເຣຍ. (23 ສິງຫາ 2016)​
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໂບກມືໃຫ້ພວກທີ່ໄປຕ້ອນຮັບ ຫລັງຈາກຢ້ຽມຢາມພະລາຊະວັງ ຂອງສຸນລະຕ່ານ ທີ່ Sokoto ປະເທດໄນຈີເຣຍ. (23 ສິງຫາ 2016)​

ກຸ່ມຫົວຮຸນແຮງທີ່ຖືກກະຕຸ້ນໂດຍສາສະໜາເຊັ່ນພວກ ໂບໂກ ຮາຣາມ ຈະຖືກຢຸດໄດ້ກໍ ເມື່ອລັດຖະບານຫຼຸດຜ່ອນການສໍ້ລາດບັງຫຼວງ ແລະ ສະເໜີໂອກາດຕ່າງໆໃຫ້ກັບປາຊາ ຊົນໄວໜຸ່ມຂອງພວກເຂົາເຈົ້າ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວໃນ ລະຫວ່າງ ການເດີນທາງຢ້ຽມຢາມຜູ້ນຳມຸສລິມລະດັບສູງຂອງ ໄນຈີ ເຣຍ ໃນວັນອັງຄານວານນີ້. ການຢ້ຽມຢາມຄັ້ງທີ 3 ແລະ ເບິ່ງຄືວ່າຈະເປັນຄັ້ງສຸດທ້າຍຕໍ່ ໄນຈີເຣຍ ໂດຍທ່ານ Kerry ລັດຖະມົນຕີການຕ່າງປະເທດ ໄດ້ເກີດຂຶ້ນໃນຂະນະທີ່ປະ ເທດໄດ້ຕໍ່ສູ້ກັບບັນຫາຕົກຕ່ຳທາງເສດຖະກິດ ແລະ ວິກິດການດ້ານຄວາມປອດໄພຫຼາຍ ຢ່າງ. ໃນການກ່າວທີ່ພະລາຊະວັງ ຂອງພະເຈົ້າສຸນ​ລະ​ຕ່າ​ນ Sokoto Sa’adu Abubakar, ຜູ້ນຳສູງສຸດຂອງຊາວມຸສລິມ ໃນປະເທດ ໄນຈີເຣຍ, ທ່ານ Kerry ໄດ້ກ່າວ ວ່າ ມັນຂຶ້ນກັບລັດຖະບານທີ່ຈະໃຫ້ເຫດຜົນຕໍ່ປະຊາຊາເພື່ອບໍ່ເຂົ້າຮ່ວມໃນຂະ​ບວນການ ເຄື່ອນໄຫວຂອງ​ພວກຫົວຮຸນແຮງ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວໃນລະຫວ່າງການຢ້ຽມຢາມເມືອງ Sokoto, ໄນຈີເຣຍ. 23 ສິງຫາ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວໃນລະຫວ່າງການຢ້ຽມຢາມເມືອງ Sokoto, ໄນຈີເຣຍ. 23 ສິງຫາ 2016.

ທ່ານ Kerry ໄດ້ກ່າວວ່າ “ເພື່ອເອົາຊະນະການດີ້ນຮົນສຳລັບອະນາຄົດ, ປະເທດຕ້ອງ ເຮັດຫຼາຍກວ່າການປະນາມແນວຄິດທາງຕັນອັນເສື່ອມເສຍ ທີ່ພວກຫົວຮຸນແຮງໃຫ້ ການສະໜັບສະໜູນ. ພວກເຂົາເຈົ້າກໍຍັງຈະຕ້ອງສະເໜີທາງເລືອກອື່ນທີ່ດີກວ່າໃຫ້ກັບ ປະຊາ ຊົນຂອງພວກເຂົາເຈົ້າ. ມັນບໍ່ມີຫຍັງທີ່ເຮັດໃຫ້ສິນທຳເສື່ອມເສຍກວ່ານີ້, ມີ ຄວາມເສຍຫາຍຫຼາຍກວ່ານີ້, ບໍ່ສ້າງຄວາມເຂັ້ມແຂງຫຼາຍກວ່ານີ້ ​ໃຫ້ກັບປະຊາຊົນ ຫຼາຍກວ່າການເຊື່ອຖືທີ່ລະບົບນັ້ນໄດ້ມາຄວບຄຸມຕໍ່ພວກເຂົາເຈົ້າ.”

ທ່ານໄດ້ກ່າວປະນາມພວກ ໂບໂກ ຮາຣາມ ເຊິ່ງໄດ້ຂ້າປະຊາຊົນຫຼາຍກວ່າ 20,000 ຄົນ ແລະ ເຮັດໃຫ້ປະຊາຊົນບໍ່ມີທີ່ຢູ່ອາໄສຫຼາຍເຖິງ 2 ລ້ານ 7 ແສນຄົນ ໃນການຕໍ່ສູ້ດົນກວ່າ 7 ປີເພື່ອກົດໝາຍອິສລາມ ທີ່ມີຄວາມເຄັ່ງຄັດກວ່າເກົ່າໃນພາກເໜືອຂອງ ໄນຈີເຣຍ.

ທ່ານ Kerry ໄດ້ກ່າວວ່າ “ພວກ ໂບໂກ ຮາຣາມ ບໍ່ໄດ້ໂອ້ອວດລະບຽບວາລະຫຍັງໄປຫຼາຍ ກວ່າ ການຂ້າບັນດານາຍຄູ, ຈູດປຶ້ມຮຽນໜັງສື, ລັກພາຕົວພວກນັກຮຽນ, ຂົ່ມຂືນແມ່ຍິງ ແລະ ເດັກນ້ອຍ ແລະ ຂ້າຄົນບໍລິສຸດ, ເຊິ່ງສ່ວນໃຫຍ່ນັ້ນເປັນຄົນມຸສລິມ.

ໃນຂະນະທີ່ທະຫານໄດ້ສ້າງຄວາມກ້າວໜ້າໃນການຕໍ່ສູ້ກັບພວກ ໂບໂກ ຮາຣາມ, ການຕໍ່ ສູ້ນັ້ນໄດ້ເຮັດໃຫ້ປະຊາຊົນຫຼາຍລ້ານຄົນຕົກຢູ່ໃນຄວາມສ່ຽງຂອງຄວາມອຶດຫິວ ໃນພາກ ຕາເວັນອອກສຽງເໜືອທີ່ຖືກທຳລາຍໂດຍສົງຄາມນັ້ນ.​


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານ Kerry ຢ້ຽມຢາມ ພາກເໜືອ ໄນຈີເຣຍ

U.S. Secretary of State John Kerry waves after a visit to the sultan's palace in Sokoto, Nigeria, Aug. 23, 2016.
1/6 U.S. Secretary of State John Kerry waves after a visit to the sultan's palace in Sokoto, Nigeria, Aug. 23, 2016.
ເບິ່ງຕື່ມອີກ Show less
U.S. Secretary of State John Kerry, left, sits with Sultan of Sokoto Sa'adu Abubakar during a visit to the sultan's palace in Sokoto, Nigeria, Aug. 23, 2016.
2/6 U.S. Secretary of State John Kerry, left, sits with Sultan of Sokoto Sa'adu Abubakar during a visit to the sultan's palace in Sokoto, Nigeria, Aug. 23, 2016.
ເບິ່ງຕື່ມອີກ Show less
U.S. Secretary of State John Kerry speaks during a visit to Sokoto, Nigeria, Aug. 23, 2016.
3/6 U.S. Secretary of State John Kerry speaks during a visit to Sokoto, Nigeria, Aug. 23, 2016.
ເບິ່ງຕື່ມອີກ Show less
From left, U.S. Secretary of State John Kerry stands with Sultan of Sokoto Sa'adu Abubakar and Governor of Sokoto State Aminu Tambuwal in Sokoto, Nigeria, Aug. 23, 2016.
4/6 From left, U.S. Secretary of State John Kerry stands with Sultan of Sokoto Sa'adu Abubakar and Governor of Sokoto State Aminu Tambuwal in Sokoto, Nigeria, Aug. 23, 2016.
ເບິ່ງຕື່ມອີກ Show less
Traditional musicians play pipes as U.S. Secretary of State John Kerry leaves the sultan's palace in Sokoto, Nigeria, Aug. 23, 2016.
5/6 Traditional musicians play pipes as U.S. Secretary of State John Kerry leaves the sultan's palace in Sokoto, Nigeria, Aug. 23, 2016.
ເບິ່ງຕື່ມອີກ Show less
An audience member takes a picture of U.S. Secretary of State John Kerry and Sultan of Sokoto Sa'adu Abubakar at the sultan's palace in Sokoto, Nigeria, Aug. 23, 2016.
6/6 An audience member takes a picture of U.S. Secretary of State John Kerry and Sultan of Sokoto Sa'adu Abubakar at the sultan's palace in Sokoto, Nigeria, Aug. 23, 2016.
ເບິ່ງຕື່ມອີກ Show less
Previous slide
Next slide

​

This item is part of
​
XS
SM
MD
LG