ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄນຈີເຣຍ ກ່າວ​ອ້າງວ່າ ຜູ້ນຳຂອງກຸ່ມ Boko Haram ບາດເຈັບສາຫັດເຖິງຕາຍ


Nigeria Boko Haram
please wait
Embed

No media source currently available

0:00 0:02:20 0:00

ກອງທັບອາກາດ ໄນຈີເຣຍ ໄດ້ກ່າວ​ອ້າງ ໃນວັນອັງຄານມື້ນີ້ວ່າ ຕົນໄດ້ຖິ້ມລະ​ເບີດ ​ໃສ່​ກອງ​ບັນຊາ​ການ​ຂອງ​ກຸ່ມ Boko Haram ເຮັດໃຫ້ຜູ້ນຳກຸ່ມ ທ້າວ Abubakar Shekau “​ໄດ້​ຮັບ ບາດເຈັບ​ເຖິງ​ຕາຍ” ພ້ອມ​ທັງສະມາຊິກຂັ້ນສູງຂອງກຸ່ມດັ່ງກ່າວ​ອີກ​ຫຼາຍຄົນ.

ທ່ານ Sani Usman ໂຄສົກຂອງກອງທັບກາອາດ ໄນຈີເຣຍ ໄດ້ກ່າວໃນຖະ​ແຫຼງສະບັບນຶ່ງ ວ່າ ທ້າວ Shekau ໄດ້ຮັບ “ບາດເຈັບສາຫັດທີ່ໄຫຼ່ຂອງລາວ” ​ເວລາທີ່ເຮືອບິນຂອງລັດຖະບານ ໄດ້ຖິ້ມລະເບີດໃສ່ທີ່ໝັ້ນຂອງກຸ່ມ Boko Haram ໃນປ່າ Sambisa ໃນວັນສຸກ ຜ່ານມານີ້.

ມີພວກຜູ້ນຳກຸ່ມ Boko Haram ຈຳນວນ​ນຶ່ງ ໄດ້ຖືກສັງຫານໃນການໂຈມຕີທີ່ວ່ານີ້ ອິງຕາມ ທ່ານ Usman ຊຶ່ງຮວມທັງ ທ້າວ Abubakar Mubi, ທ້າວ Malam Nuhu ແລະ ທ້າວ Malam Mamman. ນອກ​ນັ້ນ ຍັງມີອີກຫຼາຍໆຄົນ ໄດ້ຮັບບາດເຈັບ.

ໄນຈີເຣຍ ກ່ອນໜ້ານີ້ ​ເຄີຍ​ກ່າວ​ອ້າງວ່າ ຕົນໄດ້ສັງຫານ ທ້າວ Shekau ມາ​ແລ້ວແຕ່ວ່າ ການ ກ່າວອ້າງທັງຫຼາຍນັ້ນ ຕໍ່ມາກໍເປັນພຽງແຕ່ຄວາມບໍ່ສົງ​ໄສ​ເທົ່າ​ນັ້ນ ​ເວລາທີ່ພາບວີດີໂອ ໄດ້ສະແດງໃຫ້ເຫັນວ່າ ຊາຍຜູ້ນຶ່ງທີ່ອ້າງຕົນວ່າ ເປັນທ້າວ Shekau ຍັງມີຊີວິດແລະ ແຂງແຂງດີ.

ລາຍງານຂອງທ່ານ Usman ບໍ່ໄດ້ໃຫ້ຫຼັກຖານໃດໆ ກ່ຽວກັບລາຍລະອຽດເພີ່ມຕື່ມ ກ່ຽວກັບ ການຕາຍຂອງທ້າວ Shekau. ກຸ່ມ Boko Haram ຍັງບໍ່ທັນໄດ້ອອກມາ​ໃຫ້​ຄວາມ​ເຫັນ​ ໃດໆ ໃນທັນທີເທື່ອ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG