ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ ຊາວຄຣິສຕຽນ ໄນຈີເຣຍ ຕິຕຽນ ສະຫະລັດ


ແຜນທີ່ຂອງປະເທດ ໄນຈີເຣຍ
ແຜນທີ່ຂອງປະເທດ ໄນຈີເຣຍ

ຫົວໜ້າສາສະໜາຄຣິສຕຽນ ຂອງໄນ​ຈີ​ເຣຍ ກ່າວ​ວ່າ ການ​ຕັດສິນ​ໃຈ​ຂອງສະຫະລັດ ​ຫວ່າງ
ເດືອນ​ແລ້ວ​ນີ້ ທີ່​ໄດ້​ປະກາດ​ຊື່ ບັນ​ດາຜູ້​ນໍາ​ຂອ​ງກຸ່ມ Boko Haram ​ພຽງ​ແຕ່​ສາມ​ຄົນ​ເທົ່າ​ນັ້ນ
ເປັນ​ຜູ້​ກໍ່​ການ​ຮ້າຍ ຍັງບໍ່​ເປັນ​ການພຽງພໍ.

ທ່ານ Ayo Oritsejofor ປະທານຂອງສະ​ມາ​ຄົມຄຣິສຕຽນ​ແຫ່ງ​ໄນ​ຈີ​ເຣຍ ​ໄດ້​ກ່າວ​ຕໍ່ຄະນະ​
ກຳມະການ​ນຶ່ງຂອງ​ລັດຖະສະພາສະຫະລັດ ​ໃນ​ວັນ​ອັງຄານວານ​ນີ້ ວ່າ ການປະ​ຕິ​ເສດ​ບໍ່​ຍອມ​
ຈົດເອົາ​ຊື່ຂອງ​ກຸ່ມ​ດັ່ງກ່າວເຂົ້າ​ໄວ້​ໃນ​ບັນຊີ​ພວກ​ກໍ່​ການ​ຮ້າຍ​ຂອງ​ຕ່າງປະ​ເທດນັ້ນ ແມ່ນ​ເທົ່າກັນ​
ກັບເປັນ​ການ​ລະບຸ​ວ່າ ​ນາຍ Osama Bin Laden ​ເປັນ​ຜູ້​ກໍ່​ການ​ຮ້າຍ ​ແຕ່​ບໍ່​ຍອມ​ລະບຸ​ວ່າ​ກຸ່ມ​
al-Qaida ​ເປັນ​ອົງ ກາ​ນກໍ່​ການ​ຮ້າຍ.

ທ່ານ Oritsejafor ກ່າວວ່າ ການ​ລັງ​ເລ​ໃຈ​ບໍ່​ຈົດ​ເອົາ​ຊື່​ຂອງ​ກຸ່ມ​ດັ່ງກ່າວ​ເຂົ້າ​ໄວ້ ​ໃນ​ບັນຊີ​ດໍາ
ນັ້ນ ​ເປັນ​ການ​ສົ່ງ​ສັນຍານ​ທີ່​ຜິດພາດ. ຊຶ່ງ​ທ່ານ​ເວົ້າວ່າ

“ການ​ປະຕິ​ເສດ ​ທີ່​ຈະ​ລະບຸ​ຊື່​ກຸ່ມ Boko Haram ວ່າ​ເປັນ​ອົງການ​ກໍ່​ການ​ຮ້າຍ​ຕ່າງປະ​ເທດ
ສະຫະລັດ​ໄດ້ສົ່ງ​ສັນຍານ​ອັນ​ແຈ້ງ​ຂາວ ບໍ່​ພໍ​ພຽງ​ແຕ່ຕໍ່​ລັດຖະບານ​ກາງຂອງ​ໄນ​ຈີ​ເຣຍທໍ່​ນັ້ນ ​ແຕ່​
ໄປທົ່ວ​ໂລກວ່າ ການ​ສັງຫານຊາວ​ຄຣິສຕຽນ ຜູ້​ບໍ່​ມີ ຄວາມ​ຜິດ ​ແລະ​ຊາວ​ມຸສລິ​ມທີ່​ປະຕິ​ເສດ
​ອຸດົມ​ການສາສໜາ​ອິສລາມນັ້ນ ​ແລະ​ຂ້າພະ​ເຈົ້າຂໍກ່າວເຖິງ​ຄວາມ​ແຕກ​ຕ່າງຢ່າງ​ຈະ​ແຈ້ງ​ໃນ​ທີ່​ນີ້
ລະຫວ່າງອຸດົມ​ການ ຂອງສາ​ສະໜາອິສລາມ​ແລະ​ສາສະໜາອິສລາມນັ້ນແມ່ນ​ເປັນ​ການ​ຮັບ
​ເອົາຄວາມເສຍ​ຫາຍໝົດ.”

ທ່ານ Oritsejafor ​ໄດ້​ກ່າວ​ຕໍ່ການຮັບ​ຟັງ​ຄຳ​ໃຫ້ການ​ ຂອງອະນຸ​ກຳມະການ​ຄວາມ​ສຳພັນ
​ຕ່າງປະ​ເທດ​ສະພາຕໍ່າ​ສະຫະລັດ ທີ່​ປະຊຸມ​ກັນ​ກ່ຽວ​ກັບນະ​ໂຍບາຍ​ຂອງ​ສະຫະລັດຕໍ່ໄນ​ຈີ​ເຣຍ.

XS
SM
MD
LG