ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຍິງສາວ Chibok ເຕົ້າໂຮມ ກັບຄອບຄົວຂອງ ພວກເຂົາເຈົ້າອີກຄັ້ງໜຶ່ງ


ໜຶ່ງໃນບັນດາຍິງສາວ Chibok ທີ່ຖືກປ່ອຍຕົວ ສະແດງຄວາມ
ດີໃຈກັບສະມາຊິກຄອບຄົວຂອງລາວ ໃນລະຫວ່າງການໄປ
ສວດມົນທີ່ໂບດແຫ່ງໜຶ່ງໃນນະຄອນຫຼວງ ອາບູຈາ, ໄນຈີເຣຍ. 16 ຕຸລາ, 2016.
ໜຶ່ງໃນບັນດາຍິງສາວ Chibok ທີ່ຖືກປ່ອຍຕົວ ສະແດງຄວາມ ດີໃຈກັບສະມາຊິກຄອບຄົວຂອງລາວ ໃນລະຫວ່າງການໄປ ສວດມົນທີ່ໂບດແຫ່ງໜຶ່ງໃນນະຄອນຫຼວງ ອາບູຈາ, ໄນຈີເຣຍ. 16 ຕຸລາ, 2016.

ໃນວັນອາທິດວານນີ້ ພວກພໍ່ແມ່ຊາວ ໄນຈິເຣຍກຸ່ມນຶ່ງ ພ້ອມດ້ວຍເດັກຍິງ 21 ຄົນ ທີ່ໄດ້ ຖືກລັກພາຕົວໄປ ໂດຍພວກຫົວຮຸນແຮງເມື່ອດົນກວ່າສອງປີກ່ອນ ໄດ້ພາກັນມາພົບພໍ້ກັນ.

ເດັກຍິງ ເກືອບ 300 ຄົນ ໄດ້ຖືກລັກເອົາໂຕໄປຈາກໂຮງຮຽນຂອງພວກເຂົາເຈົ້າທີ່ເມືອງ Chibok ໃນລັດ ບອກໂນ ທາງພາກຕາເວັນອອກສຽງເໜືອຂອງປະເທດ ບ່ອນທີ່ພວກ ໂບ ໂກ ຮາຣາມ ໄດ້ກໍ່ການກະບົດຂຶ້ນມາໄດ້ 7 ປີກ່ອນ ໂດຍມີເປົ້າໝາຍວ່າ ຈະສ້າງຕັ້ງລັດ ອິສລາມຂຶ້ນ ໂດຍໄດ້ເຂັ່ນຂ້າຜູ້ຄົນໄປເປັນພັນໆຄົນ ແລະເຮັດໃຫ້ຫຼາຍກວ່າ 2 ລ້ານຄົນ ຂາດທີ່ຢູ່ອາໄສ.

ໃນສັບປະດາແລ້ວນີ້ ພວກກະບົດໄດ້ປ່ອຍໂຕ ເດັກຍິງ 21 ຄົນ ຍ້ອນການເຈຣະຈາຂັ້ນທຳ ອິດ ຈັດຂຶ້ນໂດຍສະພາກາແດງສາກົນແລະຣັດຖະບານ Swtzerland.

ໜຶ່ງໃນບັນດາເດັກຍິງ Chibok ທີ່ຖືກປ່ອຍຕົວ ກຳລັງກອດກັບສະມາຊິກຄອບຄົວຂອງລາວຄົນໜຶ່ງ ໃນລະຫວ່າງ ພິທິລວມຕົວກັນໃໝ່ກັບຄອບຄົວໃນນະຄອນຫຼວງ ອາບູຈາ, ໄນຈີເຣຍ.​ 16 ຕຸລາ, 2016.
ໜຶ່ງໃນບັນດາເດັກຍິງ Chibok ທີ່ຖືກປ່ອຍຕົວ ກຳລັງກອດກັບສະມາຊິກຄອບຄົວຂອງລາວຄົນໜຶ່ງ ໃນລະຫວ່າງ ພິທິລວມຕົວກັນໃໝ່ກັບຄອບຄົວໃນນະຄອນຫຼວງ ອາບູຈາ, ໄນຈີເຣຍ.​ 16 ຕຸລາ, 2016.

ພວກເດັກຍິງດັ່ງກ່າວໄດ້ຖືກປ່ອຍໃນວັນພະຫັດແລ້ວນີ້ ແລະໄດ້ບິນໄປຍັງນະຄອນຫຼວງ ອາບູຈາ ຂອງໄນຈິເຣຍ ແຕ່ກໍໄດ້ໃຊ້ເວລາເປັນຫຼາຍໆມື້ ກ່ອນພວກພໍ່ແມ່ຂອງພວກເຂົາ ເຈົ້າຈະໄປເຖິງຈາກເຂດຫ່າງໄກ.

ນຶ່ງໃນຈຳນວນຜູ້ຖືກປ່ອຍໂຕ ແມ່ນນາງ Rebecca Mallam. ລາວເວົ້າວ່າ “ຂ້ານ້ອຍ ຢາກຂອບໃຈທຸກໆທ່ານ ສຳລັບສິ່ງທີ່ປະເສີດນີ້ ທີ່ພວກເພິ່ນໄດ້ເຮັດຂຶ້ນ. ຂ້ານ້ອຍບໍ່ ເຄີຍໄດ້ຄາດຝັນເລີຍ ວ່າຈະໄດ້ເຫັນພໍ່ແມ່ຂອງຂ້ານ້ອຍອີກ ແຕ່ພະເຈົ້າກໍໄດ້ຊ່ອຍຂ້າ ນ້ອຍ ໃຫ້ໄດ້ເຫັນເພິ່ນເພາະສະນັ້ນຂ້ານ້ອຍຈຶ່ງຢາກເວົ້າວ່າ ຂອບໃຈພວກທ່ານ ແລະ ຂໍໃຫ້ພະເຈົ້າຈົ່ງຄຸ້ມຄອງພວກເຮົາທຸກຄົນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Nigeria Chibok Girls
please wait
Embed

No media source currently available

0:00 0:01:14 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG