ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

3 ຄົນ ເສຍຊີວິດ ໃນເຫດລະເບີດແຕກ ທີ່ໂຮງງານ ເຮັດລະເບີດລັບ ໃນໄນຈີເຣຍ


ສົບສະມາຊິກກຸ່ມຫົວຮຸນແຮງ Boko Haram ຄົນນຶ່ງ ທີ່ເສຍຊີວິດ ໃນເຫດລະເບີດແຕກ ຢູ່ບ່ອນເຮັດລະເບີດລັບ ແຫ່ງນຶ່ງ ໃນເມືອງ Maiduguri (2 ມີນາ 2012)

ເຈົ້າໜ້າ​ທີ່​ໃນ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ ກ່າວ​ວ່າ ຊາຍ​ໜຸ່ມ 3 ຄົນໄດ້​ເສຍ​ຊີວິດ​ໃນວັນ​ສຸກ​
ວານນີ້ໃນ​ເຫດ​ລະ​ເບີດ​ແຕກ​ທີ່​ໂຮງງານ​ເຮັດ​ລະ​ເບີດ​ລັບ​ບ່ອນ​ນຶ່ງ ​ໃນເມືອງ Maiduguri
ທີ່ມີ​ຄວາມວຸ້ນວາຍ​ນັ້ນ.

ພັກ​ເອກ Victor Oheneme ຜູ້​ບັນຊາ​ການ​ໜ່ວຍ​ປະຕິບັດ​ງານ​ຮ່ວມ​ຕໍ່​ການ​ການກໍ່​ການ​
ຮ້າຍຂອງ​ໄນ​ຈີ​ເຣຍກ່າວ​ຕໍ່​ວີ​ໂອ​ເອພະ​ແນ​ກພາສາ Hausa ວ່າ ຜູ້​ຊາຍ​ທັງ 3 ​ເປັນ​ສະມາ
ຊິກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ Boko Haram.

ສະມາຊິກຂອງ​ໜ່ວຍ​ປະຕິບັດ​ງານ​ຮ່ວມ ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ​ໄດ້​ຟ້າວ​ພາກັນ​ໄປ​ຍັງ
ບ່ອນ​ເກີດ​ເຫດ​ຫຼັງຈາກ​ລະ​ເບີດ​ທີ່​ແຕກ​ຂຶ້ນ​ໄດ້​ທຳລາຍ​ເຮືອນ​ຫຼັງນຶ່ງໃນ​ຄຸ້ມ Kaleri ຊຶ່ງ​ຢູ່​
ທີ່​ນັ້ນ ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນພົບ​ຊາກ​ສົບ​ທີ່​ເສຍ​ຮູບ​ໂສມຂອງ​ພວກຜູ້​ຊາຍ​ທັງ 3 ​ແລະ​ລະ​
ເບີດ​ທີ່​ເຮັດ​ເອງ​ຈຳນວນ​ນຶ່ງ.

ຮູບ​ພາບ​ທີ່​ວີ​ໂອ​ເອ​ໄດ້​ຮັບ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຫດລະ​ເບີດ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ເຮືອນ​ທັງ
ຫຼັງກາຍ​ເປັນ​ຊາກ​ຫັກ​ພັງ. ສ່ວນ​ລະ​ເບີດ​ທີ່​ຍັງ​ບໍ່​ແຕກ​ຢູ່​ໃນບ່ອນ​ເກີດ​ເຫດນັ້ນ​ສະ​ແດງ​ໃຫ້
ເຫັນວ່າ ພວກ​ຜູ້​ຊາຍ​ຈຸນີ້ພາກັນ​ເຮັດ​ລະ​ເບີດຈາກ​ກະປ໋ອງນໍ້າມັນ​ຄົວ​ກິນ.

ກຸ່ມ Boko Haram ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ແລະ​
ອາວຸດ​ປືນທີ່​ຮຸນ​ແຮງຫຼາຍໆ​ຄັ້ງ​ໃນ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍຮວມທັງການ​ໂຈມ​ຕີ​ທີ່​ເມືອງ
ກາ​ໂນ ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ທີ່ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍຊີວິດ​ເກືອບ 200 ຄົນ​ນັ້ນ.

XS
SM
MD
LG