ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຈັດຊື່ ກຸ່ມ Boko Haram ເຂົ້າໃນ ບັນຊີດຳ (ວີດີໂອ)

A migrant boy eats on the ground at the check point Heiligenkreuz, Austria, Sept. 20, 2015, located at the border with Hungary. Hungary and Croatia traded threats as thousands of exhausted migrants poured over their borders, deepening the disarray in Europe over how to handle the tide of humanity.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ທຳການ
ລົງໂທດ ຕໍ່ກຸ່ມຫົວຮຸນແຮງ Boko Haram ຂອງໄນຈີເຣຍຊຶ່ງໄດ້
ທຳການໂຈມຕີຢ່າງຮຸນແຮງເປັນລຳດັບມາ ແລະລັກພາໂຕພວກ ເດັກນ້ອຍນັກຮຽນຍິງເກືອບ 300 ຄົນ ເມື່ອໄວໆມານີ້.

ໄນຈີເຣຍ ໄດ້ຮ້ອງຂໍໃຫ້ຄະນະກຳມະການ ຂອງສະພາຄວາມໝັ້ນ
ຄົງຕື່ມຊື່ກຸ່ມຫົວຮຸນແຮງດັ່ງກ່າວເຂົ້າໃນບັນຊີເຄືອຂ່າຍຂອງພວກ ກໍ່ການຮ້າຍອາລກາອີດາທີ່ຈະຕ້ອງຖືກກັກຊັບສິນ ຫ້າມເດີນທາງ ແລະຫ້າມບໍ່ໃຫ້ຂາຍອາວຸດໃຫ້.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາ
ຊາດທ່ານນາງ Samantha Power ໄດ້ສະແດງຄວາມຊົມເຊີຍ ຕໍ່ການເຄື່ອນໄຫວຂອງສະ ພາຄວາມໝັ້ນຄົງ ໂດຍເອີ້ນວ່າມັນເປັນບາດກ້າວທີ່ສຳຄັນ ໃນການສະໜັບສະໜຸນ ຕໍ່ການ ດຳເນີນຄວາມພະຍາຍາມ ຂອງລັດຖະບານໄນຈີເຣຍ ເພື່ອເອົາຊະນະກຸ່ມ Boko Haram ແລະໃຫ້ພວກນຳພາຂອງກຸ່ມດັ່ງກ່າວເປັນຜູ້ຮັບຜິດຊອບ ໃນການກໍ່ໂທດກຳຕ່າງໆ.

ທີ່ໄນຈີເຣຍ ມືປືນໄດ້ສັງຫານຢ່າງໜ້ອຍ 29 ຄົນ ໃນການໂຈມຕີເມື່ອແລງວັນພຸດຜ່ານມາ ຢູ່ ທີ່ບ້ານແຫ່ງນຶ່ງ ໃນເຂດສອກຫລີກຫ່າງໄກ ທາງພາກຕາເວັນອອກສຽງເໜືອ ຂອງປະເທດ. ນີ້ແມ່ນການໂຈມຕີຄັ້ງທີ 3 ທີ່ມີການຖິ້ມໂທດ ໃສ່ກຸ່ມ Boko Haram ໃນອາທິດນີ້.

ໃນວັນພະຫັດວານນີ້ພວກນາຍຄູໃນທົ່ວປະເທດໄນຈີເຣຍໄດ້ພາກັນລົງສູ່ຖະໜົນຫົນທາງໃນ ການນັດຢຸດງານເປັນເວລານຶ່ງມື້ເພື່ອປະທ້ວງການລັກພາໂຕພວກເດັກນ້ອຍນັກຮຽນຍິງຂອງ ກຸ່ມ Boko Haram ຊຶ່ງພວກເດັກນ້ອຍເຫຼົ່ານີ້ ໄດ້ຫາຍສາບສູນໄປ ເປັນເວລາຫລາຍກວ່ານຶ່ງ ເດືອນແລ້ວ.
XS
SM
MD
LG