ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກທີ່ສົງໄສ ເປັນກຸ່ມ ໂບໂກ ຮາຣຳ ລັກພາໂຕ ຜູ້ຍິງອີກ 20 ຄົນ


ແຜນທີ່ ປະເທດໄນຈີເຣຍ
ແຜນທີ່ ປະເທດໄນຈີເຣຍ
ພວກທີ່ສົງ​ໄສ​ວ່າ ເປັນກຸ່ມຫົວຮຸນແຮງ Boko Haram ໄດ້
ລັກພາ​ໂຕ​ຜູ້ຍິງ 20 ຄົນ ​ໃກ້​ກັບ​ເມືອງ ບ່ອນ​ທີ່​ກຸ່ມດັ່ງກ່າວໄດ້
ລັກພາໂຕພວກ​ນັກຮຽນ​ຍິງຫລາຍ​ກວ່າ 200 ຄົນ​ ໃນເດືອນ
ເມສາຜ່ານມາ​.

ບັນດາ​ຜູ້​ເຫັນ​ເຫດການ ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ພວກ​ມື​
ປືນ​ໄດ້​ຂັບ​ລົດ ​ເຂົ້າ​ໄປ​ ໃນບ້ານ Garkin Fulani ທາງ​ພາກ
ຕາ​ເວັນ​ອ​ອກສຽງ​ເໜືອຂອງປະເທດ ແລະ​ໄດ້​ບັງ​ຄັບ​ໃຫ້​ພວກ
​ຜູ້ຍິງ ​ເຂົ້າ​ໄປ​ໃນ​ລົດ​ຂອງ​ເຂົ​າ​ເຈົ້າ. ​ເຂົາ​ເຈົ້າກ່າວ​ວ່າ ການ
​ລັກ ພາ​ໂຕດັ່ງກ່າວນີ້ ​ເກີ​ດຂື້ນໃນ​ວັນ​ພະຫັດ ​ທີ່​ຜ່ານ​ມາ.

ລັດຖະບານ ຍັງບໍ່​ໄດ້​ໃຫ້ຄວາມເຫັນໃດໆ​ໃນ​ທັນທີ ກ່ຽວ​ກັບ​ລາຍ​ງາ​ນການ​ລັກພາ​ໂຕ
ທີ່ວ່ານີ້.

ບ້ານດັ່ງກ່າວ ຕັ້ງຢູ່ໃກ້​ກັບ​ເມືອງ Chibok ​ຊຶ່ງເປັນ​ເມືອງ​ທີ່​ກຸ່ມຫົວຮຸນແຮງ Boko Haram ໄດ້​ລັກພາ​ໂຕ​ພວກນັກຮຽນຍິງ ໃນ​ເດືອນ​ເມສາທີ່ຜ່ານ​ມາ.

ທະຫານ​ໄນ​ຈີ​ເຣຍ ​ໄດ້​ຖືກ​ຕິຕຽນເພີ້ມຂຶ້ນວ່າ ທີ່​ບໍ່​ປະຕິບັດ​ງານຢ່າງ​ພຽງພໍ ​ເພື່ອ​ຍຸດຕິ​ການ​
ໂຈມ​ຕີ​າຂອງພວກ​ຫົວ​ຮຸນ​ແຮງ ​Boko Haram ຊຶ່ງ​ມີການຖິ້ມໂທດ ໃສ່ວ່າເປັນຜູ້ຮັບຜິດ
ຊອບ ກ່ຽວກັບການ​ເສຍ​ຊີວິດຂອງ​ຫຼາຍ​ພັນ​ຄົນ​ ໃນ​ລະຫວ່າງ ການກໍ່ກະບົດເປັນເວລາ​
ຫ້າ​ປີ​ນັ້ນ.

​ໃນ​ວັນ​ຈັນ​ວານ​ນີ້ ທະຫານ​ກ່າວ​ວ່າ ກຳລັງຂອງ​ຕົນໄດ້​ສະກັດກັ້ນການ​ບຸກ​ໂຈມຕີຫລາຍໆ​
ບ້ານ ໃນພາກຕາເວັນອອກສຽງເໜືອຂອງປະເທດ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ​ມີການ
ເຄື່ອນໄຫວນັ້ນ.

ທະຫານ​ກ່າວ​ວ່າ ກຳລັງຂອງຕົນໄດ້​ຂັດຂວາງບໍ່ໃຫ້ມີການໂຈມຕີ ບ້ານຕ່າງໆໃນ ລັດ
Borno ​ແລະ Adamawa ໃນອາທິດ​ແລ້ວ​ນີ້ ​ແລະ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ​ຫລາຍ
​ກວ່າ 50 ຄົນ.

ລັດຖະບານ​ໄນ​ຈີ​ເຣຍ ​ໄດ້​ດີ້ນ​ລົນ​ຫາທາງຄວບ​ຄຸມກຸ່ມ Boko Haram ​ທັງໆທີ່ ໄດ້ມີ
ການປະກາດ​ພາວະ​ສຸກ​ເສີນຢູ່​ໃນພາກ​ຕາ​ເວັນ​ອອກສຽງ​ເໜືອປະເທດ ​ແລະ​ໄດ້​ສົ່ງ​
ທະຫານ​ຫລາຍ​ພັນ​ຄົນ ​ໄປ​ຍັງ​ຂົ​ງ​ເຂດ​ດັ່ງກ່າວ.
XS
SM
MD
LG