ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Boko Haram ເຂົ້າຍຶດ ເມືອງ Chibok ທາງພາກ ຕາເວັນອອກສຽງເໜືອ ຂອງໄນຈີເຣຍ


ພວກຫົວຮຸນແຮງ Boko Haram ກຳລັງສວນສະໜາມ ຢູ່ໃນ ເມືອງແຫ່ງນຶ່ງ.
ພວກຫົວຮຸນແຮງ Boko Haram ກຳລັງສວນສະໜາມ ຢູ່ໃນ ເມືອງແຫ່ງນຶ່ງ.

ກຸ່ມ​ຫົວ​ຮຸນ​ແຮງ Boko Haram ​ໄດ້​ເຂົ້າຍຶດເອົາ​ເມືອງ Chibok
ຢູ່ໃນພາກເໜືອ ຂອງໄນຈີເຣຍ ຊຶ່ງເປັນບ້ານເຮືອນ ຂອງພວກ
ນັກຮຽນຍິງຫຼາຍກວ່າ 200 ຄົນ ທີ່ໄດ້ຖືກລັກພາໂຕໄປ ໃນຕົ້ນ
ປີນີ້.

ທ່ານ Pogo Bitrus ປະທານສະພາຜູ້ອາວຸໂສຂອງເມືອງ Chi-
bok ກ່າວຕໍ່ ວີໂອເອວ່າ ພວກຫົວຮຸນແຮງ ໄດ້ໂຈມຕີ ເມືອງ
Chibok ໃນລັດ Borno ເມື່ອຕອນແລງຂອງວັນພະຫັດທີ່ຜ່ານ
ມາ. ທ່ານກ່າວວ່າ ທະຫານໃນເຂດທ້ອງ ຖິ່ນແລະພວກນັກລົບ
ພົນລະເຮືອນ ໄດ້ທຳການຕໍ່ສູ້ ແຕ່ບໍ່ໄຫວ ເພາະວ່າ ພວກ ຫົວ
ຮຸນແຮງ Boko Haram ມີອາວຸດດີກ່ອນ.

ທ່ານ Bitrus ທີ່ໂອ້ລົມຜ່ານທາງໂທລະສັບຈາກນະຄອນຫຼວງ Abuja ກ່າວວ່າ ການສູ້
ລົບໄດ້ດຳເນີນໄປຂ້າມຄືນ ແລະເວົ້າວ່າ ພວກທະຫານ ທີ່ມາຈາກເມືອງ Damboa ໄດ້
ມຸ້ງໜ້າໄປສູ່ເມືອງ Chibok ໃນວັນສຸກວານນີ້. ທ່ານເຊື່ອວ່າ ການສູ້ລົບກັນຍັງບໍ່ທັນສີ້ນ
ສຸດລົງເທື່ອ.

ໃນອີກດ້ານນຶ່ງນັ້ນ ຜູ້ວາງລະເບີດສະລະຊີບຄົນນຶ່ງ ໄດ້ສັງຫານຢ່າງໝ້ອຍຫົກ ຄົນໃນ
ວັນສຸກວານນີ້ ຢູ່ທີ່ເມືອງ Kano ໃນພາກເໜືອຂອງປະເທດ. ຍັງບໍ່ທັນມີກຸ່ມໃດອ້າງເອົາ
ຄວາມຮັບຜິດຊອບເທື່ອ ແຕ່ພວກຫົວຮຸນແຮງ Boko Haram ເຄີຍໂຈມຕີເມືອງນີ້
ມາກ່ອນ.

ກຸ່ມ Boko Haram ໄດ້ເຂົ້າຍຶດຫລາຍໆເມືອງ ໃນລັດ Borno ແລະລັດ Adamawa ຢູ່ໃນພາກຕາເວັນອອກສຽງເໜືອຂອງປະເທດ ໃນປີນີ້ ເພື່ອສ້າງ ຕັ້ງລັດອິສລາມທີ່ໄດ້
ມີການປະກາດໂດຍຜູ້ນຳກຸ່ມຄືທ້າວ Abubakar Shekau.

ທີ່ ນະຄອນຫລວງວໍຊິງຕັນ ໂຄສົກຍິງ ກະຊວງການຕ່າງປະເທດ ທ່ານນາງ Jen Psaki
ກ່າວວ່າ ສະຫະລັດກຳລັງຕິດຕາມເບິ່ງສະຖານະການ ໃນເມືອງ Chibok ຢ່າງໃກ້ຊິດ
ແລະ ຍັງສືບຕໍ່ມີຄວາມໝັ້ນໝາຍ ຕໍ່ການໃຫ້ຄວາມຊ່ວຍ ເຫລືອແກ່ລັດຖະບານໄນຈີເຣຍ.

NIGERIA BOKO HARAM SOTVO
please wait

No media source currently available

0:00 0:00:36 0:00

XS
SM
MD
LG