ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄນຈີເຣຍ ເປີດເຈລະຈາ ທາງອ້ອມ ກັບກຸ່ມ Boko Haram


ແຜນທີ່ໄນຈີເຣຍ
ແຜນທີ່ໄນຈີເຣຍ

ໄນ​ຈີ​ເຣຍ​ກ່າວ​ວ່າ ​ມີ​ການ​ເປີດ​ການ​ເຈລະ​ຈາຢຸດ​ຍິງກັບ​ກຸ່​ມກໍ່​ການ​ຮ້າຍ Boko Haram ທີ່
ມີ​ການຖິ້ມ​ໂທດ​ໃສ່ວ່າ​ເປັນ​ຜູ້​ວາງລະ​ເບີດແລະ​ຍິງໂຈມ​ຕີທີ່ເຮັດ​ໃຫ້​ມີຄົນ​ຕາຍ​ໄປ​ຫລາຍ​ຮ້ອຍ
ຄົນ​ໃນຮອບ 18 ​ເດືອນ​ທີ່​ຜ່ານ​ມານີ້.

ແຫ່ລ​ງຂ່າວຈາກ​ນັກການ​ເມືອງ​ແລະ​ນັກ​ການ​ທູດ ທີ່​ບໍ່​ປະສົງອອກ​ຊື່​ກ່າວ​ວ່າ ກໍາລັງ​ມີ​ການ
ແລກປ່ຽນຕໍ່​ລອງ​ຜ່ານ​ຄົນ​ກາງລະຫວ່າງລັດ​ຖະ​ບານແລະບັນດາ​ຜູ້​ນໍາຂອງກຸ່​ມກໍ່​ການ​ຮ້າຍ.

ລາຍ​ງານຂ່າວ​ຈາກໄນ​ຈີ​ເຣຍແຈ້ງວ່າ ກຸ່ມ Boko Haram ​ໄດ້​ຮຽກ ຮ້ອງ​ໃຫ້​ປ່ອຍ​ສະມາ​
ຊິກ​ຂອງ​ເຂົາ​ເຈົ້າທີ່​ຖືກ​ຄຸມ​ຂັງ​ຢູ່ນັ້ນ​ເພື່ອ​ເປັນ​ການ​ແລກປ່ຽນ​ກັບການຢຸດ​ຍິງ. ລັດຖະບານກໍາ
ລັງ​ພິຈາລະນາເບິ່ງຂໍ້​ສະ​ເໜີ​ດັ່ງກ່າວນີ້ຢູ່.

ປະທານາທິບໍດີ Goodluck Jonathan ກໍາລັງ​ໄດ້​ຮັບ​ຄວາມ​ກົດ​ດັນເພີ່ມ​ຂຶ້ນເພື່ອ​ຟື້ນຟູ
ນໍາ​ເອົາຄວາມ​ສະຫງົບ​ມາສູ່​ພາກ​ເໜືອຂອງ​ໄນ​ຈີ​ເຣຍບ່ອນ​ທີ່ກຸ່ມ Boko Haram ​ໄດ້​ທຳ
ການ​ໂຈມ​ຕີ​ຫລາຍໆ​ຄັ້ງ ຊຶ່ງ​ເປົ້າ​ໝາຍ​ຈຳນວນ​ນຶ່ງແມ່ນ​ແນ່ໃສ່ຕໍາຫລວດ ​ເຈົ້າ​ໜ້າ​ທີ່ລັດຖະ
ບານ ​ແລະ​ເຈົ້າ​ໜ້າ​ທີ່​ສໍາ​ຄັນ​ອື່ນໆ.

XS
SM
MD
LG