ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ Boko Haram ລັກ​ພາ​ຕົວ​ ແມ່ຍິງ ​ແລະ​ເດັກນ້ອຍ (ສະໄລດ໌/ວີດີໂອ)


ປ້າຍປະກາດການນໍາຈັບ ທ້າວ Abubakar Shekau ຜູ້ນໍາຂອງກຸ່ມ Boko Haram
ປ້າຍປະກາດການນໍາຈັບ ທ້າວ Abubakar Shekau ຜູ້ນໍາຂອງກຸ່ມ Boko Haram
ກຸ່ມອິສລາມ​ຫົວ​ຕໍ່ສູ້ Boko Haram ​ໃນ​ປະ​ເທດໄນ​ເຈີ​ເຣຍ
ກ່າວ​ວ່າ ​ພວກ​ຕົນ​ໄດ້​ເລີ່​ມ ລັກ​ພາ​ຕົວ​ພວກ​ແມ່ຍິງ​ແລະ​ເດັກນ້ອຍ
ອັນ​ເປັນ​ສ່ວນ​ນຶ່ງ​ໃນການປຸກລະດົມຕໍ່ຕ້ານລັດຖະບານ.

ຜູ້​ທີ່​ກ່າວ​ກັນ​ວ່າ​ເປັນຫົວໜ້າ​ຂອງ​ກຸ່ມ​ ທ້າວ Abubakar
Shekau ​ໄດ້​ປະກາດ​ຢູ່​ໃນ​ວີ​ດີ​ໂອ​ທີ່​ນໍາອອກ​ເຜີຍ​ແຜ່
ໃນ​ວັນ​ຈັນ​ວານ​ນີ້. ວີ​ດີ​ໂອດັ່ງກ່າວ​ສະ​ແດງ​ໃຫ້​ເຫັນພາບ
ພວກ​ແມ່ຍິງ​ແລະ​ເດັກນ້ອຍ ທີ່​ປະກົດ​ວ່າ​ຖືກ​ຈັບ​ເປັນ​ຕົວ​
ປະກັນ ​ແຕ່​ບໍ່​ໄດ້​ບອກ​ວ່າ​ແມ່ນ​ໃຜ​ແດ່.

ໃນ​ວີ​ດີ​ໂອ ຫົວໜ້າ​ກຸ່ມ​ດັ່ງກ່າວ ​ຍັງໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ
ຕໍ່​ການໂຈມ​ຕີຫວ່າງ​ມໍ່ໆ​ມາ​ນີ້ ​ໃນ​ເມືອງ Bama ​ແລະ Baga ທາງ​ພາກ​ຕາ​ເວັນ​ອອກສຽງ
​ເໜືອ​ຂອງໄນ​ເຈີ​ເຣຍ. ​ແຕ່ເຂົາ​ເວົ້າວ່າ ທາງ​ກອງທັບໄນ​ເຈີ​ເຣຍ ແມ່ນເປັນ​ຜູ້​ຮັບຜິດຊອບ​
​ການຕາຍ​ຂອງ​ຜູ້​ຄົນ​ສ່ວນ​ໃຫຍ່ ໃນ​ຄວາມ​ຮຸນ​ແຮງຢູ່ເມືອງ Baga ທີ່​ຍັງ​ຜົນ​ໃຫ້​ມີ 200 ຄົນ
​ເສຍ​ຊີວິດນັ້ນ.


ພວກ​ຊາວບ້ານຢູ່ທີ່​ນັ້ນ ກໍ​ໄດ້​ກ່າວ​ຫາພວກ​ທະຫານ​ວ່າ ​ເຮັດ​ໃຫ້​ຄົນ​ຕາຍ​ຫລາຍໆ​ຄົນໂດຍ​
ການ​ຈຸດ​ໄຟ​ເຜົາ ​ອັນ​ເປັນ​ການ​ກ່າວ​ຫາ​ທີ່​ຝ່າຍທະຫານ ໄດ້ປະຕິ​ເສດ​.

​ໃນ​ວີ​ດີ​ໂອ ທ້າວ Shekau ​ໄດ້​ຂົ່ມຂູ່ ບັນດານັກ​ຂ່າວ​ຂອງ VOA ທີ່ລາຍ​ງານ​ຂ່າວກ່ຽວ​ກັບ
ກຸ່ມ Boko Haram ​ແລະ​ວ່າພວກ​ຕົນ​ຈະ​ສັງຫານພວກນັກ​ຂ່າວ ຖ້າ​ພວກ​ເຂົາ​ເຈົ້າ​ອະນຸ
ຍາດ​ໃຫ້​ຜູ້​ໃດ​ກໍ​ຕາມ ​ໄດ້ຖະ​ແຫຼ​ງຕາງໜ້າ​ໃຫ້​ກຸ່ມ Boko Haram ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ນັ້ນ.
​ກຸ່ມດັ່ງກ່າວ​ນີ້ ເຄີຍໄດ້ຂົ່ມຂູ່ VOA ​ແລະສື່​ຂ່າວ​ອື່ນ​ໆມາ​ແລ້ວ​ທີ່ລາຍ​ງານຢູ່ໄນ​ເຈີ​ເຣຍນັ້ນ.

Military 'Cover-up' in Nigeria Violence says HRW
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ
XS
SM
MD
LG