ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ Boko Haram ຈະທັບມ້າງ ລັດຖະບານ ໄນຈີເຣຍ


ຜູ້ຄົນພວມພາກັນຫຸ້ມເບິ່ງເຫດລະເບີດທີ່ຫົນທາງສາຍນຶ່ງ ໃນເມືອງ Kaduna (8 ເມສາ ປີ 2012)
ຜູ້ຄົນພວມພາກັນຫຸ້ມເບິ່ງເຫດລະເບີດທີ່ຫົນທາງສາຍນຶ່ງ ໃນເມືອງ Kaduna (8 ເມສາ ປີ 2012)

ຜູ້ທີ່​ອ້າງ​ວ່າ​ເປັນນຳ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ Boko Haram ຂອງ​ໄນ​ຈີ​ເຣຍກ່າວ​ວ່າ
ລາວ​ຈະ​ທັບ​ມ້າງ​ລັດຖະບານ​ຂອງ​ປະທານາທິບໍດີ Goodluck Jonathan ພາຍ​ໃນ​ເວລາ
3 ​ເດືອນ.

ຮູບ​ວີ​ດີ​ໂອຍາວ 14 ນາທີ​ ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ຕາໜ່າງສັງຄົມ YouTube ​ແມ່ນ​ກ່ຽວ
ກັບຜູ້​ຊາຍ​ຄົນ​ນຶ່ງ​ ທີ່​ລະບຸວ່າເປັນ​ຜູ້ນຳ​ຂອງ​ກຸ່ມ ທີ່ມີ​ຊື່ວ່າ Abubakar Shekau ​ໄດ້​ຫົວ
ເຍາະ​ເຍີ້ຍກ່ຽວ​ກັບ​ການ​ໃຫ້​ຄຳ​ໝັ້ນສັນຍາ​ຂອງ​ປະທານາທິບໍດີ Jonathan ​ເມື່ອ​ສອງ​ອາ
ທິດ​ກ່ອນທີ່​ວ່າສະຖານະ​ການ​ດ້ານ​ຄວາມ​ໝັ້ນຄົງ​ໃນໄນ​ຈີ​ເຣຍຈະ​ສາມາດ​ຄວບ​ຄຸມ​ໄດ້​ພາຍ​
ໃນ​ກາງ​ປີນີ້.

ນາຍ Shekau ກ່າວ​ເຖິງ​ຄຳ​ເວົ້າຂອງ​ປະທານາທິບໍດີ​ໄນຈີ​ເຣຍວ່າ ​ເປັນ​ການຄຸຍໂມ້ ​ແລະ
ເວົ້າວ່າ ກຸ່ມ Boko Haram ​ຕັ້ງ​ໃຈ​ທີ່​ຈະ​ທຳລາຍ​ທ່ານ​ແທນ.

ຄວາມ​ເຊື່ອ​ຖື​ໄດ້​ກ່ຽວ​ກັບ​ຮູບ​ວີ​ດີ​ໂອ​ດັ່ງກ່າວ ​ແມ່ນ​ຍັງ​ບໍ່​ສາມາດ​ໃຫ້ການ​ຢືນຢັນໂດຍແຫຼ່ງ
ຂ່າວ​ທີ່​ເປັນ​ອິດສະຫຼະ​ເທື່ອ.

ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ​ໄດ້​ຖືກ​ໂຈມຕີ​ເພີ່ມ​ຂຶ້ນ​ໂດຍ​ກຸ່ມ Boko Haram ທີ່​ໄດ້ມີ​ການຖິ້ມ​
ໂທດ​ໃສ່​ການ​ສັງຫານ​ປະຊາຊົນ​ຫຼາຍຮ້ອຍ​ຄົນ​ພຽງ​ແຕ່​ໃນ​ປີນີ້ປີ​ດຽວ​ທໍ່ນັ້ນ. ກຸ່ມ​ດັ່ງກ່າວ
ຢາ​ກ​ໃຫ້​ມີ​ການ​ນຳ​ໃຊ້​ກົດໝາຍ Sharia ທີ່​ເຄັ່ງ​ຄັດ​ຂອງ​ສາສະໜາ​ອິສລາມ​ໃນ​ທົ່ວ​ປະ​ເທດ.
ການ​ໂຈມ​ຕີ​ສ່ວ​ນ​ໃຫຍ່​ແມ່ນ​ໄດ້​ແນ​ເປົ້າ​ໃສ່​ພວກ​ທີ່ນັບຖື​ສາສະໜາ​ຄຣິສຕ໌​ແລະ​ຊາວ​ຕ່າງປະ
ເທດ ​ແຕ່​ກໍ​ຮວມທັງ​ທີ່​ນັບຖື​ສາສະໜາອິສລາມ​ແນວທາງ​ປານ​ກາງນຳ​ດ້ວຍ.

XS
SM
MD
LG