ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດເຫດລະເບີດຫຼາຍໆຄັ້ງ ຢູ່ໄນຈີເຣຍ


ແຜນທີ່ໄນຈີເຣຍ
ແຜນທີ່ໄນຈີເຣຍ

ພວກທີ່ເຫັນເຫດການໃນພາກກາງຂອງໄນຈີເຣຍກ່າວວ່າ ເຫດລະເບີດທີ່ເມືອງ Jos ເຮັດ
ໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 8 ຄົນ.

ລາຍງານຂ່າວຈາກເມືອງດັ່ງກ່າວແຈ້ງວ່າ ໄດ້ເກີດເຫດລະເບີດຢ່າງນ້ອຍ 2 ຄັ້ງ ແລະອາດ
ຫຼາຍເຖິງ 5 ຄັ້ງ ໃນຕອນປະມານ 7 ໂມງແລງ ຕາມເວລາທ້ອງຖິ່ນ ໃນວັນສຸກວານນີ້.

ຂອບເຂດຄວາມເສຍຫາຍໃນການບາດເຈັບລົ້ມຕາຍທັງໝົດ ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງ
ເທື່ອ.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີເຫຼົ່ານີ້. ເມືອງ Jos ເປັນ
ບ່ອນທີ່ໄດ້ເກີດການປະທະກັນທາງດ້ານສາສະໜາ ສ່ວນໃຫຍ່ແລ້ວແມ່ນລະຫວ່າງພວກ
ທີ່ນັບຖືສາສະໜາອິສລາມ ແລະພວກທີ່ນັບຖືສາສະໜາຄຣິສຕ໌ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີ
ວິດຫຼາຍພັນຄົນ ໃນຮອບທົດສະວັດຜ່ານມານີ້.

ໄນຈີເຣຍທີ່ມີປະຊາກອນ 140 ລ້ານຄົນນັ້ນ ແມ່ນແບ່ງກັນເກືອບເຄິ່ງຕໍ່ເຄິ່ງ ລະຫວ່າງ
ພວກທີ່ນັບຖືສາສະໜາຄຣິສຕ໌ ແລະສາສະໜາອິສລາມ.

XS
SM
MD
LG