ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຫດລະເບີດໃນໄນຈີເຣຍເມື່ອວັນສຸກຜ່ານມາ ຍັງຜົນໃຫ້ມີຜູ້ເສຍຊີວິດ 12 ຄົນ


ເຫດລະເບີດທີ່ຈະຕຸລັດ Eagle ເມືອງ Abuja ປະເທດໄນຈີເຣຍ ເມື່ອວັນທີ່ 1 ເດືອນຕຸລາ ຊຶ່ງເປັນວັນສະຫລອງເອກກະລາດ
ເຫດລະເບີດທີ່ຈະຕຸລັດ Eagle ເມືອງ Abuja ປະເທດໄນຈີເຣຍ ເມື່ອວັນທີ່ 1 ເດືອນຕຸລາ ຊຶ່ງເປັນວັນສະຫລອງເອກກະລາດ

ອະດີດຜູ້ນໍາກຸ່ມຫົວຮຸນແຮງຂອງໄນຈີເຣຍກຸ່ມນຶ່ງໄດ້ປະ ຕິເສດຕໍ່ການມີ​ສ່ວນພົວພັນໃນເຫດການລະເບີດ ທີ່ຍັງ ຜົນໃຫ້ມີຜ້ເສຍຊີວິດ 12 ຄົນ ຢູ່​ໃກ້ໆ ສະຖານທີ່ ສະເຫລີມສະຫລອງວັນເອກກະລາດໃນເມືອງຫລວງ ຂອງໄນຈີເຣຍ ເມື່ອວັນສຸກຜ່ານມານັ້ນ.

ທະນາຍຄວາມຂອງນາຍ Henry Okah ຜູ້ທີ່ຖືກຈັບກຸມ ໃນປະເທດອາ​ຟຣິກາ​ໃຕ້ ​ໃນວັນເສົາວານນີ້ ກ່າວວ່າ ລູກຄວາມຂອງຕົນປະຕິເສດວ່າຕົນບໍ່​ໄດ້​ມີ​ຄວາມຜິດ​ໃນ​ການກໍ່ອາຊຍາກຳໃດໆ ບໍ່​ວ່າ​ຢູ່ໃນປະເທດອາ​ຟຣິກາໃຕ້ຫລືແຫ່ງອື່ນ​ໃດເລີຍ. ທະນາຍຄວາມ Piet du Plessis ກ່າວວ່າ ການຈັບກຸມ ນາຍໂອກາ ນັ້ນແມ່ນບໍ່ມີ​ເຫດຜົນອັນ​ສົມຄວນ​ໃດໆເລີຍ ແລະເປັນຄວາມພະຍາຍາມ​ແບບບໍ່ມີການ​ໄກ່​ກອງ ເພື່ອເອົາໃຈພວກເຈົ້າໜ້າທີ່ໄນຈີ​ເຣຍ​ເທົ່າ​ນັ້ນ.

ເຊື່ອກັນວ່າ ນາຍ Henry Okah ເປັນອະດີດຜູ້ນໍາຂອງກຸ່ມຂະ​ບວນການເພື່ອການ ປົດປ່ອຍ​ເຂດ​ສາມຫລ່ຽມ​ປາກ​ແມ່​ນໍ້າ Niger ຫລື MEND ທີ່​ໄດ້​ອ້າງ​ເອົາຄວາມ ຮັບຜິດຊອບໃນເຫດການລະເບີດດັ່ງກ່າວ.

ຖະແຫລງການສະບັບນຶ່ງຂອງຂະບວນການ MEND ທີ່ອອກເມື່ອວັນເສົາວານນີ້ ເວົ້າວ່າ ນາຍ ໂອກາ ບໍ່ເຄີຍມີສ່ວນພົວພັນໃນການປະຕິບັດການ ໃດໆຂອງກຸ່ມດັ່ງກ່າວ. ຂະບວນການ MEND ກ່າວວ່າ “ທ່າທີທີ່ຂາດຄວາມຮັບຜິດຊອບ” ຂອງເຈົ້າໜ້າທີ່ຮັກສາ ຄວາມປອດໄພ ແມ່ນ​ເປັນສາ​ເຫດ ຂອງການສູນ ເສຍຊີວິດ​ໃນ​ຄັ້ງ​ນີ້. ກຸ່ມດັ່ງກ່າວ​ເວົ້າ​ອີກວ່າ ພວກຕົນໄດ້ປະກາດໃຫ້ທາງລັດຖະບານໄນຈີເຣຍຮູ້ຫ້າມື້ລ່ວງໜ້າ ກ່ອນ​ຈະທໍາການໂຈມຕີ.

XS
SM
MD
LG