ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

6 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ໄນຈີເຣຍ


ກຳລັງຮັກສາຄວາມສະຫງົບຂອງໄນຈີເຣຍ ທີ່ປະຈຳການຕາມຈຸດຕ່າງໆ ໃນເມືອງ Maiduguri.
ກຳລັງຮັກສາຄວາມສະຫງົບຂອງໄນຈີເຣຍ ທີ່ປະຈຳການຕາມຈຸດຕ່າງໆ ໃນເມືອງ Maiduguri.

ເຈົ້າ​ໜ້າ​ທີ່ໄນ​ຈີ​ເຣຍກ່າວ​ວ່າ​ ຢ່າງ​ໜ້ອຍ 6 ຄົນ​ໄດ້​ເສຍຊີວິດ ​ໃນການ​ໂຈມ​ຕີ​ດ້ວຍລະ​ເບີດ​
ສະລະ​ຊີ​ບ ​ທີ່ເມືອງ Maiduguri.

ຕໍາຫລວດ​ກ່າວ​ວ່າ ຜູ້ໂຈມ​ຕີ​ໄດ້ບີບ​ຄະ​ນວນ​ລ​ະ​ເບີດ ​ທີ່​ຫ້າງ​ໃສ່​ລົດ​ຂອງ​ລາວ ​ໃຫ້​ແຕກ​ຂຶ້ນ
ຢູ່​ນອກ​ກອງ​ບັນຊາ​ການ​ຕຳຫຼວດ ໃນ​ວັນ​ສຸກ​ວານນີ້. ຕໍາຫລວດ​ຄົນ​ນຶ່ງ​ຮວມ​ຢູ່​ໃນ​ພວກ​ທີ່
​ເສຍ​ຊີວິດ ​ແລະ​ອີກ​ຢ່າງ​ໜ້ອຍ 7 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເຫດຮ້າຍ​ຄັ້ງນີ້ເກີດຂຶ້ນ​ນຶ່ງ​ມື້ ຫລັງຈາກສະຖານທູດ ສະຫະລັດຢູ່ໄນ​ຈີ​ເຣຍ ໄດ້ຮຽກຮ້ອງ
​ໃຫ້ຊາວ​ອາ​ເມຣິກັນ ພາກັນ​ອອກ​ຈາກ​ເມືອງດັ່ງກ່າວ​ເນື່ອງ​ຈາກ​ຄວາມ​ຮຸນ​ແຮງ​ທີ່​ຍັງ​ດໍາ​ເນີນ
​ຢູ່​ຕໍ່​ມາ.

​ໃນ​ວັນ​ພະຫັດ​ແລ້ວນີ້ ສະຖານທູດ​ສະຫະລັດ ​ໄດ້​ເຕືອນ​ກ່ຽວ​ກັບຄວາມ​ຮຸນ​ແຮງທີ່ຍັງ​ດຳ​ເນີ​ນ
ຢູ່​ຕໍ່​ມາ ລະຫວ່າງ​ກໍາລັງ​ລັດຖະບານ​ ແລະກຸ່​ມຫົວ​ຮຸນ​ແຮງຈັດ​ທ້ອງ​ຖິ່ນທີ່​ເມືອງ Maiduguri.
ສະຖານທູດ​ສະຫະລັດ​ເວົ້າວ່າ ​ຕົນ​ເຊື່ອ​ວ່າ​ ສະ​ຖານະ​ການຍັງຈະສືບ​ຕໍ່​ທະວີ​ຄວາມ​ຮ້າຍ​ແຮງ
​ຂຶ້ນຕື່ມ.

ຍັງບໍ່​ມີ​ກຸ່ມ​ໃດເທື່ອອ້າງ​ເອົາຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕ້ດ້ວຍລະ​ເບີດໃນ​ວັນ​ສຸກວານ​ນີ້.
ຜ່ານ​ມາ ກຸ່ມຫົວ​ຮຸນ​ແຮງອິສລາ​ມທີ່​ຮູ້​ກັນໃນ​ນາມ Boko Haram ນັ້ນ ເປັນ​ຜູ້​ທຳການ​ໂຈມ
​ຕີທີ່​ຄ້າຍຄື​ກັນ​ນີ້.

​ເມືອງ Maiduguri ແມ່ນ​ບ່ອນຢູ່​ຂອງ​ກຸ່ມຫົວ​ຮຸນ​ແຮງ​ Boko Haram ຊຶຶ່ງ​ມີ​ການຖິ້ມ​ໂທດ​
ໃສ່​ວ່າ ​ເປັນ​ຜູ້​ສັງຫານ​ປະຊາຊົນ​ຫລາຍ​ຮ້ອຍ​ຄົນ ​ຢູ່ໃນ​ໄນ​ຈີ​ເຣຍ.

XS
SM
MD
LG