ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

4 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ໄນຈີເຣຍ


ທະຫານຄົນນຶ່ງ ຢືນຢູ່ໃກ້ໆລົດໂຮງໝໍ ທີ່ຂົນພວກເຄາະຮ້າຍ ຈາກເຫດລະເບີດ ໃກ້ໆຄ້າຍທະຫານແຫ່ງນຶ່ງ ໃນນະຄອນຫຼວງໄນຈີເຣຍ (31 ທັນວາ 2010)
ທະຫານຄົນນຶ່ງ ຢືນຢູ່ໃກ້ໆລົດໂຮງໝໍ ທີ່ຂົນພວກເຄາະຮ້າຍ ຈາກເຫດລະເບີດ ໃກ້ໆຄ້າຍທະຫານແຫ່ງນຶ່ງ ໃນນະຄອນຫຼວງໄນຈີເຣຍ (31 ທັນວາ 2010)

ເຈົ້າໜ້າທີ່ໄນຈີເຣຍກ່າວວ່າ ລະເບີດລູກນຶ່ງໄດ້ແຕກຂຶ້ນຢູ່
ຕະຫຼາດທີ່ຜູ້ຄົນມັກໄປຊື້ເຄື່ອງຊື້ຂອງແຫ່ງນຶ່ງ ໃກ້ໆຄ້າຍ
ທະຫານໃນນະຄອນຫຼວງອາບູຈາ.

ໂຄສົກຄົນນຶ່ງຂອງຕຳຫຼວດເວົ້າວ່າ ມີຜູ້ເສຍຊີວິດ 4 ຄົນ
ໃນເຫດລະເບີດຄັ້ງນີ້ ຂະນະທີ່ອີກ 13 ຄົນໄດ້ຮັບບາດ
ເຈັບ.

ສ່ວນໂທລະພາບຂອງໄນຈີເຣຍລາຍງານວ່າມີປະມານ 30
ຄົນເສຍຊີວິດໃນເຫດລະເບີດດັ່ງກ່າວແຕ່ລາຍງານຂ່າວນີ້
ຍັງບໍ່ທັນໄດ້ຮັບການຢືນຢັນເທື່ອ.

ເຈົ້າໜ້າທີ່ເວົ້າວ່າ ລະເບີດໄດ້ແຕກຂຶ້ນທີ່ຕະຫຼາດ ບ່ອນທີ່
ຜູ້ຄົນພວມພາກັນສະເຫຼີມສະຫຼອງວັນສົ່ງທ້າຍປີເກົ່າ.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການ ໂຈມຕີດັ່ງກ່າວນີ້ເທື່ອ.

ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan ໄດ້ຖິ້ມໂທດການວາງລະເບີດໃນ
ເທື່ອນີ້ ໃສ່ກຸ່ມຫົວຮຸນແຮງອິສລາມ Boko Haram.

ກຸ່ມດັ່ງກ່າວນີ້ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການວາງລະເບີດໂຈມຕີໃນວັນກ່ອນວັນ
ເທດສະການຄຣິສຕ໌ມາສທີ່ເມືອງ Jos ໃນພາກກາງຂອງໄນຈີເຣຍແລະການໂຈມຕີໂບດ
ຫຼາຍໆແຫ່ງທີ່ເມືອງ Maiduguri ໃນພາກເໜືອຂອງປະເທດ. ມີ 80 ກວ່າຄົນເສຍຊີວິດ
ໃນການໂຈມຕີເຫຼົ່ານີ້.

ການໂຈມຕີດ້ວຍລະເບີດລົດ ໄດ້ສ້າງຄວາມສັ່ນສະເທືອນໃຫ້ແກ່ນະຄອນຫຼວງອາບູຈາໃນ
ເດືອນຕຸລາປີກາຍ. ພວກຫົວຮຸນແຮງຈາກເຂດຜະລິດນໍ້າມັນ ໃນບໍລິເວນສາມຫຼ່ຽມປາກ
ແມ່ນໍ້າໄນເຈີໃນພາກໃຕ້ຂອງປະເທດ ໄດ້ອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດ
ດັ່ງກ່າວ.

XS
SM
MD
LG