ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງຈັດ ຮັບວ່າ ຕົນເປັນຜູ້ທໍາການໂຈມຕີ ຢູ່ໄນຈີເຣຍ (ເບິ່ງວີດີໂອ)


ການໂຈມຕີທີ່ສຳນັກງານອົງການກສະຫະປະຊາຊາດ ໃນນະຄອນຫຼວງ Abuja ຂອງໄນຈີເຣຍ (26 ສິງຫາ 2011)
ການໂຈມຕີທີ່ສຳນັກງານອົງການກສະຫະປະຊາຊາດ ໃນນະຄອນຫຼວງ Abuja ຂອງໄນຈີເຣຍ (26 ສິງຫາ 2011)

ກຸ່ມອິສລາມຫົວຮຸນແຮງຈັດກຸ່ມນຶ່ງໃນໄນຈີເຣຍກ່າວວ່າ ຕົນເປັນຜູ້ທຳການໂຈມຕີດ້ວຍລະ
ເບີດລົດທີ່ສັງຫານຢ່າງນ້ອຍ 18 ຄົນທີ່ສຳນັກງານອົງການສະຫະປະຊາຊາດໃນນະຄອນ
ຫຼວງ Abuja.

ພວກທີ່ເຫັນເຫດການເວົ້າວ່າ ລົດຄັນດັ່ງກ່າວໄດ້ແລ່ນບຸກເຂົ້າໄປ ຜ່ານປະຕູຮັກສາຄວາມ
ປອດໄພ 2 ຊັ້ນແລ້ວກໍໄດ້ແຕກຂຶ້ນຢູ່ຂ້າງໃນຂອງສຳນັກງານ ບໍ່ດົນກ່ອນຕອນທ່ຽງຂອງ
ມື້ວັນສຸກວານນີ້ ຕາມເວລາທ້ອງຖິ່ນ.

ລຸນຫຼັງການໂຈມຕີໂຄສົກຄົນນຶ່ງຂອງກຸ່ມ Boko Haram ກໍໄດ້ໂທລະສັບໄປຫາຜູ້ສື່ຂ່າວ
ພະແນກພາສາ Hausa ຂອງວີໂອເອປະຈຳໄນຈີເຣຍ ອ້າງເອົາຄວາມຮັບຜິດຊອບວ່າກຸ່ມ
ຂອງລາວ ເປັນຜູ້ທຳການໂຈມຕີ. ນອກນັ້ນແລ້ວ ລາວຍັງເຕືອນວ່າ ນີ້ເປັນພຽງການເລີ່ມ
ຕົ້ນເທົ່ານັ້ນ.

ໂຄສົກກ່າວວ່າ ການໂຈມຕີທີ່ວ່ານີ້ ແມ່ນເພື່ອເປັນການຕອບໂຕ້ ຕໍ່ການເພີ່ມການມີໜ້າ
ຂອງພວກທະຫານທີ່ລັດ Borno ທາງພາກຕາເວັນອອກສຽງເໜືອຂອງປະເທດ ບ່ອນ
ທີ່ກຸ່ມ Boko Haram ມີການເຄື່ອນໄຫວຢູ່ນັ້ນ.

ມີການຖິ້ມໂທດໃສ່ກຸ່ມດັ່ງກ່າວນີ້ວ່າເປັນຜູ້ຮັບຜິດຊອບກ່ຽວກັບການວາງລະເບີດຈຳນວນ
ນຶ່ງໃນໄລຍະສອງສາມຜ່ານມາແຕ່ການໂຈມຕີໃນມື້ວານນີ້ແມ່ນຂີດໝາຍໃນການຫັນປ່ຽນ ເກີນຂອບເຂດຂອງເປົ້າໝາຍພາຍໃນປະເທດ.

ທີ່ນະຄອນນິວຢອກເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານພັນຄີມູນກ່າວວ່າ ທ່ານຍັງບໍ່ຮູ້ໂຕເລກຂອງພວກທີ່ບາດເຈັບລົ້ມຕາຍຢ່າງເປັນການຄັກແນ່ເທື່ອແຕ່ກໍທຳນາຍ ວ່າໂຕເລກອາດຈະຂ້ອນຂ້າງສູງ.

ເຈົ້າໜ້າທີ່ເວົ້າວ່າ ມີຢ່າງນ້ອຍ 60 ບາດເຈັບຢູ່ທີ່ໂຮງໝໍແຫ່ງຊາດທີ່ຕັ້ງຢູ່ໃກ້ຄຽງແຕ່ພຽງ
ບ່ອນດຽວເທົ່ານັ້ນ.

ໃນຖະແຫຼງການທີ່ເປັນລາຍລັກອັກສອນສະບັບນຶ່ງ ປະທານາທິບໍດີຂອງໄນຈີເຣຍ ທ່ານ
Goodluck Jonathan ເອີ້ນການໂຈມຕີໃນຄັ້ງນີ້ວ່າໂຫດຮ້າຍປ່າເຖື່ອນ ໄຮ້ຄວາມຮູ້ສຶກ
ແລະຂີ້ຂາດຕາຂາວ. ທ່ານໄດ້ກ່າວຢືນຢັນອີກຄັ້ງນຶ່ງເຖິງຄວາມໝາຍໝັ້ນຕັ້ງໃຈຂອງໄນຈີ
ເຣຍ ທີ່ຈະທຳການປາບປາມພວກກໍ່ການຮ້າຍແລະປະກາດວ່າ ຈະນຳເອົາພວກໂຈມຕີມາ
ລົງໂທດ.

XS
SM
MD
LG