ກອງທັບໄນຈີເຣຍກ່າວວ່າ ນັກຮຽນແມ່ຍິງຄົນທີສອງ ທີ່ຖືກລັກພາໂຕໄປໂດຍ ພວກຫົວຮຸນແຮງ Boko Haram ເມື່ອສອງປີກວ່າໆ ໃນການບຸກໂຈມຕີໂຮງຮຽນເຂົາເຈົ້ານັ້ນໄດ້ຖືກຊ່ວຍອອກມາໄດ້.
“ຊື່ຂອງລາວ ແມ່ນນາງ Serah Luka” ໂຄສົກກອງທັບ ພັນເອກ Sani Us-man ກ່າວ ໃນອີແມລວ່າ ນາງມາຈາກເມືອງ Madagali ໃນລັດ Adamawa. ທະຫານເຄີຍນຳຮູບ ພາບຂອງແມ່ຍິງຄົນນີ້ອອກເຜີຍແຜ່ທີ່ໃສ່ຜ້າປົກຫົວຍາວສີຟ້າທີ່ີມັກໃຊ້ໂດຍທົ່ວໄປຢູ່ໃນຂົງເຂດ ແລະຄືກັບຜ້າປົກຫົວທີ່ໃສ່ໂດຍພວກແມ່ ຍິງທີ່ຖືກລັກພາໂຕໄປ ທີ່ເຫັນຢູ່ໃນວີດີໂອຂອງກຸ່ມ Boko Haram ນັ້ນ.
ນາງເປັນຄົນທີສອງຂອງພວກເດັກຍິງ 219 ຄົນ ທີ່ຖືກລັກພາໂຕໄປ ແລະກັກຂັງໄວ້ນັບແຕ່ປີ 2014 ທີ່ໄດ້ຮັບການຊ່ວຍເຫລືອອອກມາ.
ໃນວັນອັງຄານອາທິດນີ້ ເດັກຍິງຜູ້ທຳອິດອາຍຸ 19 ປີ ນາງ Amina Ali ໄດ້ພົບເຫັນພ້ອມ ກັບລູກນ້ອຍອາຍຸ 4 ເດືອນໂດຍກຸ່ມປ້ອງກັນພົນລະເຮືອນຢູ່ໃນເຂດປ່າ Sambisa ຂອງລັດ Bono. ປັດຈຸບັນນີ້ນາງກຳລັງຖືກສອບສວນໂດຍບັນດາເຈົ້າໜ້າທີ່ທະຫານໄນຈີເຣຍ.
ນາງ Ali ແລະແມ່ຂອງລາວໄດ້ພົບກັບ ປະທານາທິບໍດີ Muhammadu Buhari ໃນວັນ ພະຫັດວານນີ້ ທີ່ບ້ານພັກຂອງທ່ານ ໃນນະຄອນຫຼວງ Abuja ບ່ອນທີ່ທ່ານກ່າວວ່າ ລັດ ຖະບານ “ກຳລັງດຳເນີນການໃນຄວາມສາມາດທີ່ມີຢູ່ທັງໝົດເພື່ອຊ່ວຍພວກນັກຮຽນຍິງ Chibok ທີ່ຍັງຖືກກັກຂັງຢູ່ນັ້ນ ອອກມາ.”
ປະທານາທິບໍດີໄດ້ອອກຖະແຫຼງການ ຫຼັງຈາກການພົບປະວ່າ “ການຊ່ວຍນາງ Amina ອອກມາ ເຮັດໃຫ້ພວກເຮົາມີຄວາມຫວັງໃໝ່ແລະມອບໂອກາດພິເສດສຳລັບຂໍ້ມູນທີ່ສຳ ຄັນ.”
ທະຫານໄນຈີເຣຍໄດ້ເພີ້ມການໂຈມຕີ ຢູ່ໃນເຂດເຄິ່ງທະເລຊາຍ ທີ່ສອກຫລີກແຫ້ງແລ້ງ ນັບແຕ່ທ້າຍເດືອນເມສາເປັນຕົ້ນມາ ເພື່ອຂັບໄລ່ພວກນັກລົບກະບົດອອກໄປ.
ພວກ Boko Haram ໄດ້ກວດເອົານັກຮຽນແມ່ຍິງ 300 ຄົນ ຈາກຫໍພັກເຂົາເຈົ້າໃນເມືອງ Chibok ທາງພາກຕາເວັນອອກສຽງເໝືອຂອງໄນຈີເຣຍ ເມື່ອວັນທີ 14 ເມສາ ປີ 2014 ແລະຕ້ອນເອົາພວກເຂົາເຈົ້າໄປ ໃນຕອນກາງຄືນ. ຫລາຍຄົນໄດ້ພາກັນລັກໜີຫລັງຈາກ ຖືກຈັບໂຕໄປ ແຕ່ວ່າອີກ 200 ກວ່າຄົນຍັງຫາຍສາບສູນຢູ່.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ