ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

2 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ໄນຈີເຣຍ


ທະຫານຄົນນຶ່ງ ພວມຄົ້ນລົດ ທີ່ເມືອງ Kaduna ໃນພາກເໜືອຂອງໄນຈີເຣຍ (21 ເມສາ 2011)
ທະຫານຄົນນຶ່ງ ພວມຄົ້ນລົດ ທີ່ເມືອງ Kaduna ໃນພາກເໜືອຂອງໄນຈີເຣຍ (21 ເມສາ 2011)

ເຈົ້າໜ້າທີ່ໄນຈີເຣຍກ່າວວ່າ ໄດ້ເກີດເຫດລະເບີດ ຢູ່ໃນ
ພາກເໜືອຂອງປະເທດ ບ່ອນທີ່ມີລາຍງານວ່າ ມີຫຼາຍ
ສິບຄົນໄດ້ເສຍຊີວິດໃນສັບປະດານີ້ ໃນຄວາມຮຸນແຮງ
ລຸນຫຼັງການເລືອກຕັ້ງນັ້ນ.

ແຫຼ່ງຂ່າວຂອງກຳລັງຮັກສາຄວາມສະຫງົບແຈ້ງວ່າເຫດ
ລະເບີດ ໄດ້ເກີດຂຶ້ນໃນຕອນແລງຂອງວັນສຸກວານນີ້ທີ່
ເມືອງ Kaduna ຊຶ່ງເປັນເມືອງເອກ ຂອງແຂວງທີ່ມີຊື່
ດຽວກັນນີ້. ອົງການຂ່າວຣອຍເຕີ້ແຈ້ງວ່າ ມີຢ່າງນ້ອຍ
2 ຄົນໄດ້ເສຍຊີວິດເວລາລະເບີດລູກນຶ່ງໄດ້ແຕກຂຶ້ນຂະ
ນະທີ່ພວກເຂົາເຈົ້າພວມພະຍາຍາມຈະປະກອບເຂົ້າກັນ.

ໃນສັບປະດານີ້ການກໍ່ຈະລາຈົນໄດ້ລະເບີດຂຶ້ນໃນພາກ
ເໜືອຂອງໄນຈີເຣຍບ່ອນທີ່ປະຊາຊົນ ສ່ວນໃຫຍ່ນັບຖື
ສາສະໜາອິສລາມ ຫຼັງຈາກປະທານາທິບໍດີ Goodluck
Jonathan ຊຶ່ງເປັນຊາວຄຣິສຕຽນຈາກພາກໃຕ້ຂອງ
ປະເທດໄດ້ຮັບໄຊຊະນະໃນການເລືອກຕັ້ງໃນມື້ວັນເສົາແລ້ວ.

ພວກມຸສລິມທີ່ສະໜັບສະໜຸນຄູ່ແຂ່ງຂອງທ່ານຄືທ່ານ Muhammadu Buhari ນັ້ນໄດ້
ພາກັນໂຈມຕີໂບດ ເຮືອນຊານບ້ານຊ່ອງແລະປ້ອມຕຳຫຼວດ. ຄວາມຮຸນແຮງທີ່ວ່ານີ້ໄດ້ກໍ່
ໃຫ້ເກີດມີການໂຈມຕີຕອບໂຕ້ໂດຍຊາວຄຣິສຕຽນ.

ລາຍງາຍຂ່າວຂອງສື່ມວນຊົນແຈ້ງວ່າມີຫຼາຍກວ່າ 100 ຄົນເສຍຊີວິດໃນຄວາມຮຸນແຮງທີ່
ວ່ານີ້ ເຖິງແມ່ນເຈົ້າໜ້າທີ່ໄດ້ປະຕິເສດ ບໍ່ຍອມບອກໂຕເລກພວກເສຍຊີວິດ ທີ່ແທ້ຈິງຍ້ອນ
ຢ້ານກໍ່ໃຫ້ເກີດມີການໂຈມຕີຕື່ມອີກ.

ເຈົ້າໜ້າທີ່ໄດ້ເລື່ອນເວລາ ໃນການເລືອກຕັ້ງເຈົ້າແຂວງໆ Kaduna ແລະແຂວງ Bauchi
ທີ່ຕັ້ງຢູ່ໃກ້ຄຽງໄປໃສ່ວັນພະຫັດເພື່ອອຳນວຍໃຫ້ອາລົມຄວາມຮູ້ສຶກຂອງຜູ້ຄົນເຢັນລົງ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ຮຽກຮ້ອງໃຫ້ພວກຜູ້ນຳໄນຈີເຣຍ
ໃຫ້ເປັນທີ່ແນ່ໃຈວ່າກຳລັງຮັກສາຄວາມສະຫງົບໄດ້ປະຕິບັດໜ້າທີ່ແບບມີຄວາມຮັບຜິດຊອບ
ໃນການຢຸດຕິຄວາມຮຸນແຮງລຸນຫຼັງການເລືອກຕັ້ງນັ້ນ.

XS
SM
MD
LG