ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ພໍ່ແມ່ເດັກຍິງ ​ໄນ​ຈີ​ເຣຍ ທີ່ຫາຍສາບສູນ ມີຄວາມ​ໂກດ​ແຄ້ນ ເພີ້ມຂຶ້ນ


ທ່ານລາຍ ໂມຮໍາເມັດ (Lai Mohammed) ລັດຖະມົນຕີ ກະຊວງຖະແຫລງຂ່າວ ກ່າວຕໍ່ພໍ່ແມ່ນັກຮຽນ ໃນໄລຍະທີ່ໄປຢ້ຽມຢາມ ໂຮງຮຽນບ້ານແດັບຈີ (Dapchi) ໃນລັດໂຢເບ (Yobe) ບ່ອນທີ່ນັກຮຽນຍິງ ຫລາຍສິບຄົນ ຫາຍສາບສູນ ໃນວັນທີ 22 ກຸມພາ 2018.

ຄວາມ​ໂກດ​ແຄ້ນ ​ແລະ​ຄວາມ​ເປັນ​ຫ່ວງ​ໄດ້​ເພີ້ມທະວີ​ຂຶ້ນ​ ໃນ​ກຸ່ມ​ພໍ່​ແມ່ນັກ
ຮຽນ ຢູ່​ໃນ​ເຂດ​ພາກ​ເໜືອຂອງ​ໄນ​ຈີ​ເຣຍທີ່​ເວົ້າວ່າ​ລູກ​ສາວ​ຂອງ​ພວກ​ເຂົາ​
ເຈົ້າ ຫລາຍ​ເຖິງ 100 ຄົນ ຍັງ​ຫາຍ​ສາບ​ສູນ​ຢູ່ ພາຍຫລັງ​ທີ່​ພວກ​ຫົວຮຸນແຮງ ​
ໂບ​ໂກ ຮາຣາມ (Boko Haram) ​ໄດ້​ທໍາ​ການ​ໂຈມ​ຕີ.

ພວກ​ເຈົ້າໜ້າທີ່ລັດຖະບານ​ໃນ​ລັດ ​ໂຢ​ເບ (Yobe) ​ເວົ້າວ່າ ​ເດັກ​ຍິງປະມານ
50 ຄົນ​ຍັງ​ບໍ່​ຮູ້​ວ່າ​ຢູ່​ໃສ​ ໃນ​ເວລາ​ທີ່​ມີ​ການ​ໂຈມ​ຕີຢູ່​ບ້ານ​ແດບຈີ (Dapchi) ​
ໃນ​ແລງ​ວັນ​ຈັນ​ຜ່ານ​ມາ. ມີ​ລາຍ​ງາ​ນທີ່ຍັງຂັດແຍ້ງກັນ​ກ່ຽວກັບ​ຈໍານວນ​ເດັກ
​ຍິງ​ທີ່ໄດ້​ຊອກ​ເຫັນ​ແລ້ວ ​ແລະ​ຈໍ​ານວນຂອງ​ຜູ້​ທີ່​ຍັງ​ຫາຍ​ສາບ​ສູນ​ຢູ່.

ຕໍາຫລວດ​ໃນ​ຂົງ​ເຂດ ​ແລະ​ກະຊວງ​ສຶກສາ​ທໍາ​ອິດ​ໄດ້​ປະຕິ​ເສດ​ວ່າ ພວກ​ນັກ
ຮຽນດັ່ງກ່າວ​ບໍ່ໄດ້​ຖືກ​ລັກ​ພາ​ຕົວ​ໄປ. ກົງກັນຂ້າມ​ພວກ​ເຂົາ​ເຈົ້າບອກ​ວ່າ​ ເດັກ
​ຍິງ​ພວກ​ນີ້ພາກັນ​ໄປ​ລີ້ຢູ່​ໃນ​ປ່າ ພາຍ​ຫລັງ​ທີ່​ພາກັນ​ຫລົບໜີຈາກການ​ໂຈມ​ຕີ​ໄປ.

ພວກ​ເຈົ້າໜ້າທີ່​ໄນ​ຈີ​ເຣຍມັກ​ຈະ​ບໍ່​ໃຫ້​ຄວາມ​ສໍາຄັນ​ຕໍ່​ເຫດການ​ດັ່ງກ່າວ.

ກອງທັບໄນ​ຈີ​ເຣຍ​ກ່າວ​ອ້າງ​ໃນ​ວັນ​ພຸດ​ຜ່ານ​ມານີ້ວ່າ ​ໄດ້​ຊ່ວຍ​ເອົາ​ຊີວິດ​ຂອງ​
ເດັກ​ຍິງ 76 ຄົນ​ໄວ້. ​ແຕ່​ວ່າ​ຜູ້ປົກຄອງ​ລັດ​ໂຢ​ເບ (Yobe) ທ່ານ​ອິບຣາຮິມ
​ໄກແດ​ມ (Ibrahim Gaidam) ໄດ້​ໄປ​ຢ້ຽມຢາມໂຮງຮຽນ ທີ່​ພວກ​ຫົວຮຸນແຮງ
ໂບ​ໂກ ຮາຣາມ (Boko Haram) ​ໂຈມ​ຕີນັ້ນ ໃນ​ວັນ​ພະຫັດ​ວານ​ນີ້ ​ແລະເວົ້າ
ສູ່ພວກ​ພໍ່​ແມ່​ນັກຮຽນຟັງ​ວ່າ ​ບໍ່ມີ​ເດັກ​ຍິງ​ຄົນ​ໃດ​ໄດ້​ຖືກ​ຊ່ວຍ​ຊີວິດ​ໄວ້​ເລີຍ ຊຶ່ງ
​ກົງກັນຂ້າມ​ກັນ​ກັບ​ຄໍາ​ກ່າວ​ອ້າງຂອງ​ກອງທັບໄນ​ຈີ​ເຣຍ​.

ປະ​ທາ​ນາ​ທິບໍດີ ມູຮໍາ​ມາ​ດູ ບູຮາຣີ (Muhammadu Buhari) ຂອງໄນ​ຈີ​ເຣຍ
​ໄດ້​ຂຽນຂໍ້ຄວາມ​ລົງ​ໃນ​ທວີ​ດ​ເທີ ​ໃນ​ແລງ​ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ ທ່ານ​ຈະ​ເຮັດ​
ທຸກ​ສິ່ງທຸກ​ຢ່າງ​ເທົ່າ​ທີ່​ທ່ານ​ຈະ​ເຮັດ​ໄດ້ ​ເພື່ອຊ່ວຍ​ເອົາ​ເດັກ​ຍິງ​ພວກ​ນັ້ນກັບ
ຄືນ​ມາ. ທ່ານ​ເວົ້າວ່າ "ຂ້າພະ​ເຈົ້າຮູ້ສຶກ​ເຈັບ​ປວດ ​ເໝືອນກັນ​ກັບ​ພວກ​ພໍ່​ແມ່​ ​
ແລະ​ຜູ້​ປົກ ຄອງ​ເດັກຍິງທຸກ​ຄົນ ທີ່​ຍັງ​ບໍ່​ຮູ້​ວ່າລູກ​ຂອງ​ຕົນ​ຢູ່​ໃສ​ນັ້ນ. ຂ້າພະ
​ເຈົ້າຢາກ​ຮັບປະ ກັນ​ພວກ​ເຂົາ​ເຈົ້າວ່າ ພວກ​ເຮົາກໍາລັງ​ເຮັດ​ທຸກ​ສິ່ງ ທຸກ​ຢ່າງ
​ເທົ່າ​ທີ່ຈະ​ເຮັດ​ໄດ້ ​ເພື່ອ​ຄ້ຳປະກັນ​ໃຫ້​ພວກເດັກ​ຍິງ​ທຸກ​ຄົນກັບ​ຄືນ​ມາ​ຢ່າງ
​ປອດ​ໄພ."

ລັດຖະບານກາງຂອງໄນ​ຈີ​ເຣຍ ​ໄດ້​ກ່າວ​ອ້າງ​ຊໍ້າ​ແລ້ວ ຊໍ້າ​ອີກໃນປີ​ທີ່​ຜ່ານ​ມາ
ວ່າ ກຸ່ມ ໂບ​ໂກ ຮາຣາມ (Boko Haram) ​ໄດ້​ຮັບການປະລາໄຊໄປ​ແລ້ວ
​ແຕ່​ວ່າ ກຸ່ມ​ດັ່ງກ່າວ​ຍັງ​ສືບຕໍ່ທໍາ​ການວາງ​ລະ​ເບີດ​ສະຫຼະ​ຊີບ ​ແລະ​ທໍາ​ການ
​ໂຈມ​ຕີ​ອື່ນໆ ຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG