ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການພົບເຫັນ ຂຸມຝັງສົບ ຂະໜາດໃຫຍ່ ຫຼັງຈາກກຸ່ມ Boko Haram ຖອຍຈາກເມືອງ Damasak


ທະຫານປະເທດ Chad ຢຶນຢູ່ດ່ານກວດ ຕໍ່ໜ້າທຸງຂອງ ພວກ Boko Hamram ທີ່ເມືອງ Damasak ປະເທດໄນຈີເຣຍ.
ທະຫານປະເທດ Chad ຢຶນຢູ່ດ່ານກວດ ຕໍ່ໜ້າທຸງຂອງ ພວກ Boko Hamram ທີ່ເມືອງ Damasak ປະເທດໄນຈີເຣຍ.

ພວກ​ທະຫານ​ ຈາກ​ປ​ະ​ເທດ Chad ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ພົບ​
ເຫັນຊາກສົບຫຼາຍ​ກວ່າ 100 ສົບຢູ່​ໃນ​ຂຸມ​ຝັງ​ສົບໃຫຍ່ຢູ່ເມືອງ
Damasak ຂອງ​ Nigria ຫຼັງ​ ຈາກ​ໄດ້​ຊ່ວຍ​ປົດ​ປ່ອຍ​ເມືອງດັ່ງ
ກ່າວ ​ຈາກພວກ​ຫົວ​ຮຸນ​ແຮງ Boko Haram.

ພວກ​ທະຫານກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ຈຳ​ນວນນຶ່ງ​ໄດ້​ຖືກ​ປາດ​ຄໍ.
​ເຂົາ​ເຈົ້າ​ເວົ້າ​ວ່າ ຂຸມ​ຝັງ​ສົບ​ຂະໜາດໃຫຍ່ນີ້ໄດ້​ພົບ​ເຫັນ​ຢູ່ກ້ອງ
ຂົວ ​ນອກ​ເມືອງ.

ບັນດາ​ຜູ້​ເຫັນ​ເຫດການກ່າວ​ວ່າ ສະພາບ​ຂອງ​ຊາກ​ສົບ​ສ​ະ​ແດງ
​ໃຫ້​ເຫັນ​ວ່າ ​ໄດ້​ຖືກ​ສັງ​ຫານມາ​ດົນນານຊົ່ວໄລຍະນຶ່ງ​ແລ້ວ.

ພວກ​ຫົວ​ຮຸນ​ແຮງອິສລາມ Boko Haram ​ໄດ້ເຂົ້າຍຶດ​ເອົາ​ເມືອງ Damasak ​ໃກ້​ກັບ​ຊາຍ
​ແດນ Niger ​ໃນ​ເດືອນ​ພະຈິກປີກາຍ ​ແຕ່​ວ່າ ກຳລັງ​ທະຫານ​ຈາກ Niger ​ແລະ Chad ຫາ
​ກໍ່ເຂົ້າຍຶດ​ເອົາ​ເມືອງດັ່ງກ່າວ​ຄືນມາ​ຫວ່າງ​ມໍ່ໆ​ມາ​ນີ້ ອັນເປັນ​ພາກສ່ວນນຶ່ງ ​ໃນ​ຄວາມ​ພະຍາ
​ຍາມ​ຂອງ​ກຳລັງ​ນາໆ​ຊາດ​ຕ້ານ​ພວກ​ຫົວ​ຮຸນ​ແຮງນັ້ນ.

ແຜ່ນທີ່ໄນຈີເຣຍ
ແຜ່ນທີ່ໄນຈີເຣຍ

ກຸ່ມ Boko Haram ​ໄດ້ກໍ່ກະບົດຂຶ້ນຢູ່ໃນ​ພາກ​ເໜືອຂອງ
Nigeria ໃນໄລຍະ​ຫົກ​ປີ​ທີ່​ຜ່ານ​ມາ ອັນ​ເປັນ​ສາເຫດ​ໃຫ້​
ຫລາຍ​ພັນ​ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ​ນຶ່ງ​ລ້ານ​ຄົນ
ຖືກ​ຂັບ​ໄລ່​ໃຫ້ໜີອອກ​ຈາກ​ບ້າ​ນ​ເຮືອນ​ເຂົາ​ເຈົ້າ.

ຫລັງ​ຈາກ​ ກຸ່ມ​ດັ່ງກ່າວ ​ໄດ້​ຂະຫຍາຍ​ການ​ໂຈມ​ຕີ ເມື່ອໄວໆ
ມານີ້ ​ໄປ​ສູ່​ປະ​ເທດ ເພື່ອນ​ບ້ານ ​ປະ​ເທດ​ເຫຼົ່ານັ້ນຈຶ່ງໄດ້​ຮ່ວມ
ສົມທົບກຳລັງກັບ ​Nigeria ບຸກໂຈມຕີ ຕ້ານຄືນ ຊຶ່ງໄດ້ປະສົບ
ຜົນສຳ​ເລັດ​ໃນ​ການຍາດ​ເອົາ​ເມືອງ​ຕ່າງໆຄືນ​ມາໃນທົ່ວ​ພາກ
ຕາ​ ເວັນ​ອອກສຽງ​ເໜືອ​ຂອງ ​Nigeria ໃນ​ເດືອນ​ແລ້ວ.

​ໃນ​ຕົ້ນ​ອາທິດ​ນີ້ ​ເຖິງ​ຢ່າງ​ໃດ​ກໍ​ດີກຸ່ມ Boko Hamrtam ​ໄດ້ສັງຫານ​ຢ່າງ​ໜ້ອຍ 10 ຄົນ ຢູ່​ເມືອງ Gomboru ຊຶ່ງເປັນເມືອງຊາຍ​ແດນ​ຂອງ Nigeria ທີ່ພິສູດ​ໃຫ້​ເຫັນ​ວ່າ ກຸ່ມຫົວຮຸນ
ແຮງດັ່ງກ່າວ​ຍັງສາມາດ​ທຳ​ການ​ໂຈມ​ຕີ​ໄດ້ ​ເຖິງ​ແມ່ນ​ວ່າ​ ​ໄດ້ຖືກ​ຂັບ​ໄລ່ໃຫ້ແຕກ​ຖອຍ​ໄປ
ແລ້ວກໍຕາມ.

​ເບິ່ງວີດີໂອກ່ຽວຂ້ອງ:

Will Violence That Marred 2011 Nigeria Elections Be Repeated? Africa 54 Takes a Look
please wait

No media source currently available

0:00 0:03:01 0:00

XS
SM
MD
LG