ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກທະ​ຫານ​ຂອງ​ໄນ​ເຈີ ອ້າງວ່າ​ ໄດ້​ປົດ​ທ່ານ​ບາ​ຊູມ ​ລົງ​ຈາກ​ຕຳ​ແໜ່ງ

ພວກ​ສະ​ໜັບ​ສະ​ໜຸນ​ປະທານາທິບໍດີໂມຮຳເມດ ບາຊູມພາ​ກັນ​ໄປ​ໂຮມ​ຊຸມ​ນຸມ​ເພື່ອ​​ສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜຸນ​ຕໍ່ທ່ານ ໃນ​ນະ​ຄອນ​ຫລວງນິ​ອາ​ເມໃນ​ວັນ​ທີ 26 ກໍ​ລະ​ກົດ, 2023.
ພວກ​ສະ​ໜັບ​ສະ​ໜຸນ​ປະທານາທິບໍດີໂມຮຳເມດ ບາຊູມພາ​ກັນ​ໄປ​ໂຮມ​ຊຸມ​ນຸມ​ເພື່ອ​​ສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜຸນ​ຕໍ່ທ່ານ ໃນ​ນະ​ຄອນ​ຫລວງນິ​ອາ​ເມໃນ​ວັນ​ທີ 26 ກໍ​ລະ​ກົດ, 2023.

ສະຫະ​ປະຊາ​ຊາດ ​ແລະສະຫະລັດ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ປະທານາທິບໍດີໂມ​ຮຳ​ເມດ ບາ​ຊູມ (Mohamed Bazoum) ​ຂອງ​ໄນ​ເຈີ ຫລັງ​ຈາກ​ພວກ​ທະຫານ​ກຸ່ມ​ນຶ່ງ​ອ້າງ​ວ່າ​ໄດ້​ປົດ​ທ່ານ​ອອກ​ຈາກ​ອຳນາດ.

ລັດຖະມົນຕີກະ​ຊວງການຕ່າງປະເທດສະຫະລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ ກ່າວຕໍ່ ບັນດານັກຂ່າວ ໃນວັນພະຫັດມື້ນີ້ ທີ່ນິວຊີແລນວ່າ ທ່ານໄດ້ໂອ້ລົມ ກັບທ່ານບາ​ຊູມ ແລະ “ບອກໃຫ້ຊາບວ່າ ສະຫະລັດສະໜັບສະໜູນທ່ານຢ່າງເດັດດ່ຽວ ໃນຖານະທີ່ ເປັນປະທານາທິບໍດີ ທີ່ຖືກເລືອກຢ່າງ​ເປັນ​ປະຊາທິປະໄຕຂອງໄນເຈີ.”

ທ່ານບ​ລິງ​ເຄັນກ່າວວ່າ "ບໍ່ວ່າຈະເປັນການກໍ່ລັດຖະປະຫານ ໃນທາງວິຊາການຫຼືບໍ່ກໍ​ຕາມ, ອັນນັ້ນແມ່ນໃຫ້ພວກທະນາຍ ຄວາມເປັນ​ຜູ້​ເວົ້າ, ຂ້າພະເຈົ້າບໍ່ສາມາດເວົ້າໄດ້ ແຕ່ສິ່ງທີ່ເຫັນໄດ້ຢ່າງຊັດເຈນ​ກໍ​ຄືຄວາມພະຍາຍາມທີ່ຈະຍຶດອໍານາດໂດຍການໃຊ້​ກຳ​ລັງ ບັງຄັບ ແລະ ຂັດຕໍ່ລັດຖະທໍາມະນູນ."

ທ່ານສະ​ເຕບຟານ ດູແຈ​ຣິກ (Stephane Dujarric) ໂຄສົກຂອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານແອນ​ໂຕ​ນິ​ໂອ ກູ​ແຕ​ເຣ​ສ ກ່າວຢູ່ໃນການຖະແຫຼງໃນ ຕອນບ່າຍວັນພຸດວານນີ້ວ່າ ອົງການສະຫະປະຊາຊາດ "ຍຶດ​ໝັ້ນຢູ່ໃນຄວາມສາມັກຄີ ກັບລັດຖະບານທີ່ຖືກເລືອກແບບມີປະຊາທິປະໄຕ ແລະປະຊາຊົນໄນເຈີ."

ທ່ານດູແຈ​ຣິກກ່າວ​ວ່າ ທ່ານກູ​ແຕ​ເຣ​ສ “ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ” ກ່ຽວ​ກັບ​ການ​ກັກ​ຂັງ​ທ່ານບາ​ຊູມ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ທ່ານ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ລ່ວງ​ໜ້າ.

ພາບນິ້ງ​ຖ່າຍ​ຈາກວີ​ດິ​ໂອທີ່​ນຳ​ເອົາ​ມາ​ໂດຍອົງ​ການ​ຂ່າວ AFP ຈາກ​ໂທ​ລະ​ພາບ ORTN - Télé Sahel ໃນ​ວັນ​ທີ 26 ກໍ​ລະ​ກົດ 2023 ທີ່​ສະ​ແດງ​ໃຫ້​ເຫັນ​ວ່າພັນ​ເອກອາ​ມາ​ດູ ແອບດ​ຣາ​ເມນ (ກາງ), ໂຄ​ສົກ​ຂອງຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ປົດ​ປ່ອຍ​ປະ​ຊາ​ຊົນ (CNSP) ກ່າວ​ໃນ​ຖະ​ແຫລວງ​ການ​ຜ່ານ​ທາງ​ໂທ​ລະ​ພາບໃນ​ປະ​ເທດ​ໄນ​ເຈີ.

ສະຖານະ​ການ​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ພຸດ​ວານ​ນີ້ ​ເວລາທີ່​ພວກ​ທະຫານ​ໄດ້​ໃຊ້​ໂທລະພາບ​ແຫ່ງ​ຊາດ​ເພື່ອ​ປະກາດ​ວ່າ ​ເຂົາ​ເຈົ້າ​ໄດ້​ປົດທ່ານບາ​ຊູມອອກ​ຈາກ​ຕຳ​ແໜ່ງແລ້ວ.

"ພວກເຮົາ, ກຳລັງທະ​ຫານປ້ອງກັນຊາດ ແລະຮັກ​ສາຄວາມໝັ້ນ​ຄົງ ... ໄດ້ຕັດສິນໃຈທີ່​ຈະ​ເຮັດ​ໃຫ້ລະບອບການປົກຄອງນີ້ຍຸ​ຕິ​ລົງ," ນັ້ນ​ຄື​ຄຳ​ເວົ້າ​ຂອງພັນ​ເອກອາ​ມາ​ດູ ແອບດ​ຣາ​ເມນ, ທີ່ສະແດງໃຫ້ເຫັນວ່າທ່ານນັ່ງຢູ່ ແລະມີເຈົ້າໜ້າທີ່ອີກ 9 ຄົນ ທີ່ເບິ່ງ​ຄືເມື່ອຍລ້າຢູ່​ອ້ອມ​ຂ້າງຂະ​ນະ​ທີ່ທ່ານ​ອ່ານຖະແຫຼງການສະ​ບັບ​ນຶ່ງ. ຖະ​ແຫລງ​ການ ຂອງທ່ານຍັງໄດ້ກ່າວເຖິງ "ສະຖານະການທີ່ມີຄວາມໝັ້ນ​ຄົງຊຸດໂຊມລົງ ແລະ ມີການ ປົກຄອງທີ່ບໍ່ດີ."

ແຜນ​ທີ່​ປະ​ເທດ​ໄນ​ເຈີ ໂດຍ​ສະ​ແດງ​ໃຫ້​ເຫັນ​ນະ​ຄອນ​ຫລວງ ນິ​ອາ​ເມ (Niamey).
ແຜນ​ທີ່​ປະ​ເທດ​ໄນ​ເຈີ ໂດຍ​ສະ​ແດງ​ໃຫ້​ເຫັນ​ນະ​ຄອນ​ຫລວງ ນິ​ອາ​ເມ (Niamey).

ທ່ານແອບດ​ຣາ​ເມນ ກ່າວວ່າ ສະຖາບັນທັງຫມົດຂອງສາທາລະນະລັດ ໄດ້ຖືກໂຈະ​ການ​ດຳ​ເນີນ​ງານ, ທ່ານເວົ້າວ່າ ຊາຍແດນຂອງປະເທດໄດ້ຖືກປິດໄວ້, ແລະໄດ້ ປະ ກາດຫ້າມຄົນ​ອອກ​ເຮືອນ ນອກກຳ​ນົດເວ​ລາໃນທົ່ວປະເທດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG