ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ທະ​ຫານ​ຂອງ ໄນ​ເຈີ ວາງ​ແຜນ​ທີ່​ຈະ​ດຳ​ເນີນ​ຄະ​ດີ ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ບາ​ຊູມ ທີ່​ຖືກ​ຂັບ​ໄລ່ ສຳ​ລັບ​ການ​ທໍ​ລະ​ຍົດ​ຊາດ


ນາຍ​ພົນ ອັບ​ດູ​ຣາ​ມານ ເທຍ​ນີ, ກາງ, ຜູ້​ທີ່​ຖືກ​ປະ​ກາດ​ໃຫ້​ເປັນ​ປະ​ມຸກ​ລັດ​ຄົນ​ໃໝ່​ຂອງ ໄນ​ເຈີ ໂດຍ​ພວກ​ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ, ເດີນ​ທາງ​ຮອດ​ການ​ປະ​ຊຸມ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນຫຼວງ ເນຍ​ເມ, ໄນ​ເຈີ, 28 ກໍ​ລະ​ກົດ 2023.
ນາຍ​ພົນ ອັບ​ດູ​ຣາ​ມານ ເທຍ​ນີ, ກາງ, ຜູ້​ທີ່​ຖືກ​ປະ​ກາດ​ໃຫ້​ເປັນ​ປະ​ມຸກ​ລັດ​ຄົນ​ໃໝ່​ຂອງ ໄນ​ເຈີ ໂດຍ​ພວກ​ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ, ເດີນ​ທາງ​ຮອດ​ການ​ປະ​ຊຸມ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນຫຼວງ ເນຍ​ເມ, ໄນ​ເຈີ, 28 ກໍ​ລະ​ກົດ 2023.

ພວກ​ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ​ຂອງ​ປະ​ເທດ ໄນ​ເຈີ ໄດ້​ກ່າວ​ເມື່ອ​ຕອນ​ແລງວັນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ​ ເຂົາ​ເຈົ້າ​ພ້ອມ​ທີ່​ຈະ “​ດຳ​ເນີນ​ຄະ​ດີ” ປະ​ທາ​ນາ​ທິ​ບໍ​ດີ ໄນເຈີ ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ​ທ່ານ ໂມ​ຮາ​ເມັດ ບາ​ຊູມ ສຳ​ລັບ​ “ການ​ທໍ​ລະ​ຍົດ​ຊາດ​ລະ​ດັບ​ສູງ” ແລະ “​ບ່ອນທຳ​ລາຍ​ຄວາມ​ໝັ້ນ​ຄົງ​” ຂອງ​ປະ​ເທດ.

ສະ​ຫະ​ລັດ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ຜູ້​ນຳ​ອາ​ຟ​ຣິ​ກັນ​ຕາ​ເວັນ​ຕົກ ໄດ້​ກ່າວ​ປະ​ນາມ​ການ​ເຄື່ອນ​ໄຫ​ວນັ້ນ, ໂດ​ຍ​ເອີ້ນ​ມັນ​ວ່າ​ເປັນ​ສັນ​ຍານ​ເພີ່ມ​ເຕີມ​ທີ່​ວ່າ​ລັດ​ຖະ​ບານ​ທະ​ຫານ​ຈະ​ບໍ່​ຍິນ​ດີ​ພະ​ຍາ​ຍາມ​ຫາ​ທາງ​ອອກ​ຈາ​ກວິ​ກິດ​ການ​ຢ່າງ​ສັນ​ຕິ.

ໂຄ​ສົກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທ່ານ​ ສ​ເຕ​ຟານ ດູ​ຈາ​ຣິກ ໄດ້​ກ່າວ​ວ່າ “ມັນ​ເປັນ​ການ​ປະ​ກາດ ​ທີ່​ໜ້າ​ເປັນ​ຫ່ວງຫຼາຍ​ຢ່າງ​ເຫັນ​ໄດ້​ຊັດ.” ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຍັງ​ຄົງ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ ກ່ຽວ​ກັບ ສະ​ຖາ​ນະ​ການ, ສຸ​ຂະ​ພາບ ແລະ ຄວາມ​ປອດ​ໄພ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຄອບ​ຄົວ​ຂອງ​ລາວ. ແລະ​ອີກ​ຄັ້ງ​ນຶ່ງ, ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ທ່ານ​ໃນ​ທັນ​ທີ ແລະ ຢ່າງບໍ່​ມີ​ເງື່ອນ​ໄຂ, ແລະ ນຳ​ເອົາ​ທ່ານ​ກັບ​ຄືນ​ມາ​ເປັນ​ປະ​ມຸກ​ລັດ, ແນ່ນອນ.”

ກຸ່​ມ​ ECOWAS ເຊິ່ງ​ແມ່ນ​ກຸ່ມ​ພາກ​ພື້ນຫຼັກ​ຂອງ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ໄດ້​ສະ​ແດງ​ຄວາມ​ຕົກ​ໃຈ​ທີ່​ໄດ້​ຮູ້ ກ່ຽວ​ກັບ ແຜນ​ການ​ຂອງ​ລັດ​ຖະ​ບານ​ທະ​ຫານ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ໄນ​ເຈີ ທີ່​ຖືກ​ເລືອກ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ​ນັ້ນ.

XS
SM
MD
LG