ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ທະ​ຫານ ​ຂອງ ໄນ​ເຈີ ພ້ອມ​ທີ່​ຈະ​ດຳ​ເນີນ​ຄະ​ດີ​ ທ່ານ ບາ​ຊູມ ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ


ນາ​ຍ​ພົນ ອັບ​ດູ​ຣາ​ມານ ເທຍ​ນີ, ຜູ້​ທີ່​ຖືກ​ປະ​ກາດ​ເປັນ​ປະ​ມຸກ​ລັດ​ຂອງ ໄນ​ເຈີ ໂດຍ​ພວກ​ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ, ເດີນ​ທາງ​ຮອດ​ເພື່ອ​ປະ​ຊຸມ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນຫຼວງ ເນຍ​ເມ, ປະ​ເທດ ໄນ​ເຈີ, 28 ກໍ​ລະ​ກົດ 2023.
ນາ​ຍ​ພົນ ອັບ​ດູ​ຣາ​ມານ ເທຍ​ນີ, ຜູ້​ທີ່​ຖືກ​ປະ​ກາດ​ເປັນ​ປະ​ມຸກ​ລັດ​ຂອງ ໄນ​ເຈີ ໂດຍ​ພວກ​ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ, ເດີນ​ທາງ​ຮອດ​ເພື່ອ​ປະ​ຊຸມ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນຫຼວງ ເນຍ​ເມ, ປະ​ເທດ ໄນ​ເຈີ, 28 ກໍ​ລະ​ກົດ 2023.

ພວກ​ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ​ຂອງ ໄນ​ເຈີ ໄດ້​ກ່າວ​ໃນ​ແລງວັນ​ອາ​ທິດ​ວານນີ້​ວ່າ​ເຂົາ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ “ດຳ​ເນີນ​ຄະ​ດີ” ປະ​ທາ​ນາ​ທິ​ບໍ​ດີ ໄນ​ເຈີ ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ​ທ່ານ ໂມ​ຮາ​ເມັດ ບາ​ຊູມ ສຳ​ລັບ “ການ​ທໍ​ລະ​ຍົດ​ຊາດ​ລະ​ດັບ​ສູງ ແລະ ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ.”

ໂຄ​ສົກ​ລັດ​ຖະ​ບານ​ທະ​ຫານ ພັນ​ເອກ ອາ​ມາ​ດູ ອັບ​ດ​ຣາ​ມານ, ໄດ້​ກ່າວ​ໃນ​ໂທ​ລະ​ພາບ​ລັດ​ຖະ​ບານ​ວ່າ ລະ​ບອບ​ການ​ປົກ​ຄອງ​ທະ​ຫານ​ດັ່ງ​ກ່າວ​ໄດ້ “ເຕົ້າ​ໂຮມຫຼັກ​ຖານ​ທີ່​ຈຳ​ເປັນ​ເພື່ອ​ດຳ​ເນີນ​ຄະ​ດີ​ຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ແຫ່ງ​ຊາດ​ ແລະ ສາ​ກົນ​ທີ່​ມີ​ຄວາມ​ສາ​ມາດ ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ ແລະ ຜູ້​ສົມ​ຮູ້​ຮ່ວມ​ຄິດ​ໃນ​ທ້ອງ​ຖິ່ນ ແລະ ຕ່າງ​ປະ​ເທດ​ຂອງ​ລາວ ​ສຳ​ລັບ​ການ​ທໍ​ລະ​ຍົດ​ຊາດ​ລະ​ດັບ​ສູງ ແລະ ສຳ​ລັບ​ການ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຂອງ ໄນ​ເຈີ.

ຫຼາຍ​ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນ, ພວກ​ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ​ຂອງ ໄນ​ເຈີ ໄດ້​ກ່າວ​ວ່າ​ ເຂົາ​ເຈົ້າ​ໄດ້​ເປີດ​ການ​ເຈ​ລະ​ຈາ​ ເພື່ອຫຼີກ​ລ່ຽງ​ຄວາມ​ຂັດ​ແຍ້ງ​ກັບ​ກຸ່ມ​ພາກ​ພື້ນ​ຂອງ ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ECOWAS, ອີງ​ຕາມ​ກຸ່ມ​ນັກ​ວິ​ຊາ​ການ​ອິ​ສ​ລາມ ໄນຈີ​ເຣຍ ​ອະວຸ​ໂສ ຜູ້​ທີ່​ໄດ້​ພົບ​ປະ​ກັບ​ຜູ້​ນຳ​ກອງ​ທັບ​ທີ່​ກໍ່​ກະ​ບົດໃນ​ນະ​ຄອນຫຼວງ ນິ​ອາເມ.

ກຸ່ມ ECOWAS ຫຼື ປະ​ຊາ​ຄົມ​ເສດ​ຖະ​ກິດ​ແຫ່ງ​ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ, ແມ່ນ​ໄດ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ຈະ​ນຳ​ເອົາ​ການ​ປົກ​ຄອງ​ໂດຍ​ພົນ​ລະ​ເຮືອນ​ກັບ​ຄືນ​ມາ​ສູ່ ໄນ​ເຈີ, ແລະ ວິ​ທີ​ທີ່​ຈະ​ນຳ​ເອົາ​ທ່ານ ບາ​ຊູມ ຄືນ​ສູ່​ອຳ​ນາດ, ເຊິ່ງ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຖືກ​ເລືອກ​ຕາມ​ລັດ​ຖະ​ທຳ​ມະ​ນູນ.

ອ່ານ​ຂາວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG