ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ Niger ເລີ່ມນັບບັດຄະແນນສຽງ ການເລືອກຕັ້ງ ຕຳແໜ່ງ ປະທານາທິບໍດີ


ຜູ້ດຳລົງຕຳແໜ່ງປະທານາທິບໍດີຂອງປະເທດ Niger ທ່ານ Mahamadou Issoufo ປ່ອນບັດທີ່ສູນເລືອກຕັ້ງໃນລະຫວ່າງ
ການເລືອກຕັ້ງປະທານາທິບໍດີ ແລະ ສະພານິຕິບັນຍັດ ຂອງປະ
ເທດ ໃນນະຄອນຫຼວງ Niamey, 21 ກຸມພາ, 2016.
ຜູ້ດຳລົງຕຳແໜ່ງປະທານາທິບໍດີຂອງປະເທດ Niger ທ່ານ Mahamadou Issoufo ປ່ອນບັດທີ່ສູນເລືອກຕັ້ງໃນລະຫວ່າງ ການເລືອກຕັ້ງປະທານາທິບໍດີ ແລະ ສະພານິຕິບັນຍັດ ຂອງປະ ເທດ ໃນນະຄອນຫຼວງ Niamey, 21 ກຸມພາ, 2016.

ການນັບຄະແນນສຽງໃນການເລືອກຕັ້ງປະທານາທິບໍດີ ແລະ ການ ເລືອກຕັ້ງສະພານິຕິບັນຍັດ ຂອງປະເທດ Niger ໄດ້ເລີ່ມຂຶ້ນຫຼັງ ຈາກສະຖານທີ່ເລືອກຕັ້ງຫຼາຍແຫ່ງປິດລົງ.

ຜົນຂອງຄະແນນຄາດວ່າຈະຍັງບໍ່ທັນຖືກເປີດເຜີຍອອກມາຈົນ ກວ່າຈະຮອດສັບປະດາໜ້າ.

ທ່ານ Mahammadou Issoufu ແມ່ນກຳລັງທຳການເລືອກຕັ້ງ ເພື່ອດຳລົງຕຳແໜ່ງເປັນສະໄໝທີສອງ ອີກ 5 ປີ ພ້ອມກັບການໃຫ້ ຄຳສັນຍາວ່າຈະທຳລາຍພວກຫົວຮຸນແຮງອິສລາມ ແລະ ພັດທະ ນາປະເທດເຊິ່ງເປັນໜຶ່ງໃນບັນດາປະເທດທີ່ມີຄວາມທຸກຍາກທີ່ສຸດ ໃນໂລກ.

ທ່ານໄດ້ກ່າວວ່າ“ຂ້າພະເຈົ້າຫວັງວ່າການເລືອກຕັ້ງດັ່ງກ່າວນີ້ຈະດຳເນີນໄປ ດ້ວຍຄວາມ ງຽບສະຫງົບ ແລະ ຢ່າງສັນຕິ, ໃນກໍລະນີໃດກໍຕາມ, ມັນຈະມີຜູ້ ຊະນະເລີດພຽງຄົນດຽວ, ແລະ ນັ້ນແຫຼ໊ະຄືປະເທດ Niger.”

ຜູ້ລົງແຂ່ງຂັນຄົນອື່ນໆປະມານ 14 ຄົນໄດ້ລົງແຂ່ງເພື່ອເອົາຕຳແໜ່ງປະທານາທິບໍດີກັບທ່ານ Issoufou, ລວມທັງທ່ານ Seyni Oumarou, ທ່ານເປັນຜູ້ນຳພັນທະມິດຂອງພັກຝ່າຍຄ້ານ.

ທ່ານ Oumarou ໄດ້ກ່າວວ່າ “ມັນມີຄວາມຮູ້ສຶກຄືວ່າພາລະກິດໃນການດຳ ເນີນການເລືອກ ຕັ້ງຈະໄດ້ສຳເລັດໄປແລ້ວ. ມັນແມ່ນການສິ້ນສຸດຂອງຂັ້ນ ຕອນນີ້, ແລະ ພວກເຮົາເຊື່ອວ່າ ພະເຈົ້າຈະຊ່ວຍເຫຼືອພວກເຮົາໃນມື້ນີ້ ດັ່ງນັ້ນ ການລົງປະຊາມະຕິ ແລະ ຕຳແໜ່ງປະທາ ນາທິບໍດີ ຈຶ່ງດຳເນີນໄປໃນທາງ ສັນຕິ ແລະ ງຽບສະຫງົບ ເພື່ອຈະໄດ້ຮັບສິ່ງທີ່ດີທີ່ສຸດໃນ ການໄດ້ຮັບເອົາ ໄຊຊະນະ.”

ຜູ້ລົງແຂ່ງຂັນພັກຝ່າຍຄ້ານຄົນອື່ນໆລວມມີທ່ານ Hama Amadou, ທ່ານເປັນ ຜູ້ທີ່ໄດ້ຖືກ ຄວບຄຸມຕົວໃນຂໍ້ຫາທີ່ກ່ຽວຂ້ອງກັບວົງການຄ້າຂາຍເດັກນ້ອຍ.

ພວກນັກວິຈານທ່ານ Issoufou ກ່າວວ່າ ທ່ານໄດ້ໃຊ້ການປາບປາມທາງດ້ານ ການເມືອງໃນ ການແຂ່ງຂັນລົງຄະແນນສຽງ, ດ້ວຍການຈັບກຸມພວກສະໜັບ ສະໜູນພວກຝ່າຍຄ້ານ, ນັກ ການເມືອງ, ນັກຂ່າວ ແລະ ແມ່ນກະທັ້ງນັກຮ້ອງ ຜູ້ທີ່ໄດ້ຮ້ອງເພງວິຈານກ່ຽວກັບທ່ານ.

ປະທານາທິບໍດີ Issoufou ໄດ້ກ່າວຕໍ່ອົງການຂ່າວ ຝຣັ່ງ ວ່າທ່ານມີຄວາມແນ່ໃຈ “ຢ່າງໜັກ ແໜ້ນ” ວ່າທ່ານຈະຮັບໄຊຊະນະໃນການເລືອກຕັ້ງ ແລະ ໄດ້ເດົາວ່າ ການແຂ່ງຂັນຂັ້ນຊີ້ຂາດ ແມ່ນຈະບໍ່ມີຈຳເປັນ.

Niger Election
please wait
Embed

No media source currently available

0:00 0:01:22 0:00

Niger's President Seeks Second Term in Election
please wait

No media source currently available

0:00 0:00:36 0:00

XS
SM
MD
LG