ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

Niger ປາບປາມ ພວກລັກລອບ ຂ້າມຊາຍແດນ ຜິດກົດໝາຍ


ຮູບຖ່າຍດ້ວຍໂທລະສັບມືຖື ເມື່ອວັນທີ 30 ຕຸລາ ແລະໄດ້ຮັບ ເມື່ອວັນທີ 2 ພະຈິກ ສະແດງໃຫ້ເຫັນວ່າ ນຶ່ງໃນລົດກະບະ ຂົນສົ່ງພວກອົບພະຍົບ 92 ຄົນ ທີ່ເສຍຊີວິດ ຍ້ອນຫິວນໍ້າ ໃນ ທະເລຊາຍຊາຮາຣາ.
ຮູບຖ່າຍດ້ວຍໂທລະສັບມືຖື ເມື່ອວັນທີ 30 ຕຸລາ ແລະໄດ້ຮັບ ເມື່ອວັນທີ 2 ພະຈິກ ສະແດງໃຫ້ເຫັນວ່າ ນຶ່ງໃນລົດກະບະ ຂົນສົ່ງພວກອົບພະຍົບ 92 ຄົນ ທີ່ເສຍຊີວິດ ຍ້ອນຫິວນໍ້າ ໃນ ທະເລຊາຍຊາຮາຣາ.
ເຈົ້າໜ້າທີ່ Niger ໄດ້ສະກັດກັ້ນ ພວກອົບພະຍົບ 127 ຄົນ ທີ່ພະ
ຍາຍາມຈະຂ້າມທະເລຊາຍເຂົ້າໄປໃນປະເທດອາລຈີເຣຍບໍ່ເທົ່າ ໃດມື້ຫລັງຈາກເຈົ້າໜ້າທີ່ໄດ້ພົບເຫັນສົບພວກອົບພະຍົບ 92 ຄົນ ທີ່ໄດ້ພະຍາຍາມເດີນທາງຂ້າມທະເລຊາຍ ແບບດຽວກັນນີ້.

ເຈົ້າໜ້າທີ່ເວົ້າວ່າ ພວກອົບພະຍົບເຫຼົ່ານີ້ ຖືກຈັບໃນວັນເສົາວານ
ນີ້ ຢູ່ໃນລົດ 5 ຄັນ ໃນຂະນະທີ່ພວກເຂົາເຈົ້າເດີນທາງອອກຈາກ
ເມືອງ Arlit ໃນພາກເໜືອຂອງ Niger.

ຫົວໜ້າອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານຄົນນຶ່ງ ໃນເມືອງ
Arlit ເວົ້າວ່າ ເຈົ້າໜ້າທີ່ໄດ້ປ່ອຍພວກອົບພະຍົບທີ່ເປັນຄົນຈາກເມືອງ Arlit ເອງໃຫ້ເປັນ ອິດສະຫຼະແລ້ວ.

ໃນການໃຫ້ສຳພາດແກ່ວີໂອເອ ພະແນກພາສາຝຣັ່ງ ໄປຍັງອາຟຣິການັ້ນ ທ່ານ Almous-
tapha Alhacen ກ່າວວ່າ ພວກອົບພະຍົບທີ່ມາຈາກພາກອື່ນໆຂອງປະເທດ ໄດ້ຖືກສົ່ງ ກັບຄືນໄປຍັງບ້ານເດີມຂອງພວກເຂົາເຈົ້າ. ທ່ານເວົ້າວ່າ ບາງຄົນທີ່ມາຈາກໄນຈີເຣຍແລະ ພວກເຈົ້າໜ້າທີ່ພວມຈັດແຈງ ທີ່ຈະສົ່ງເຂົາເຈົ້າກັບຄືນປະເທດດັ່ງກ່າວ.

ອົງການຂ່າວຝຣັ່ງລາຍງານວ່າ ອົບພະຍົບສ່ວນໃຫຍ່ ແມ່ນເປັນພວກຜູ້ຊາຍ ແຕ່ກໍມີພວກ ເດັກນ້ອຍຈຳນວນນຶ່ງຮວມຢູ່ນຳດ້ວຍ.

Niger ແມ່ນນອນຢູ່ເທິງເສັ້ນທາງສາຍສຳຄັນຂອງການອົບພະຍົບ ລະຫວ່າງເຂດພາກໃຕ້ ທະເລຊາຍຊາຮາຣາ ຂອງອາຟຣິກາ ແລະຢູໂຣບ.

ເຫດການດັ່ງກ່າວເກີດຂຶ້ນບໍ່ເທົ່າໃດມື້ ຫຼັງຈາກເຈົ້າໜ້າທີ່ໄດ້ພົບເຫັນຊາກສົບທີ່ເນົ່າເປື່ອຍ ຂອງພວກລັກລອບເຂົ້າເມືອງຜິດກົດໝາຍທີ່ເສຍຊີວິດຍ້ອນຫິວກະຫາຍນໍ້າຂະນະທີ່ພວກ ເຂົາເຈົ້າພະຍາຍາມຂ້າມທະເລຊາຍຊາຮາຣານັ້ນ.
XS
SM
MD
LG