ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄນເຈີປະຕິເສດ ກ່ຽວກັບ ຂະບວນລົດ ຈາກລີເບຍ


ພວກນັກລົບອໍານາດປົກຄອງຊົ່ວຄາວລີເບຍກໍາລັງອ່ານໜັງສືພິມທີ່ປະກາດຫາໂຕກາດດາຟີໃນກຸງຕຣີໂປລີ ລີເບຍ.
ວັນທີ 7 ກັນຍາ 2011.
ພວກນັກລົບອໍານາດປົກຄອງຊົ່ວຄາວລີເບຍກໍາລັງອ່ານໜັງສືພິມທີ່ປະກາດຫາໂຕກາດດາຟີໃນກຸງຕຣີໂປລີ ລີເບຍ. ວັນທີ 7 ກັນຍາ 2011.

ມີລາຍ​ງານຂ່າວທີ່​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ວ່າ ຂະ​ບວນລົດຂະໜາດໃຫຍ່ ຈຸ​ນຶ່ງ​ທີ່ບັນທຸກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ມວມມາ​ກາດ​ດາ​ຟີຜູ້​ນໍາ​ລີ​ເບຍ​ທີ່​ໄດ້​ຖືກ​ປົດ​ອອກ​ຈາກ​ອໍານາດ​ໄປ​ນັ້ນ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ປະ​ເທດ​ເພື່ອນ​ບ້ານ​ໄນ​ເຈີນັ້ນແທ້​ຫລື​ບໍ?.

ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ພວກ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ 3 ທ່ານ​ຈາກ​ໄນ​ເຈີ​ ​ໄດ້ປະຕິ​ເສດ​ຕໍ່​ລາຍ​ງານ​ສື່​ມວນ​ຊົນທີ່​ວ່າ ມີລົດ​ທະຫານ​ຈໍານວນຫລາຍ​ກວ່າ 200 ຄັນຈາກ​ລີ​ເບຍ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ຍັງ​ໄນ​ເຈີ​ນັ້ນ ​ໂດຍ​ກ່າວ​ວ່າ ມີ​ລົດ​ນ້ອຍ​ພຽງ 3 ຄັນ​ເທົ່າ​ນັ້ນ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ.

ໜັງສືພິມ New York Times ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Marou Amadou ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ​ຂອງ​ໄນ​ເຈີວ່າ ຂະ​ບວນລົດ​ດັ່ງກ່າວ​ມີ​ລົດ​ພຽງ​ແຕ່ 3 ຄັນ​ເປັນ​ຢ່າງ​ຫລາຍ ​ແລະ​ກໍ​ບໍ່​ໄດ້​ຕິດ​ອາວຸດໃດໆ. ທ່ານ Mansour Dhao ຫົວໜ້າ​ກອງ​ພົນ​ນ້ອຍ​ຮັກສາ​ຄວາມ​ປອດ​ໄພ​ສໍາລັບ​ທ່ານ​ກາດ​ດາ​ຟີ​ແລະ​ພວກ​ເພື່ອນ​ຮ່ວມ​ງານ​ຫລາຍ​ຄົນເທົ່າ​ນັ້ນ​ທີ່​ຮູ້ຈັກ​ກັນວ່າ​ເປັນ​ພວກ​ຜູ້​ຄົນ​ທີ່​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ຍັງໄນ​ເຈີ​ນັ້ນ.

ອົງການ​ຂ່າວ AP ອ້າງ​ຄໍາ​ເວົ້າ​ຂອງ​ຫົວໜ້າ​ກອງ​ເລຂາ​ປະ​ຈໍາ​ທໍານຽບປະທານາທິບໍດີ​ໄນ​ເຈີ​ ວ່າ ​ເວລາ​ທ່ານ Dhao ຂ້າມ​ຊາຍ​ແດນ​ເຂົ້າ​ໄປ ທ່ານ​ກໍ​ໄດ້​ຖືກ​ນໍາ​ສົ່ງ​ໄປ​ຍັງ​ເມືອງ Niamey ແລະ​ເວລານີ້​ກໍາລັງ​ພັກຢູ່​ໃນ​ບ້ານ​ພັກແຫ່ງ​ນຶ່ງ​ພາຍ​ໃຕ້​ການ​ຄວບ​ຄຸມ​ດູ​ແລ​ຢູ່​ຕະຫຼອດ​ເວລາ​ນັ້ນ.

ກ່ອນ​ໜ້າ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ພວກ​ຍານພາຫະນະ​ຈໍານວນ​ນຶ່ງທີ່​ບັນທຸກ​ຄະນະ​ນໍາພາ​ຂັ້ນ​ສູງ​ຈໍານວນ​ສິບກວ່າ​ຄົນ​ຫລື​ຫຼາຍກວ່ານັ້ນຈາກ​ວົງ​ການ​ລັດຖະບານ​ທ່ານ​ກາດ​ດາ​ຟີ ຮວມທັງ​ພວກ​ຜູ້​ບັນຊາ​ການ​ທະຫານ​ຕ່າງໆ ​ແລ່ນ​ມຸ້ງ​ໜ້າ​ໄປ​ສູ່​ນະຄອນຫລວງ Niamey ຂອງ​ໄນ​ເຈີ​ນັ້ນ. ທ່ານ​ນາງ Victoria Nuland ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ທ່ານ​ກາດ​ດາ​ຟີ​ເອງ​ນັ້ນ​ບໍ່​ຢູ່​ໃນ​ຂະບວນລົດ​ດັ່ງກ່າວ ຊຶ່ງ​ເປັນ​ການ​ຢືນຢັນ​ຕໍ່​ຖ້ອຍ​ຖະ​ແຫລ​ງກ່ອນ​ໜ້າ​ນີ້​ຈາກ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ໄນ​ເຈີ​ນັ້ນ.

XS
SM
MD
LG