ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ຜູ້​ນຳ​ທະ​ຫານ​ໄນ​ເຈີ ໄດ້​ກ່າວ​ຫາ ​ຝ​ຣັ່ງ​ ວ່າ ສົ່ງ​ກຳ​ລັງ​ໄປ​ສະ​ໜັບ​ສະ​ໜຸນ ໃນ​ການ​ແຊ​ກ​ແຊງ ທີ່​ອາດ​ມີ​ຂຶ້ນ


ແຟ້ມ - ພວກ​ສະ​ໜັບ​ສະ​ໜຸນ ສະ​ພາ​ຄຸ້ມ​ຄອງ​ປິ​ຕຸ​ພູມ ໂບກ​ທຸງ​ຊາດ ໃນ​ຂະ​ນະ​ທີ່​ພາ​ກັນ​ປະ​ທ້ວງ​ຢູ່ນອກ​ຖານ​ທັບ​ອາ​ກາດ​ໄນ​ເຈີ ແລະ​ຝ​ຣ​ໜັ່ງ ທີ່​ນີ​ອາ​ເມ ເມື່ອ​ວັນ​ທີ 9 ກັນ​ຍາ 2023 ເພື່ອ​ທວງ​ໃຫ້​ຝ​ຣັ່ງ​ຖອນ​ທະ​ຫານ​ອອກ​ຈາກ​ໄນ​ເຈີ.
ແຟ້ມ - ພວກ​ສະ​ໜັບ​ສະ​ໜຸນ ສະ​ພາ​ຄຸ້ມ​ຄອງ​ປິ​ຕຸ​ພູມ ໂບກ​ທຸງ​ຊາດ ໃນ​ຂະ​ນະ​ທີ່​ພາ​ກັນ​ປະ​ທ້ວງ​ຢູ່ນອກ​ຖານ​ທັບ​ອາ​ກາດ​ໄນ​ເຈີ ແລະ​ຝ​ຣ​ໜັ່ງ ທີ່​ນີ​ອາ​ເມ ເມື່ອ​ວັນ​ທີ 9 ກັນ​ຍາ 2023 ເພື່ອ​ທວງ​ໃຫ້​ຝ​ຣັ່ງ​ຖອນ​ທະ​ຫານ​ອອກ​ຈາກ​ໄນ​ເຈີ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ອ່ານ​ອອກ​ອາ​ກາດ​ ທາງ​ໂທ​ລະ​ພາບ​ຂອງ​ລັດ​ຖະ​ບານ​ເມື່ອ​ຄືນ​ແລ້ວນີ້ ພວກ​ຜູ້​ນຳ​ທະ​ຫານ​ຂອງ​ໄນ​ເຈີຍັງ​ໄດ້​ກ່າວ​ຮຽກ​ຮ້ອງ​ຊ້ຳ​ອີກ ໃຫ້​ທະ​ຫານ​ຝ​ຣັ່ງ​ ຖອນ​ອອກ​ໄປ​ຈາກ​ດິນ​ແດນ​ຂອງ​ຕົນ ຊຶ່ງ​ເປັນ​ແຫຼ່ງ​ທີ່​ມາ​ຂອງ​ຄວາມ​ເຄັ່ງ​ຕຶງ​ອັນ​ສຳ​ຄັນລະ​ຫວ່າງ​ປະ​ເທດ​ທັງ​ສອງ​ທີ່ຄັ້ງ​ນຶ່ງ​ເຄີຍ​ເປັນ​ພັນ​ທະ​ມິດ​ ນັບ​ແຕ່​ໄດ້​ມີ​ການ​ໂຄ່​ລົ້ມ​ປະ​ທາ​ນາ​ທິ​ບໍ​ດີ​ໂມ​ຮຳ​ເໝັດ ບາ​ຊູມ​ ໃນ​ວັນ​ທີ 26 ກໍ​ລະ​ກົດ​ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຖະ​ແຫຼງ​ການນີ້​ໄດ້​ຮຽກ​ຮ້ອງ​ຕໍ່ “​ຫາງ​ສຽງ​ໃນປະ​ເທດ​ ​ແລະ​ສາ​ກົນ ຈົ່ງ​ເປັນ​ສັກ​ຂີ​ພະ​ຍານ​ສຳ​ລັບ​ຜົນ​ທີ່​ຕິດ​ຕາມ​ມາຂອງ​ການ​ຮຸກ​ຮານນີ້ ຄວາມ​ລັບ ແລະ​ທ່າ​ທີ​ແບບ​ດູ​ຖືກ ​ທີ່​ນຳ​ໃຊ້​ ໂດຍ​ຝ​ຣັ່ງ.”

​ຄວາມ​ສຳ​ພັນ​ລະ​ຫວ່າງ​ໄນ​ເຈີ ແລະ​ຝ​ຣັ່ງ​ອະ​ດີດ​ເຈົ້າ​ອາ​ນາ​ນິ​ຄົມ​ເກົ່າ ໄດ້​ຊຸດ​ໂຊມ​ລົງ ນັບ​ແຕ່​ປາ​ຣີ​ປະ​ກາດ​ວ່າ ພວກ​ຜູ້​ນຳ​ທະ​ຫານ ​ແມ່ນ​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ທ່າມ​ກາງ​ກະ​ແສ​ຟອງ​ຕໍ່​ຕ້ານ​ຝ​ຣັ່ງ​ ພວກ​ຜູ້​ນຳ​ໃນ​ການ​ກໍ່​ລັດ​ຖະ​ປະ​ຫານ​ຍັງ​ໄດ້​ປະ​ຕິ​ບັດຕາມ ​ເບິ່ງ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ເພື່ອນ​ບ້ານໃນ​ມາ​ລີແລະ​ເບີ​ກີ​ນາ​ຟາ​ໂຊ ທີ່​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຕັດ​ຂາດ​ຄວາມ​ສຳ​ພັນ​ທາງ​ດ້ານ​ທະ​ຫານ​ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ກັບ​ຝ​ຣັ່ງ ໃນ​ການ​ຕໍ່​ສູ້​ຕ້ານ​ພວກ​ກະ​ບົດ​ອິ​ສ​ລາມ​ຫົວ​ຮຸນ​ແຮງ ຢູ່​ໃນ​ທົ່ວ​ຂົງ​ເຂດ.

ເມື່ອ​ມີ​ການ​ຖາມ​ກ່ຽວ​ກັບ​ຄວາມ​ເຫັນ​ຫຼ້າ​ສຸດ​ຂອງ​ພວກ​ຜູ້​ນຳ​ທ​ຫານ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ຮັບ​ຮູ້ ກ່ຽວ​ກັບ​ຄວາມ​ຖືກ​ຕ້ອງ​ຊອບ​ທຳ​ໃດໆຢູ່​ໃນ​ຖະ​ແຫຼງ​ການ​ຂອງພວກ​ກະ​ບົດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG