ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ນີກາຣາກົວຈັບກຸມ 18 ຄົນ ທີ່ຖືເງິນສົດເຂົ້າໄປນໍາ ຫລາຍລ້ານໂດລາ


ການກວດລົດທີ່ພວກປອມຕົວເປັນນັກຂ່າວຂອງໂທລະພາບແມັກຊິກໂກ ຂົນເງິນ ໄປຜ່ານຊາຍແດນ ນີກາຣາກົວ ກັບ ຮົງດູຣາດ
ການກວດລົດທີ່ພວກປອມຕົວເປັນນັກຂ່າວຂອງໂທລະພາບແມັກຊິກໂກ ຂົນເງິນ ໄປຜ່ານຊາຍແດນ ນີກາຣາກົວ ກັບ ຮົງດູຣາດ
ນີກາຣາກົວ ເວົ້າວ່າ ຕົນໄດ້ຈັບກຸມ 18 ຄົນ ທີ່ທຳທ່າເປັນນັກ
ຂ່າວ ທີ່ໄດ້ເດີນທາງ ໂດຍຖືເງິນສົດໄປນໍາ ຫລາຍລ້ານໂດລາ.

ທ່ານນາງ Aminta Granera ຜູ້ບັນຊາການຕໍາຫລວດແຫ່ງ
ຊາດນີກາຣາກົວເວົ້າວ່າ ກຸ່ມດັ່ງກ່າວ ທີ່ຖືເງິນສົດໄປນໍາ 7
ລ້ານໂດລາ ໄດ້ຖືກກັກຂັງໃນຕົ້ນອາທິດນີ້ ໃນຂະນະທີ່ພະຍາ ຍາມເດີນທາງເຂົ້າໄປໃນນີກາຣາກົວ ຈາກຮົງດູຣາດ.

ທ່ານນາງ Granera ກ່າວອີກວ່າ ຫລາຍຄົນໃນພວກທີ່ຖືກຂັງ
ນັ້ນ ໄດ້ຮັບການຢືນຢັນ ວ່າ ເປັນຄົນແມັກຊິກໂກ ແລະວ່າ ກຸ່ມ
ດັ່ງກ່າວ ທີ່ຂີ່ລົດຫົກຄັນເດີນທາງເຂົ້າໄປໃນ ນີກາຣາກົວນັ້ນ ໄດ້
ປອມຕົວເປັນ ນັກຂ່າວຂອງໂທລະພາບແມັກຊິກໂກ ແຕ່ຖືກຈັບ
ໄດ້ວ່າ ບໍ່ໄດ້ມີສ່ວນພົວພັນກັບບໍລິສັດສື່ມວນຊົນນັ້ນ ແຕ່ຢ່າງໃດ.

ພວກແກ້ງຄ້າຢາເສບຕິດ ໄດ້ພະຍາຍາມສ້າງເສັ້ນທາງລໍາລຽງຂອງຕົນ ຢູ່ໃນເຂດອາເມຣິ ກາກາງຫລາຍໆສາຍ ເພາະວ່າ ລັດຖະບານແມັກຊິໂກໄດ້ໃຊ້ກຳລັງທະຫານທຳການປາບ ປາມຢ່າງໜັກ ຕໍ່ແກ້ງຄ້າຢາເສບຕິດ ໃນທົ່ວປະເທດ.

ມີຄົນເສຍຊີວິດທີ່ກ່ຽວຂ້ອງກັບການຄ້າຢາເສບຕິດ ຫລາຍກວ່າ 50 ພັນຄົນ ຢູ່ແມັກຊິກ ໂກ ນັບແຕ່ປະທານາທິບໍດີ Felipse Calderon ໄດ້ຂຶ້ນກໍາຕໍາແໜ່ງ ໃນປີ 2006 ເປັນຕົ້ນມາ.
XS
SM
MD
LG