ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອ້າຍຂອງ ປະທານາທິບໍດີ ນິກາຣາກົວ ຮຽກຮ້ອງໃຫ້ ພວກກຳລັງເສີມ ຢຸດເຊົາຄວາມຮຸນແຮງ


ພວກປະທ້ວງຕໍ່ຕ້ານລັດຖະບານ ຖືພາບທາງ ສາສະໜາ
ທີ່ອ່ານວ່າ "ເຈົ້າບໍ່ຄວນຂ້າຄົນ" ໃນຂະນະທີ່ເຂົາເຈົ້າເຂົ້າ
ຮ່ວມ ໃນການສະແຫວງບຸນ ທີ່ນະຄອນຫຼວງ ມານາກົວ, ປະເທດ ນິກາຣາກົວ. 28 ກໍລະກົດ 2018.
ພວກປະທ້ວງຕໍ່ຕ້ານລັດຖະບານ ຖືພາບທາງ ສາສະໜາ ທີ່ອ່ານວ່າ "ເຈົ້າບໍ່ຄວນຂ້າຄົນ" ໃນຂະນະທີ່ເຂົາເຈົ້າເຂົ້າ ຮ່ວມ ໃນການສະແຫວງບຸນ ທີ່ນະຄອນຫຼວງ ມານາກົວ, ປະເທດ ນິກາຣາກົວ. 28 ກໍລະກົດ 2018.

ອ້າຍຂອງທ່ານ ແດນຽລ ອໍເຕກາ ຜູ້ນຳປະເທດ ນິກາຣາກົວ ໄດ້ຮຽກຮ້ອງໃຫ້ນ້ອງຂອງ
ທ່ານ ຢຸດພວກນັກຮົບໜ່ວຍເສີມທະຫານ ທີ່ຖືກກ່າວຫາເປັນເວລາຫຼາຍເດືອນ ສຳລັບ
ຄວາມບໍ່ສະຫງົບຢູ່ໃນປະເທດທີ່ຕັ້ງຢູ່ພາກພື້ນອາເມຣິກາກາງ.

ທ່ານ ຮຳເບີໂຕ ອໍເຕກາ, ເຊິ່ງຄັ້ງນຶ່ງເຄີຍເປັນຫົວໜ້າຂອງກອງທັບ ນິຄາຣາກົວ ນັ້ນ,
ໄດ້ກ່າວຕໍ່ໂທລະພາບ CNN ພາສາ ສເປນ ໃນວັນເສົາວານນີ້ວ່າ ລັດຖະບານຂອງ
ນ້ອງຊາຍທ່ານ ຕ້ອງລົງມືເພື່ອ “ສິ້ນສຸດການມີໜ້າຂອງຄົນຕິດອາວຸດພວກນີ້” ຫຼັງຈາກ
ຄວາມຮຸນແຮງດົນສາມເດືອນ ທີ່ໄດ້ເຮັດໃຫ້ປະຊາຊົນປະມານ 448 ຄົນເສຍຊີວິດ.

ພວກນັບຮົບກຳລັງເສີມແມ່ນກຳລັງເຮັດຄືວ່າ “ພວກເຂົາແມ່ນທະຫານ ຫຼື ເຈົ້າໜ້າທີ່ຕຳ
ຫຼວດ,” ທ່ານ ຮຳເບີໂຕ ໄດ້ກ່າວ, ໂດຍຮຽກຮ້ອງໃຫ້ທ່ານ ແດນຽລ ອໍເຕກາ ເຊິ່ງແມ່ນ
ນ້ອງຊາຍ ເຮັດວຽກກັບກອງທັບບົກເພື່ອແກ້ໄຂວິກິດການດັ່ງກ່າວ.

ໃນວັນສຸກທີ່ຜ່ານມາ, ແພດຫຼາຍກວ່າ 40 ຄົນໄດ້ຖືກໄລ່ອອກຈາກວຽກໃນເມືອງ
ເລອອນ, ສຳລັບການຖືກລາຍງານວ່າ ໄດ້ປິ່ນປົວພວກປະທ້ວງຕໍ່ຕ້ານລັດຖະບານຢູ່
ໂຮງໝໍລັດ.

ໃນຕົ້ນສັບປະດານີ້, ອົງການສະໜັບສະໜູນສິດທິມະນຸດໄດ້ກ່າວວ່າ ຈຳນວນຜູ້ເສຍ
ຊີວິດສູງສຸດຈາກຄວາມຮຸນແຮງດັ່ງກ່າວ ໄດ້ເພີ່ມຂຶ້ນເປັນ 448 ຄົນ, ໃນຂະນະທີ່ຈຳ
ນວນຂອງການລັກພາຕົວ ແລະ ການຫາຍສາບສູນຂອງປະຊາຊົນ ທີ່ຖືກກ່າວຫາກ່ຽວ
ຂ້ອງກັບພວກກຳລັງເສີມນັ້ນ ໄດ້ເພີ່ມຂຶ້ນເປັນ 595 ຄົນ.

ໃນວັນອັງຄານທີ່ຜ່ານມາ, ທ່ານ ແດນຽລ ອໍເຕກາ ໄດ້ໃຫ້ການສຳພາດທີ່ບໍ່ຄ່ອຍເກີດ
ຂຶ້ນຕໍ່ໂທລະພາບ Fox News ຂອງ ສະຫະລັດ. ທ່ານໄດ້ກ່າວວ່າ ພວກກຳລັງເສີມ
ແມ່ນໄດ້ຮັບທຶນສະໜັບສະໜູນໂດຍພັກຝ່າຍຄ້ານທາງການເມືອງ ກັບ ພວກອົງການ
ຄ້າຢາເສບຕິດ.

ການປະທ້ວງຕ່າງໆໄດ້ເກິດຂຶ້ນໃນເດືອນເມສາທີ່ຜ່ານມາ ຫຼັງຈາກທ່ານ ອໍເຕກາ ໄດ້
ປະກາດປ່ຽນແປງລະບົບເບ້ຍບຳນານຂອງປະເທດ. ຫຼັງຈາກນັ້ນທ່ານກໍໄດ້ຍົກເລີກ
ແຜນດັ່ງກ່າວ, ແຕ່ພວກປະທ້ວງກໍໄດ້ສືບຕໍ່ອອກມາເວົ້າຕໍ່ຕ້ານລັດຖະບານ ແລະ ບັນ
ດາເຈົ້າໜ້າທີ່ລັດຖະບານກໍໄດ້ສືບຕໍ່ທຳການປາບປາມພວກປະທ້ວງ. ປະທານາທິບໍດີ
ອໍເຕກາ ໄດ້ເອີ້ນພວກປະທ້ວງວ່າ ຜູ້ກໍ່ການຮ້າຍ ແລະ ເວົ້າວ່າເຂົາເຈົ້າມີແຜນທຳການ
ລັດຖະປະຫານ. ທ່ານໄດ້ປະຕິເສດທີ່ຈະຈັດການເລືອກຕັ້ງລ່ວງໜ້າ, ໂດຍເວົ້າວ່າເຂົາ
ເຈົ້າມີແຕ່ຈະເຮັດໃຫ້ສະຖານະການຮ້າຍແຮງກວ່າເກົ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG