ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ອະນຸຍາດໃຫ້ ເຈົ້າໜ້າທີ່ ຂອງຕົນ ເດີນທາງ ອອກຈາກ ນິກາຣາກົວ


ຄົນພາກັນລັກເອົາເຄື່ອງຂອງຈາກຮ້ານຄ້າ ຫຼັງຈາກມີການປະຕິຮູບ ແຜນບໍານານທີ່ໂຕ້ແຍ້ງກັນ.
ຄົນພາກັນລັກເອົາເຄື່ອງຂອງຈາກຮ້ານຄ້າ ຫຼັງຈາກມີການປະຕິຮູບ ແຜນບໍານານທີ່ໂຕ້ແຍ້ງກັນ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ສັ່ງ​ໃຫ້​ບັນດາ​ສະມາຊິກໃນ​ຄອບ​ຄົວ​ຂອງພະນັກ
ງານ​ລັດຖະບານ​ສະຫະລັດ​ເດີນທາງ​ອອກ​ປະ​ເທດ​ນິກາຣາກົວແລະອະນຸຍາດ ​ໃຫ້​ພະນັກງານຂອງ​ສະຫະລັດ​ອອກ​ຈາກປະເທດດັ່ງກ່າວ ຫຼັງຈາກ​ການ​ປະ​ທ້ວງ​ທີ່​ຮ້າຍ
​ແຮງຢູ່​ທີ່​ນັ້ນ.

ຄຳເຕືອນກ່ຽວກັບການ​ເດີນທາງ​ທີ່ອອກໃໝ່​ ​ໂດຍ​ກະຊວງ​ຕ່າງປ​ະ​ເທດ ກ່າວ​ວ່າ “​ການ​
ປະ​ທ້ວງທາງການເມືອງ ແລະການເດີນຂະບວນ​ຕ່າງໆ​ ກຳລັງ​ເກີດ​ຂຶ້ນໃນ ແຕ່​ລະ​ວັງ
​ໂດຍຈະ​ມີ​ການ​ເຕືອນຫຼື​ການຄາດ​ຄ​ະ​ເນ​ລ່ວງໜ້າ​ພຽງ​ເລັກ​ນ້ອຍ. ການ ​ປະ​ທ້ວງ​ຈຳນວນ
​ນຶ່ງໄດ້​ຍັງຜົນໃຫ້ມີການບາດ​ເຈັບ​ແລະ​ເສຍຊີວິດ. ການເດີນຂະບວນ​ມັກ​ຈະ​ໄດ້ຮັບການ
ຕອບ​ໂຕ້​ຢ່າງ​ແຮງ ທີ່​ໄດ້​ເຫັນ​ມາ​ກ່ອນ ຮວມທັງ​ການ​ໃຊ້​ລະເບີດນໍ້າຕາ ສະ​ເປ​ໝາກ​ເພັດ
ຍິງ​ລູກປືນ​ຢາງ ​ແລະ​ລູກປືນ​ແທ້​ເພື່ອຂັບໄລ່​ພວກ​ເຂົ້າ​ຮ່ວມ​ປະ​ທ້ວງ ​ແລະ​ບາງ​ຄັ້ງ​ບາ​ງ
ຄາວ​ ໄດ້​ມີການ​ທັບ​ມ້າງການ​ລັກ​ເອົາ​ເຄື່ອງ​ຂອງ ການທຳລາຍ ​ແລະ​ຈູດ​ຢ້າວເຜົາເຮືອນ​.”

ປະທານາທິບໍດີ​ນິກາຣາກົວ ທ່ານ​ດາ​ນຽລ ອອກ​ເຕກາ​ໄດ້​ປະກາດໃນ​ອາທິ​ດ​ແລ້​ວນີ້​ກ່ຽວ
ກັບການ​ປ່ຽນ​ແປງໃນລະບົບເບ້ຍບຳນານ​ຂອງ​ປະ​ເທດ ຊຶ່ງພາໃຫ້ມີການປະທ້ວງຢ່າງ
ຮ້າຍແຮງເປັນເວລາຫຼາຍມື້. ໃນວັນອາທິດແລ້ວ ທ່ານໄດ້ປະກາດວ່າ ທ່ານໄດ້ຍົກເລີກ
ການປ່ຽນແປງນັ້ນແລ້ວ.

ປະທານາທິບໍດີ ນິກາຣາກົວ ທ່ານດານຽນ ອອກເຕກາ ລົມກັບພັນລະຍາຂອງທ່ານ ແລະທີ່ປຶກສາ ທ່ານນາງໂຣຊາຣິໂອ ມູຮິນໂລ.
ປະທານາທິບໍດີ ນິກາຣາກົວ ທ່ານດານຽນ ອອກເຕກາ ລົມກັບພັນລະຍາຂອງທ່ານ ແລະທີ່ປຶກສາ ທ່ານນາງໂຣຊາຣິໂອ ມູຮິນໂລ.

ປະທານາທິບໍດີກ່າວວ່າ ແຜນການທີ່ຈະໃຫ້ພວກຄົນງານປະກອບສ່ວນເພີ້ມຂຶ້ນ ຕໍ່ລະ
ບົບຄ້ຳປະກັນສັງຄົມແລະຫລຸດເບ້ຍບຳນານລົງ ໄດ້​ຖືກ “ຍົກ​ເລີກ ລົບ​ລ້າງ ແລະປະ
ຖິ້ມໄປແລ້ວ.” ທ່ານ​ກ່າວ​ເພີ້​ມອີກ​ວ່າ “ພວກ​ເຮົາ​ບໍ່​ສາມາດ​ອະນຸຍາດ​ໃຫ້​ເກີດ​ການກໍ່ຈະ
ລາຈົນ ກະທຳ​ຜິດ ​ແລະ​ລັກ​ເຄື່ອງ​ຂອງ.”

ພວກ​ເຈົ້າ​ໜ້າ​ທີ່​ກ່າວໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ຢ່າງ​ໜ້ອຍ 10 ຄົນ​ໄດ້​ເສຍຊີວິດ​ຈາກ​ການ​
ປະ​ທ້ວງ.

Nicaragua on Edge After Violent Protests, Pension Plan Reversal
please wait

No media source currently available

0:00 0:02:34 0:00

ກຸ່ມປົກປ້ອງ​ສິດທິ​ມະນຸດ​ຈຳນວນ​ນຶ່ງ​ຄາດ​ວ່າ ຈຳນວນ​ຜູ້ເສຍຊີວິດ​ນັບ​ແຕ່​ວັນ​ພຸດ​ທີ່​ຜ່ານ​
ມາ ​ເວລາ​ການ​ປະ​ທ້ວງ​ໄດ້​ເລີ້ມຂຶ້ນ ມີ​ສູງ​ເຖິງ 25 ​ຄົນ ຮວມທັງ​ນັກ​ຂ່າວ​ຄົນ​ນຶ່ງ ທີ່​ລາຍ​
ງານ​ສົດຜ່ານ​ທາງເຟສບຸກ.

​ແຕ່​ວ່າ​ນັກ​ວິຊາ​ການດ້ານການສຶກສາຂອງ​ອາ​ເມຣິກ​ຄົນ​ນຶ່ງ​ ທີ່​ເຮັດ​ວຽກ​ຢູ່​ນິກາຣາກົວ
​ກ່າວ​ວ່າ ມີຫຼາຍ​ເຖິງ 30 ຄົນ ​ລາຍ​ງານ​ວ່າ ໄດ້ເສຍ​ຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Nicaragua
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG