ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິດທິມະນຸດ ນິກາຣາກົວ ຈະປິດຫ້ອງການ ຍ້ອນຖືກ ໂທລະສັບຂົ່ມຂູ່


ພວກປະທ້ວງຖືໄມ້ກາງເຂນ ແຂວນກະເປົາເປ້ ໃນລະຫວ່າງ ການເດີນຂະບວນ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ແດນຽລ ອໍເຕກາ ລາອອກຈາກຕຳແໜ່ງ. ນະຄອນຫຼວງ ມານາກົວ, ປະເທດ ນິກາຣາກົວ. 23 ກໍລະກົດ, 2018.
ພວກປະທ້ວງຖືໄມ້ກາງເຂນ ແຂວນກະເປົາເປ້ ໃນລະຫວ່າງ ການເດີນຂະບວນ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ແດນຽລ ອໍເຕກາ ລາອອກຈາກຕຳແໜ່ງ. ນະຄອນຫຼວງ ມານາກົວ, ປະເທດ ນິກາຣາກົວ. 23 ກໍລະກົດ, 2018.

ກຸ່ມສິດທິມະນຸດ ນິກາຣາກົວ ທີ່ໄດ້ເຜີຍແຜ່ການປາບປາມພວກປະທ້ວງຕໍ່ຕ້ານລັດຖະ
ບານທີ່ຮຸນແຮງຂອງລັດຖະບານໃຫ້ໂລກພາຍນອກໄດ້ຮູ້ຢ່າງສະໝໍ່າສະເໝີນັ້ນ ກ່າວ
ວ່າ ເຂົາເຈົ້າໄດ້ຖືກບັງຄັບໃຫ້ປິດຫ້ອງການຂອງເຂົາເຈົ້າ.

ສະມາຄົມສິດທິມະນຸດ ນິກາຣາກົວ ເວົ້າວ່າ ເຂົາເຈົ້າໄດ້ຮັບ “ໂທລະສັບຂົ່ມຂູ່ ແລະ ຂໍ້
ມູນທີ່ເປັນຕາຢ້ານ” ທີ່ທາງອຳນາດການປົກຄອງ ໄດ້ວາງແຜນ ທີ່ຈະເສກສັນປັ້ນແຕ່ງ
ຂໍ້ກ່າວຫາທາງອາຍາ ໃສ່ພະນັກງານຂອງເຂົາເຈົ້າ.

ເຂົາເຈົ້າບໍ່ໄດ້ໃຫ້ຂໍ້ມູນອື່ນເພີ່ມເຕີມ ຫຼື ລະບຸວ່າ ຜູ້ໃດທີ່ອາດເປັນຄົນຮັບຜິດຊອບຕໍ່
ການຂົ່ມຂູ່ຕ່າງໆນັ້ນ.

ອົງການດັ່ງກ່າວເວົ້າວ່າ ຄວາມຮຸນແຮງໃນ ນິກາຣາກົວ ໄດ້ເຮັດໃຫ້ປະຊາຊົນ 448 ຄົນ
ຖືກຂ້າຕາຍ ນັບຕັ້ງແຕ່ເດືອນເມສາເປັນຕົ້ນມາ ແລະ ໄດ້ກ່າວຫາລັດຖະບານທ່ານ
ອໍເຕກາ ແລະ ພວກພົນລະເຮືອນຕິດອາວຸດທີ່ສະໜັບສະໜູນເຂົາເຈົ້າ ສຳລັບການຕາຍ
ຂອງຄົນສ່ວນຫຼາຍ.

ອົງການບັນດາປະເທດໃນທະວີບອາເມຣິກາ ໄດ້ຕັ້ງຈຳນວນຜູ້ເສຍຊີວິດທັງໝົດສະ
ເພາະສັບປະດາແລ້ວນີ້ໄວ້ ວ່າມີ 317 ຄົນ, ໃນຂະນະທີ່ລັດຖະ ບານເວົ້າວ່າ ມີຄົນເສຍ
ຊີວິດໜ້ອຍກວ່າ 200 ຄົນ.

ປະທານາທິບໍດີ ແດນຽລ ອໍເຕກາ ໄດ້ເອີ້ນພວກປະທ້ວງຕໍ່ຕ້ານລັດຖະ ບານວ່າ ພວກກໍ່
ການຮ້າຍ ຜູ້ທີ່ໄດ້ວາງແຜນທີ່ຈະໂຄ່ນລົ້ມທ່ານ.

ທ່ານໄດ້ຄັດຄ້ານການຮຽກຮ້ອງຂອງເຂົາເຈົ້າ ເພື່ອໃຫ້ມີການເລືອກຕັ້ງລ່ວງໜ້າ ແລະ
ໄດ້ປະຕິເສດການຮຽກຮ້ອງຂອງໂບດ ກາໂຕລິກ ໃຫ້ມີການເຈລະຈາກັບພັກຝ່າຍຄ້ານ.

ພວກປະທ້ວງໄດ້ກ່າວຫາທ່ານ ອໍເຕກາ, ທີ່ເຄິີຍເປັນອະດີດຫົວໜ້າກຸ່ມກະບົດຝ່າຍຊ້າຍ,
ວ່າໄດ້ຫັນໄປເປັນຜູ້ນຳຜະເດັດການປະເພດດຽວກັບທີ່ທ່ານໄດ້ຊ່ວຍໃນການໂຄ່ນອຳ
ນາດໃນປີ 1979.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG