ລັດຖະບານນິກາຣາກົວ ແລະກຸ່ມສັງຄົມພົນລະເຮືອນ ໄດ້ຕົກລົງກັນທີ່ຈະຍຸຕິຄວາມ
ຮຸນແຮງ ແລະອະນຸຍາດໃຫ້ ຄະນະກຳມະການພິເສດ ຂອງນາໆຊາດ ສືບສວນເບິ່ງ
ການປະທ້ວງຕໍ່ຕ້ານລັດຖະບານເມື່ອໄວໆມານີ້ທີ່ເຮັດໃຫ້ມີຜູ້ເສຍຊີວິດ 170 ຄົນນັ້ນ.
ທ່ານເດນິສ ມົງກາດາ ລັດຖະມົນຕີການຕ່າງປະເທດນິກາຣາກົວກ່າວວ່າ “ການຍຸຕິ
ທຸກຄວາມຮຸນແຮງ ແມ່ນພື້ນຖານທີ່ມີຄວາມຈຳເປັນ.”
ລັດຖະມົນຕີມົງກາດາກ່າວວ່າ ນິກາຣາກົວໄດ້ປະເຊີນໜ້າກັບ “ຄວາມໂຫດຮ້າຍແບບ
ບໍ່ເຄີຍມີມາກ່ອນ ຄື້ນຟອງໃນການກໍ່ອາຊະຍາກຳທີ່ໄດ້ສ້າງຄວາມຢ້ານກົວແລະຄວາມ
ຕື່ນຕົກໃຈ.”
ກາດີນາລລຽວໂອໂປລໂດ ເບຣນເນສກ່າວວ່າ ຄະນະກຳມາທິການສິດທິມະນຸດໃນທະ
ວີບອາເມຣິກາ ອົງການສະຫະປະຊາຊາດ ແລະສະຫະພາບຢູໂຣບ ກໍຈະປະກອບສ່ວນ
ເຂົ້າຮ່ວມໃນການສືບສວນ ຊຶ່ງທາງສາສະໜາກາໂຕລິກຈະຮັບໜ້າທີ່ “ເປັນທັງພະຍານ
ແລະຜູ້ໄກ່ເກ່ຍ.”
ນອກນັ້ນ ຄະນະເຈລະຈາ ຍັງໄດ້ຕົກລົງກັນ ທີ່ຈະຍ້າຍເຄື່ອງກີດຂວາງ ອອກຈາກຖະ
ໜົນຫົນທາງສາຍຕ່າງໆ ທີ່ພວກນັກເຄື່ອນໄຫວຕໍ່ຕ້ານລັດຖະບານສ້າງຂຶ້ນ.
ການປະທ້ວງຕໍ່ຕ້ານປະທານາທິບໍດີນິກາຣາກົວ ທ່ານດານຽລ ອໍເຕກ້າ ອະດີດສະມາ
ຊິກກອງໂຈນຝ່າຍຊ້າຍເລີ້ມຂຶ້ນໃນເດືອນເມສາຜ່ານມາຍ້ອນການສະເໜີໃຫ້ປ່ຽນລະ
ບົບເບ້ຍບຳນານແຕ່ໄດ້ພາໃຫ້ມີການປະທ້ວງຕໍ່ຕ້ານລັດຖະບານໂດຍທີ່ພວກປະທ້ວງ
ໄດ້ປະເຊີນໜ້າກັບຕຳຫຼວດ ແລະກຳລັງປະກອບອາວຸດນິຍົມອໍເຕກ້າ.
ທ່ານອໍເຕກ້າ ໄດ້ພະຍາຍາມຫຼີກລ່ຽງ ບໍ່ຍອມສະໜອງຕອບ ຕໍ່ຄຳຮຽກຮ້ອງ ຂອງພວກ
ນັກເຄື່ອນໄຫວ ແລະສາສະໜາກາໂຕລິກ ເພື່ອໃຫ້ເລື່ອນການເລືອກຕັ້ງ ຈາກປີ 2021
ມາໃສ່ປີ 2019 ແຕ່ກໍໃຫ້ຮ່ອງຮອຍວ່າ ທ່ານ “ພ້ອມແລ້ວ ທີ່ຈະຮັບຟັງທຸກຂໍ້ສະເໜີ ທີ່ຢູ່
ພາຍໃນຂອບຂອງສະຖາບັນແລະລັດຖະທຳມະນູນ.”
ການຕັດສິນ ຂອງສານ ໄດ້ອະນຸຍາດ ໃຫ້ທ່ານອໍເຕກ້າ ລົງສະໝັກເລືອກຕັ້ງອີກ ໃນປີ
2011 ທັງໆທີ່ປະເທດດັ່ງກ່າວໄດ້ຈຳກັດການດຳລົງຕຳແໜ່ງຂອງປະທານາທິບໍດີພຽງ
ສະໄໝດຽວ. ສາມປີຫຼັງຈາກນັ້ນພັກແນວໂຮມປົດປ່ອຍແຫ່ງຊາດຊາງດີນິສຕາທີ່ນິຍົມ
ຊ້າຍ ກໍໄດ້ຮັບຄະແນນສຽງພຽງພໍຢູ່ໃນສະພາ ຈຶ່ງໄດ້ທຳການດັດແປງກົດໝາຍລັດຖະ
ທຳມະນູນ ອະນຸຍາດໃຫ້ປະທານາທິບໍດີດຳລົງໄດ້ຕຳແໜ່ງໄດ້ໂດຍບໍ່ຈຳກັດສະໄໝ.