ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການບໍ່ຂຶ້ນກັບລັດຖະບານ ພະຍາຍາມ ບໍ່ໃຫ້ເອົາການຮັບສາລະພາບຜິດ ໂດຍຖືກບັງຄັບ ນຳອອກເຜີຍແຜ່ທາງໂທລະພາບ ຂອງຈີນ


ພາບຖ່າຍໃນວັນທີ 3 ທັນວາ 2018 ປ້ອມຍາມຂອງຕໍາຫລວດ ແລະໜາມໝາກຈັບອ້ອມສູນກັກຂັງ ໃນນິຄົມອຸດສາຫະກໍາ Kunshan Industrial ໃນເມືອງ Artux ໃນເຂດຊິນຈຽງ ທາງພາກຕາເວັນຕົກຂອງຈີນ
ພາບຖ່າຍໃນວັນທີ 3 ທັນວາ 2018 ປ້ອມຍາມຂອງຕໍາຫລວດ ແລະໜາມໝາກຈັບອ້ອມສູນກັກຂັງ ໃນນິຄົມອຸດສາຫະກໍາ Kunshan Industrial ໃນເມືອງ Artux ໃນເຂດຊິນຈຽງ ທາງພາກຕາເວັນຕົກຂອງຈີນ

ໃນປີ 2016, ນັກເຄື່ອນໄຫວດ້ານສິດທິມະນຸດຊາວສະວີເດັນ, ທ່ານ ພີເຕີ ດາລິນ (Peter Dahlin) ໄດ້ປາກົດຕົວຢູ່ໂທລະພາບ CCTV ຂອງລັດຖະບານຈີນເພື່ອກ່າວວ່າ ເພິ່ນໄດ້ສ້າງຄວາມເສຍຫາຍແກ່ລັດຖະບານຈີນ, ແລະ "ເຮັດໃຫ້ປະຊາຊົນຈີນເສຍໃຈ", ຊຶ່ງເປັນການສາລະພາບຜິດທີ່ມີຂື້ນຫຼັງຈາກໄດ້ຖືກສອບປາກຄໍາໃນປະມານສອງອາທິດຢູ່ສູນກັກຂັງລັບຂອງປັກກິ່ງ.

ດຽວນີ້, ໃນຖານະເປັນຜູ້ອຳນວຍການອົງການປົກປ້ອງຄຸ້ມຄອງ ຫລື Safeguard Defenders ຊຶ່ງເປັນອົງການ NGO ທີ່ຕັ້ງຢູ່ນະຄອນມາດຣິດ (Madrid), ທ່ານກຳລັງກ່າວຄຳປາໄສຕ້ານຕໍ່ການນຳເອົາການຍອມສາລະພາບຜິດອອກມາຖ່າຍອອກທາງໂທລະພາບຈີນ. ທ່ານດາລິນໄດ້ເປີດການໂຄສະນາລະດັບສາກົນເພື່ອເຮັດໃຫ້ໂທລະພາບ CCTV ທີ່ເປັນອົງການຂ່າວຂອງລັດຖະບານຈີນນັ້ນ ຮັບເອົາຄວາມຜິດຊອບ ໃນຄວາມພະຍາຍາມທີ່ຈະຫ້າມບໍ່ໃຫ້ມີການຮັບສາລະພາບຜິດໂດຍຖືກບັງຄັບນັ້ນ ອອກອາກາດທາງໂທລະພາບໃນເຄືອຂ່າຍສາຂາຂອງອົງການຂ່າວດັ່ງກ່າວຢູ່ຕ່າງປະເທດ.

ສຳລັບປະທານປະເທດຈີນ, ທ່ານ ສີ ຈິ້ນຜິງ (Xi Jinping) ແລ້ວ “ມັນແມ່ນນະໂຍບາຍທີ່ສຳຄັນຫລາຍໃນການຂະຫຍາຍອຳນາດຂອງຈີນ, ຄວາມຄິດທີ່ຈະເລົ່າເລື່ອງຈີນໃຫ້ດີ, ແລະເພື່ອຈະເຮັດແນວນັ້ນໄດ້ ພວກເຂົາເຈົ້າຕ້ອງການມີຂ່າວສານ ແລະພວກເຂົາເຈົ້າຕ້ອງມີສະຖານີໂທລະພາບ,” ນັ້ນຄືຄໍາເວົ້າຂອງທ່ານ ດາລິນ ທີ່ກ່າວຕໍ່ວີໂອເອ.

ທ່ານກ່າວຕໍ່ໄປວ່າ “ພວກເຂົາເຈົ້າສາມາດສືບຕໍ່ເຜີຍແຜ່ຄຳສາລະພາບຜິດເຫຼົ່ານີ້ອີກ ແລະຫລັງຈາກນັ້ນ ບາງທີອາດຈະສູນເສຍໃບອະນຸຍາດ; ຫຼືບໍ່ດັ່ງນັ້ນ ພວກເຂົາເຈົ້າກໍສາມາດຢຸດການກະຈາຍສຽງການສາລະພາບຜິດເຫຼົ່ານີ້ ແລະຮັກສາໃບອະນຸຍາດອອກອາກາດຂອງພວກເຂົາໄວ້." "ພວກເຮົາຄິດວ່າໃນທີ່ສຸດພວກເຂົາເຈົ້າກໍຈະເລືອກເອົາອັນທີສອງຍ້ອນວ່າ ການຮັກສາຊ່ອງທາງໂທລະພາບມີຄວາມສຳຄັນສໍາລັບເຂົາເຈົ້າຫຼາຍກ່ວາ ການເອົາການຮັບສາລະພາບຜິດເຫຼົ່ານີ້ອອກອາກາດ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG