ບັນດາອົງການອະນຸລັກສິ່ງແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າ
ຂອງ ສົ່ງຈົດໝາຍເຖິງນາຍົກລັດຖະມົນຕີ ລາວ ໄທ ກໍາປູເຈຍ
ແລະຫວຽດນາມ ເພື່ອຂໍໃຫ້ຍັບຢັ້ງ ການສ້າງເຂື່ອນດອນສະຫົງ
ໃນລາວ.
ບັນດາອົງການອະນຸລັກສິ່ງແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງ ທີ່ປະກອບດ້ວຍສະມາຊິກ 19 ອົງການ ທີ່ໃຊ້ຊື່ ວ່າ “ພັນທະມິດປົກປ້ອງແມ່ນໍ້າຂອງ ຫຼື Save the Mekong River” ໄດ້ຮ່ວມກັນລົງນາມໃນຈົດໝາຍທີ່ສົ່ງເຖິງນາຍົກລັດຖະມົນ ຕີ ລາວ ໄທ ກໍາປູເຈຍ ແລະຫວຽດນາມ ເພື່ອຮຽກຮ້ອງຂໍໃຫ້ຍົກເລີກ ໂຄງການເຂື່ອນດອນສະຫົງ ທີ່ຈະກໍ່ສ້າງເທິງແນວແມ່ນໍ້າຂອງໃນເຂດແຂວງຈໍາປາສັກຂອງລາວ ເມື່ອວັນທີ 1 ພະຈິກ ທີ່ຜ່ານມາ.
ໂດຍຈົດໝາຍດັ່ງກ່າວ ໄດ້ໃຫ້ເຫດຜົນວ່າ ການກໍ່ສ້າງເຂື່ອນດອນສະຫົງຈະເປັນໄພຄຸກຄາມທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັດນໍ້າ ທັງໃນເຂດສີພັນດອນ ຂອງລາວ ແລະເຂດຕອນລຸ່ມແມ່ນໍ້າຂອງຢ່າງຮຸນແຮງ ແລະກວ້າງຂວາງ ເນື່ອງຈາກເຂື່ອນຈະປິດຮູນໍ້າສະຫົງ ທີ່ເປັນເສັ້ນທາງສັນຈອນໄປ-ມາ ທີ່ສໍາຄັນທີ່ສຸດຂອງປາ ລະ ຫວ່າງເຂດສີພັນດອນຂອງລາວ ກັບທະເລສາບໃຫຍ່ໃນພາກເໜືອຂອງກໍາປູເຈຍ ທີ່ເປັນແຫຼ່ງປະມົງນໍ້າຈືດທີ່ມີພື້ນທີ່ຂະໜາດໃຫຍ່ທີ່ສຸດໃນໂລກ.
ເພາະສະນັ້ນ ການກໍ່ສ້າງເຂື່ອນດອນສະຫົງ ຈຶ່ງຈະສົ່ງຜົນກະທົບດ້ານລົບຫຼາຍກວ່າ ການທີ່ຈະໄດ້ຮັບຜົນປະໂຫຍດໃນດ້ານບວກ ແລະການກໍ່ສ້າງເຂື່ອນດັ່ງກ່າວກໍຍັງຈະກໍ່ໃຫ້ເກີດຄວາມຂັດແຍ້ງລະຫວ່າງປະເທດໃນລຸ່ມແມ່ນໍ້າຂອງຫຼາຍຂຶ້ນນັບມື້ອີກດ້ວຍ.
ແຕ່ຢ່າງໃດກໍຕາມ ທ່ານ ວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງ ງານ ແລະບໍ່ແຮ່ ກໍໄດ້ໃຫ້ການຢືນຢັນ ກັບ VOA ວ່າ ໂຄງການເຂື່ອນດອນສະຫົງ ໄດ້ຜ່ານການສຶກສາອອກແບບກໍ່ສ້າງ ຢ່າງໄດ້ມາດຕະຖານສາກົນໃນທຸກດ້ານແລ້ວ ຊຶ່ງເຊື່ອໝັ້ນວ່າ ເຂື່ອນດອນສະຫົງຈະບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມໃນເຂດຕອນລຸ່ມ ແມ່ນໍ້າຂອງຢ່າງແນ່ອນ ດັ່ງທີ່ທ່ານໄດ້ໃຫ້ການຊີ້ແຈງວ່າ:
“ດອນສະຫົງນີ້ໃຊ້ແຕ່ຮູນໍ້າຮູດຽວນ້ອຍໆ ມີແຕ່ 15% ຂອງ
ໝົດນໍ້າຂອງໄຫຼ ບໍ່ແມ່ນໃຊ້ 100% ຄືເຂື່ອນໄຊຍະບຸລີ ສະ
ນັ້ນ ການຕັນນີ້ ບໍ່ມີຜົນກະທົບຫຍັງໝົດເລີຍ ແລ້ວກະຕາມ
ຕົວເລກທີ່ຈື່ໄດ້ນີ້ ຂີ້ດິນຕະກອນໃນປີນຶ່ງ ຜ່ານເຂດໃຕ້ລົງໄປ
ຮອດແມ່ຂອງເດລຕ້າ ມັນຮອດ 160 ກວ່າລ້ານໂຕນ ແຕ່ຢູ່
ດອນສະຫົງໃນ 29 ປີນີ້ ເຂົາຄິດເບິ່ງຂີ້ດິນສິ deposit ບໍ່
ຮອດ 5 ລ້ານໂຕນ ແລ້ວກໍບໍ່ໄດ້ກັກນໍ້າ ໄດ້ເອົານໍ້າມາເທົ່າ
ໃດກະໄປເທົ່ານັ້ນ.”
ຍິ່ງໄປກວ່ານັ້ນ ທ່ານວີລະພົນ ຍັງໄດ້ໃຫ້ການຢືນຢັນດັ່ງກ່າວກັບຄະນະຜູ້ຕາງໜ້າຂອງ ລັດຖະບານໄທ ແລະຫວຽດນາມ ທີ່ເຂົ້າຮ່ວມໃນກອງປະຊຸມລັດຖະມົນຕີດ້ານພະລັງ ງານຂອງອາຊ່ຽນ ຄັ້ງທີ່ 31 ຢູ່ເກາະບາຫຼີ ປະເທດອິນໂດນີເຊຍ ໃນຕົ້ນເດືອນຕຸລານີ້ອີກດ້ວຍ.
ທັງນີ້ ໂດຍທ່ານວີລະພົນ ໄດ້ພະຍາຍາມເນັ້ນໜັກໃຫ້ເຫັນເຖິງຄວາມສໍາຄັນຂອງການສ້າງເຂື່ອນທີ່ຈະເປັນທ່າແຮງສໍາຄັນ ໃນການພັດທະນາທາງເສດຖະກິດ ເພື່ອລົບລ້າງບັນຫາຄວາທຸກຍາກຂອງປະຊາຊົນລາວບັນດາເຜົ່າ ໂດຍລັດຖະບານລາວ ຈະນໍາເອົາລາຍຮັບທີ່ໄດ້ຈາກການຂາຍກະແສໄຟຟ້າໃຫ້ກັບປະເທດເພື່ອນບ້ານ ເຊັ່ນ ໄທ ກໍາປູເຈຍ ແລະຫວຽດນາມ ມາໃຊ້ໃນໂຄງການພັດນະນາເພື່ອຍົກລະດັບຄຸນນະພາບຊີວິດ ຄວາມເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນໃນລະຍະຕໍ່ໄປນັ້ນເອງ.
ທາງດ້ານບໍລິສັດ Mega First Corporation Berhad ຈາກມາເລເຊຍ ຜູ້ລົງທຶນໃນໂຄງການ ກໍໄດ້ ຖະແຫຼງຢືນຢັນວ່າ ໄດ້ທໍາການສຶກສາ ເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັດນໍ້າຢ່າງຮອບດ້ານແລ້ວ ຈຶ່ງເຮັດໃຫ້ບໍລິສັດໄດ້ຕັດສິນໃຈລົງທຶນເຖິງ 600 ລ້ານໂດລ່າ ເພື່ອດໍາເນີນການກໍ່ສ້າງເຂື່ອນດອນສະຫົງຂະໜາດ 260 MW ໃຫ້ສໍາເລັດພາຍໃນປີ 2016 ຕໍ່ໄປ.
ລັດຖະບານລາວມີແຜນການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງເຖິງ 8 ໂຄງການຕໍ່ເນື່ອງ ກັນກັບໂຄງການເຂື່ອນໄຊຍະບຸລີ ກໍຄື 5 ໂຄງການໃນເຂດພາກເໜືອກັບ 3 ໂຄງການ ໃນເຂດພາກໃຕ້ ຊຶ່ງໃນນີ້ ກໍມີພຽງໂຄງການເຂື່ອນບ້ານກຸ່ມເທົ່ານັ້ນ ທີ່ມີທ່ີຕັ້ງ ຢູ່ໃນເຂດ ຊາຍແດນລາວກັບໄທ.