ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະນັກງານ ຂອງອົງການ ບໍ່ຂຶ້ນກັບລັດຖະບານ 9 ຄົນ ຖືກຍິງຕາຍ ຢູ່ ອັຟການິສຖານ


ແຜນທີ່ນະຄອນກາບູລ ປະເທດອັຟການິສຖານ
ແຜນທີ່ນະຄອນກາບູລ ປະເທດອັຟການິສຖານ

ຕຳຫຼວດໃນພາກເໜືອອັຟການິສຖານ ກ່າວໃນວັນອັງຄານມື້ນີ້
ວ່າ ມືປືນທີ່ບໍ່ຊາບຈຳນວນ ໄດ້ຍິງສັງຫານ ພະນັກງານອົງການ
ໃຫ້ຄວາມຊ່ອຍເຫລືອຢ່າງໜ້ອຍ 9 ຄົນ.

ພະນັກງານແມ່ຍິງຄົນນຶ່ງ ແມ່ນຮວມຢູ່ໃນບັນດາພວກທີ່ຖືກສັງ
ຫານໃນຕອນເຊົ້າມືດຂອງມື້ນີ້ທີ່ມີຂຶ້ນຢູ່ເມືອງ Zare ໃນແຂວງ
Balkh. ພວກເຄາະຮ້າຍເປັນພະນັກງານອົງການປະຊາຊົນຕ້ອງ
ການຄວາມຊ່ອຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານ ຊຶ່ງກ່າວວ່າ ພວມ ປະຕິບັດງານໃນດ້ານກະສິກຳນັ້ນ.

ອົງການສະຫະປະຊາຊາດ ເຕືອນໃນເດືອນແລ້ວນີ້ວ່າ ບັນຫາ
ຂັດແຍ້ງໃນອັຟການິສຖານ ອາດສາມາດເຮັດໃຫ້ພົນລະເຮືອນບາດເຈັບລົ້ມຕາຍຫລາຍ ເປັນປະຫວັດການ ໃນໄລຍະສອງສາມເດືອນທຳອິດ ຂອງປີ 2015 ເມື່ອສົມທຽບໃສ່ກັບ ໄລຍະດຽວກັນຂອງປີ 2014.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີ ພະນັກງານໃຫ້ການຊ່ອຍ ເຫລືອທີ່ແຂວງ Balkh ໃນມື້ວານນີ້ບ່ອນທີ່ໃນໄລຍະສອງສາມມື້ຜ່ານມານີ້ກຸ່ມຕາລີບານ ໄດ້ທຳການໂຈມຕີກຳລັງລັດຖະບານແລະທີ່ຕັ້ງແຫ່ງຕ່າງໆເພີ້ມຂຶ້ນ.

ແຂວງ Balkh ຖືວ່າເປັນແຂວງທີ່ອຸດົມສົມບູນສຸດແຂວງນຶ່ງຂອງອັຟການິສຖານເມື່ອຕົ້ນ ເດືອນເມສາຜ່ານມາ ພວກຫົວຮຸນແຮງຕາລີບານທີ່ຕິດອາວຸດໜັກຈຸນຶ່ງທີ່ໃສ່ເຄື່ອງແບບ ທະຫານແລະເສື້ອບັນຈຸລະເບີດສະຫຼະຊີບໄດ້ບຸກໂຈມຕີຫ້ອງການໄອຍະການຂອງແຂວງ
ທີ່ເມືອງ Marzar-e-Sharif ຊຶ່ງເປັນເມືອງເອກຂອງແຂວງ.

ການໂຈມຕີເຮັດໃຫ້ມີ 10 ຄົນເສຍຊີວິດ ແລະຫລາຍກວ່າ 60 ຄົນບາດເຈັບ. ພວກເຄາະ ຮ້າຍສ່ວນໃຫຍ່ແມ່ນເປັນພົນລະເຮືອນ.

XS
SM
MD
LG