ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ກິ​ລາ NFL ຖືກ​ນຳ​ສົ່ງ​ເຂົ້າ​ໂຮງ​ໝໍ ຫຼັງ​ຈາກລົ້ມ​ໝົດ​ສະ​ຕິ​ໃນ​ສະ​ໜາມ


ວັນ​ທີ 2 ມັງ​ກອນ 2023, ນະ​ຄອນ ຊິນ​ຊິນ​ເນ​ຕິ, ລັດ ໂອ​ໄຮ​ໂອ, ນັກ​ກິ​ລາ​ທີມ ບັບ​ຟາ​ໂລ ບິ​ລ​ສ໌ ທ້າວ ດາ​ມາ ແຮມ​ລິນ (3), ທຳ​ການ​ປ້ຳ​ນັກ​ກິ​ລາ​ທີມ ຊິນ​ຊິນ​ເນ​ຕິ ເບັງ​ກອ​ລ​ສ໌ ທ້າວ ທີ ຮິກ​ກິນ​ສ໌ (85) ໃນການ​ແຂ່ງ​ຂັນ​ຢູ່​ສະ​ໜາມ​ກິ​ລາ Paycor. Courtesy: Joseph Maiorana-USA TODAY Sports
ວັນ​ທີ 2 ມັງ​ກອນ 2023, ນະ​ຄອນ ຊິນ​ຊິນ​ເນ​ຕິ, ລັດ ໂອ​ໄຮ​ໂອ, ນັກ​ກິ​ລາ​ທີມ ບັບ​ຟາ​ໂລ ບິ​ລ​ສ໌ ທ້າວ ດາ​ມາ ແຮມ​ລິນ (3), ທຳ​ການ​ປ້ຳ​ນັກ​ກິ​ລາ​ທີມ ຊິນ​ຊິນ​ເນ​ຕິ ເບັງ​ກອ​ລ​ສ໌ ທ້າວ ທີ ຮິກ​ກິນ​ສ໌ (85) ໃນການ​ແຂ່ງ​ຂັນ​ຢູ່​ສະ​ໜາມ​ກິ​ລາ Paycor. Courtesy: Joseph Maiorana-USA TODAY Sports

ທ້າວ ດາ​ມາ ແຮມ​ລິນ (Damar Hamlin), ນັກ​ກິ​ລາ ​ທີມ ບັ​ບ​ຟາ​ໂລ ບິ​ລສ໌ (Buffalo Bills) ຂອງ​ສະ​ມາ​ຄົມ​ກິ​ລາ​ອາ​ເມ​ຣິ​ກັນ​ຟຸ​ດບອ​ລ, ແມ່ນ​ມີ​ອາ​ການ​ສາ​ຫັດ​ໃນ​ວັນ​ອັງ​ຄານມື້ນີ້ ຫຼັງ​ຈາກ​ໄດ້​ທຳ​ການ​ປ້ຳ​ກັນ​ໃນ​ການ​ແຂ່ງ​ຂັນ ແລະ ເກີດ​ພາ​ວະ​ຫົວ​ໃຈ​ຢຸດ​ເຕັ້ນ.

ທ້າວ ແຮມ​ລິມ ທຳ​ອິດ​ໄດ້​ຢືນ​ຂຶ້ນ, ແຕ່​ແລ້ວ​ກໍ​ລົ້ມ​ລົງ​ພື້ນ​ຄືນ. ເຈົ້າ​ໜ້າ​ທີ່​ການ​ແພດ​ໄດ້​ທຳ​ການ​ປ້ຳ​ຫົວ​ໃຈ​ຢູ່​ໃນ​ສະ​ໜາມ​ກ່ອນ​ທີ່​ຈະ​ສົ່ງ​ທ້າວ ແຮມ​ລິນ ຂຶ້ນ​ລົດ​ໂຮງ​ໝໍ ​ໄປ​ໂຮງ​ໝໍ​ໃນ​ທ້ອງ​ຖິ່ນ.

ທີມ ບິ​ລ​ສ໌ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານມື້ນີ້​ວ່າ “ການ​ເຕັ້ນ​ຂອງ​ຫົວ​ໃຈ​ລາວ​ໄດ້​ກັບ​ຄືນ​ມາ​ໃນ​ສະ​ໜາມ ແລະ ລາວ​ຖືກ​ສົ່ງ​ໄປ​ສູນ​ການ​ແພດ UC ສຳ​ລັບ​ການກວດ​ກາ​ເພີ່ມ​ເຕີມ ແລະ ການ​ປິ່ນ​ປົວ. ປັດ​ຈຸ​ບັນ​ນີ້​ລາວ​ຢູ່​ໃນ​ພາ​ວະ​ສະ​ຫງົບ​ດີ ແລະ ຖືກ​ຈັດ​ໃນ​ລາຍ​ຊື່​ອາ​ການ​ສາ​ຫັດ.”

ບັນ​ດາ​ນັກ​ກິ​ລາ​ຈາກ​ທີມ ບິ​ລ​ສ໌ ແລະ ຄູ່​ແຂ່ງ​ຈາກ​ທີມ ຊິ​ນ​ຊິນ​ເນ​ຕິ ເບັງ​ກອ​ລ​ສ໌ (Cincinnati Bengals) ເຫັນ​ໄດ້​ວ່າ​ຮູ້​ສຶກ​ສະ​ເທືອນ​ໃຈຫຼັງ​ຈາກ​ເຫດ​ການ​ນັ້ນ​ໄດ້​ເກີດ​ຂຶ້ນ ແລະ ໄດ້​ເຕົ້າ​ໂຮມ​ກັນ​ສູດ​ມົນ​ພາ​ວະ​ນາ.

ສະ​ມາ​ຄົມ​ກິ​ລາ​ດັ່ງ​ກ່າວ​ ຕໍ່​ມາ​ໄດ້​ປະ​ກາດ​ເລື່ອນ​ການ​ແຂ່ງ​ຂັນ​ອອ​ກ​ໄປ.

ນັກ​ກິ​ລາ​ຫຼາຍ​ຄົນ​ໃນ​ເວ​ລາ​ຕໍ່​ມາ​ຖືກ​ພົບ​ເຫັນ​ຢູ່​ໂຮງ​ໝໍ, ພ້ອມ​ກັບ​ກອງ​ເຊຍ​ຈຳ​ນວນ​ນຶ່ງ​ຈາກ​ທັງ​ສອງ​ທີມ ຜູ້​ທີ່​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຂ້າງນອກ, ລວມ​ທັງ​ບາງ​ຄົນ​ຖື​ທຽນ.

ໃນ​ການ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ທ້າວ ແຮມ​ລິນ​ ນັ້ນ, ການ​ບໍ​ລິ​ຈາກ​ເງິນ​ໄດ້ຫຼັ່ງ​ໄຫຼ​ເຂົ້າ​ໃນ​ການ​ລະ​ດົມ​ທຶນ​ທາງ​ອອນ​ໄລ​ນ໌​ທີ່​ລາວ​ໄດ້​ຈັດ​ຂຶ້ນ​ກ່ອນ​ໜ້ານີ້​ເພື່ອ​ຊື້​ຂອງຫຼິ້ນ​ໃຫ້​ເດັກ​ນ້ອຍ​ທີ່​ຂາດ​ເຂີນ. ມາ​ຮອດ​ຕອນ​ເຊົ້າ​ວັນ​ອັງ​ຄານມື້ນີ້, ມີ​ຜູ້​ບໍ​ລິ​ຈາກຫຼາຍກວ່າ 3 ລ້ານ​ໂດ​ລາ​ແລ້ວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG