ອາທິດແລ້ວນີ້ ປະທານາທິບໍດີ Obama ໄດ້ປະກາດການລິ
ເລີ້ມໃໝ່ ທີ່ແນໃສ່ເຮັດໃຫ້ງ່າຍຂື້ນສຳລັບຊາວອາເມຣິກັນ
ເພື່ອຫັນປ່ຽນການ ນຳໃຊ້ແຫລ່ງພະລັງງານທົດແທນ ເຊັນ
ວ່າ ແສງພະອາທິດ ແລະລົມ. ຜູ້ນຳສະຫະລັດ ບໍ່ໄດ້ມີການ
ຊັກຊ້າໃດໆ ເວລາກ່າວເຖິງການຊຸກຍູ້ມາດຕະການເລື້ອງ
ດິນຟ້າອາກາດ ທີ່ທ່ານກ່າວວ່າ ເປັນໄພຂົ່ມຂູ່ໃຫຍ່ທີ່ສຸດ
ຕໍ່ຄວາມປອດໄພຂອງປະເທດ. ນັກຂ່າວວີໂອເອ Aru
Pande ມີລາຍ ງານຈາກທຳນຽບຂາວ ຊຶ່ງ ກິ່ງສະຫວັນ
ຈະນຳເອົາລາຍລະອຽດມາສະເໜີທ່ານ.
ທ່ານ Geoff Mirkin ໄດ້ເຫັນບໍລິສັດພະລັງງານແສງອາທິດໂລກ ຫລື Solar Energy
World ຂອງທ່ານ ຢູ່ລັດ Maryland ເຕີບໂຕຈາກການມີພະນັກງານ ສາມຫາ 50 ຄົນ
ພຽງແຕ່່ໃນເວລາ 6 ປີເທົ່ານັ້ນ ໃນຂະນະທີ່ບັນດາຄອບຄົວຕ່າງໆ ພາກັນຕິດຕັ້ງແຜ່ນເກັບພະລັງງານແສງພະອາທິດ ຢູ່ຕາມຫລັງຄາເຮືອນເຂົາເຈົ້າ.
ປະທານາມິບໍດີ Obama ໄດ້ກ່າວເນັ້ນຢ້ຳ ເຖິງການເຕີບໂຕດັ່ງກ່າວ ໃນລະຫວ່າງກອງ
ປະຊຸມສຸດຍອດພະລັງງານທີ່ສະອາດແຫ່ງຊາດ ໃນວັນຈັນແລ້ວຢູ່ທີ່ນະຄອນ Las Vegas ໂດຍໃຫ້ຂໍ້ສັງເກດວ່າ ສະຫະ ລັດອາເມຣິກາ ໄດ້ຜະລິດພະລັງງານຈາກແສງພະ
ອາທິດເພີ້ມຂຶ້ນ 20 ເທົ່າ ຂອງລະດັບປີ 2008.
ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວວ່າ “ການຕິດຕັ້ງພະລັງງານແສງພະອາທິດ ທີ່ໃຫຍ່ສຸດໃນໂລກ ໄດ້ມີຂື້ນໃນປີກາຍນີ້ ໂດຍມີແຜ່ນເກັບແສງ
ພະອາທິດ 9 ລ້ານແຜ່ນ ທີ່ສາມາດຜະລິດພະລັງງານໄຟຟ້າ ຊຶ່ງເປັນພະລັງງານ
ທົດແທນທີ່ສະອາດ ພຽງພໍ ໃຫ້ແກ່ບ້ານເຮືອນຫລາຍກວ່າ 100,000 ບໍ່ແມ່ນຢູ່ໃນເຢຍຣະມັນ ບໍ່ແມ່ນຢູ່ໃນປະເທດຈີນ ບໍ່ແມ່ນຢູ່ໃນຊາອຸດີ ອາຣາເບຍ ແຕ່ຢູ່ທີ່ນີ້ ໃນ ສະຫະລັດອາເມຣິກາ.”
ພຽງບໍ່ເທົ່າໃດອາທິດຫລັງຈາກການປະກາດກ່ຽວກັບແຜນການທີ່ທະເຍີທະຍານ ທີ່ຈະຕັດ
ການປ່ອຍແກັສພິດຄາບອນ ຈາກໂຮງໄຟຟ້າທີ່ແລ່ນ ດ້ວຍຖ່ານຫີນແລ້ວ ປະທານາທິບໍດີ
Obama ກໍໄດ້ປະຕິເສດຕໍ່ຝ່າຍກົງ ກັນຂ້າມໃນພັກຣີພັບບລິກັນແລະອຸດສາຫະກຳເຊື້ອ
ໄຟ ທີ່ກ່າວວ່າ ມາດ ຕະການດັ່ງກ່າວເປັນໄພແກ່ເສດຖະກິດ. ທ່ານກຳລັງດຳເນີນການ
ທ່ອງ ທ່ຽວເບິ່ງການປ່ຽນແປງຂອງດິນຟ້າອາກາດຊຶ່ງທ່ານຈະເດີນທາງແຕ່ລັດ Nevada
ໄປຫານະຄອນ New Orleans ພ້ອມທັງ ລັດ Alaska ນຳດ້ວຍ.
ທ່ານ ຈະເປັນປະທານາທິບໍດີສະຫະລັດ ທີ່ຍັງຢູ່ໃນຕຳແໜ່ງຄົນທຳອິດ ທີ່ຈະເດີນທາງໄປ
ຢ້ຽມຢາມເຂດຂົ້ວໂລກເໜືອ ໃນລັດອາລາສກ້າ ຊຶ່ງ ເປັນບ່ອນທີ່ທ່ານຈະໄດ້ເຫັນດ້ວຍຕົນ
ເອງ ເຖິງຜົນກະທົບບາງຢ່າງຈາກ ສະພາບອາກາດທີ່ຮ້ອນເອົ້າຂຶ້ນຂອງໂລກ.
ທ່ານ Benton Strong ທີ່ສູນກາງເພື່ອຄວາມກ້າວໜ້າຂອງຊາວອາ ເມຣິກັນ ກ່າວວ່າ
“ຊາວບ້ານຈຳນວນນຶ່ງ ແລະບັນດາຄົນພື້ນເມືອງ ຜູ້ທີ່ກຳລັງເຫັນໝູ່ບ້ານຂອງເຂົາ
ເຈົ້າເປື່ອຍລົງໄປໃນມະຫາສະມຸດ. ທ່ານຍັງຈະໄປຢ້ຽມບ່ອນຢູ່ອາໄສຂອງສັດປ່າ
ທີ່ໄດ້ຮັບຄວາມເສຍຫາຍຫລາຍກວ່າແຫ່ງໃດໆຢູ່ໃນປະເທດ ເພາະສະນັ້ນ ທ່ານ
ຈະມີຄວາມສາມາດເຫັນຜົນກະທົບຈຳນວນນຶ່ງ ໃນການປ່ຽນແປງຂອງດິນຟ້າ
ອາກາດ.”
ຢູ່ທີ່ເມືອງ New Orleans ໃນວັນພະຫັດທີ່ຜ່ານມາ ປະທານາທິບໍດີ ແມ່ນໄດ້ເນັ້ນໜັກ
ໃສ່ບໍ່ພຽງແຕ່ການເກີດໃໝ່ຂອງເມືອງດັ່ງກ່າວ 10 ປີ ຫລັງຈາກເຮຣິເຄນ Katrina ແຕ່ຈະ
ເຮັດແນວໃດ ການປຸກສ້າງບ້ານເຮືອນຈຶ່ງຈະໃຫ້ທົນທານຕໍ່ການປ່ຽນແປງຂອງດິນຟ້າ
ອາກາດໃນຂະນະທີ່ບັນດາເຂດແຄມຝັ່ງທະເລ ກຳລັງປະເຊີນໜ້າກັບລະດັບນຳ້ທະເລ
ທີ່ ສູງຂື້ນ.