ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ແຄຣີ ຈະຈັດ ການເຈລະຈາ ກ່ຽວກັບ ຊີເຣຍ ໃນເດືອນ ໜ້າ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry, ກ່າວຖະແຫຼງຢູ່ທີ່ ກະຊວງການຕ່າງປະເທດ ໃນນຄອນຫຼວງ ວໍຊິງຕັນ. 18 ພະຈິກ, 2015
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry, ກ່າວຖະແຫຼງຢູ່ທີ່ ກະຊວງການຕ່າງປະເທດ ໃນນຄອນຫຼວງ ວໍຊິງຕັນ. 18 ພະຈິກ, 2015

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານຈອນ ແຄຣີ ກ່າວວ່າ ການເຈລະຈາຮອບຕໍ່ໄປ ກ່ຽວກັບເລື້ອງອະນາຄົນທາງການເມືອງ ຂອງຊີເຣຍ ຈະມີຂຶ້ນຢູ່ທີ່ນະຄອນນິວຢອກ ໃນທ້າຍເດືອນນີ້.

ທ່ານໄດ້ກ່າວຖະແຫລງ ໃຫ້ຄຳເຫັນດັ່ງກ່າວ ໃນວັນເສົາວານນີ້ໃນ ກອງປະຊຸມ Saban Forum ກ່ຽວກັບນະໂຍບາຍ ຕາເວັນອອກ ກາງ ຂອງສະຖາບັນ Brookings ທີ່ມີນັກຊ່ຽວຊານຫຼາຍທ່ານໃຫ້ ຄຳແນະນຳໃນ ວໍຊິງຕັນ.

ທ່ານແຄຣີ ກ່າວອີກວ່າ ສະຫະລັດ ແນເປົ້າໝາຍໃສ່ “ເພື່ອອຳນວຍ ຄວາມສະດວກໃນໄລຍະຂ້າມຜ່ານ ທີ່ທຸກໆພັກຝ່າຍໄດ້ລະບຸໄວ້ ວ່າ ພວກຕົນ ກໍສະໜັບສະໜູນ ໃຫ້ມີການທ້ອນໂຮມ ຊີເຣຍ ເຂົ້າກັນບໍ່ໃຫ້ເປັນ ຊີເຣຍ ທີ່ ແບ່ງແຍກໃຫ້ເປັນ ຊີເຣຍ ທີ່ຈະເລືອກເອົາຜູ້ນຳຂອງຕົນ ໃນອະນາຄົນໂດຍການເລືອກຕັ້ງ ທີ່ທຸກພັກຝ່າຍ ຕົກລົງນຳກັນ ແລະ ໃຫ້ອົງການສະຫະປະຊາຊາດ ສັງເກດການພາຍໃຕ້ ມາດ ຕະຖານຂອງກົດໝາຍທີ່ສູງສຸດ ແລະ ການເລືອກ ຕັ້ງທີ່ມີຄວາມຍຸດຕິທຳ ໂປ່ງໃສຢ່າງ ຄົບຖ້ວນ ແລະ ໃຫ້ມີຄວາມຮັບຜິດຊອບ ເພື່ອທີ່ຈະເຮັດໃຫ້ ແມ່ນກະທັງຊາວ ຊີເຣຍ ພັດຖິ່ນ ສາມາດລົງຄະແນນສຽງໄດ້ ສຳລັບການເລືອກເອົາຜູ້ນຳ ໃນອະນາຄົດ.”

ທ່ານແຄຣີ ກ່າວຕໍ່ໄປວ່າ ການແກ້ໄຂຄວາມກັງວົນຕ່າງໆ ທາງດ້ານການເມືອງ ທີ່ກ່ຽວພັນກັບ ບັນຫາຂັດແຍ້ງຂອງຊີເຣຍນັ້ນ ຈະຊ່ວຍອຳນວຍຄວາມສະດວກ ໃນການຕໍ່ສູ້ຕ້ານກັບກຸ່ມລັດ ອິສລາມ ຊຶ່ງໄດ້ຄວບຄຸມບໍລິເວນອັນກວ້າງໃຫຍ່ຂອງ ຊີເຣຍ ແລະ ອີຣັກ.

US Syria Talks
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG