ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຟີລິບປິນ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ແກ່ພະ​ສັນ​ຕະປາ​ປາ Francis


Pope Asia VO
please wait
Embed

No media source currently available

0:00 0:00:48 0:00

ພະ​ສັນ​ຕະປາ​ປາ Francis ​ກຳລັງ​ປະ​ທັບຢູ່​ໃນຟິລິບ​ປີນ ໃນ​ການ
​ຢ້ຽມຢາມ​ເປັນ​ເວ​ລາ 5 ມື້ ​ໃນ​ປະ​ເທດ ທີ່​ມີ​ຊາວ​ກາ​ໂທ​ລິກປະມານ
80 ລ້ານ​ຄົນ ທີ່ຕັ້ງ​ໜ້າຕັ້ງ​ຕາລໍຄອຍ​ການສະ​ເດັດ​ປະພາດຂອງ
ພະ​ອົງ.

ຝູງຊົນເປັນຈຳນວນຫຼວງຫຼາຍ​ໄດ້​ໄປລໍຖ້າພະ​ສັນ​ຕະປາ​ປາ ຜູ້​ຊຶ່ງ
​ໄດ້​ຖືກ​ຕ້ອນຮັບ​ໂດຍປະທານາທິບໍດີ​ຟິລິບ​ປີນ ທ່ານ Benigni
Aquino ​ໃນ​ຂະນະ​ທີ່ພະ​ອົງສະ​ເດັດ​ອອກ​ຈາກ​ເຮືອບິນ.

ຈຸດ​ພິ​ເສດ​ຂອງ​ການຢ້ຽມຢາມຄັ້ງ​ນີ້ ກໍ​ຈະ​ແມ່ນ​ການຈັດພິທີ​ຖວາຍ
ມະຫາບູຊາກາງແຈ້ງ ​ໃນ​ວັນ​ອາທິດ​ທີ່​ຈະ​ມາ​ເຖິງ​ນີ້ ​ໃນ​ນະຄອນ
ຫຼວງ​ມະນີ​ລາ ບ່ອນທີ່​ຄາດ​ວ່າ ຈະ​ມີ​ຜູ້​ຄົນ​ເຂົ້າ​ຮ່ວ​ມເຖິ​ງ 6 ລ້ານ​ຄົນ.

ພະ​ອົງຍັງຈະ​ສະ​ເດັດ​ຢ້ຽມຢາມ ​ເມືອງTacloban ​ເພື່ອ​ພົບ​ປະ​ກັບ​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ຈາ​ກ​ໄພພິບັດ​ລົມ​ໄຕ້​ຝຸ່ນ ​ໃນ​ເດືອນ​ພະ​ຈິກ​ປີ 2013 ນັ້ນ.

Pope’s Philippines Visit Highlights Catholic Dialogue With Muslims
please wait

No media source currently available

0:00 0:02:31 0:00

ການສະ​ເດັດໄປ​ຢ້ຽມຢາມ​ຟິລິບ​ປີນຂອງພະ​ສັນ​ຕະປາ​ປາຄັ້ງ​ນີ້ ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ນັບ​ຕັ້ງ​ແຕ່ ພະ​ສັນ​ຕະປາ​ປາ John Paul II ໄດ້ສະເດັດໄປ​ໃນ​ປີ 1995 ພຸ້ນ.

ພະ​ສັນ​ຕະປາ​ປາ Francis ​ໄດ້​ສະ​ເດັດ​ເດີນທາງ​ໄປຟິລິບ​ປີນ ຈາກສຣີລັງກາ ບ່ອນ​ພະ​ອົງ​
ຊົງ​ຮຽກຮ້ອງ​ໃຫ້ມີຄວາມສາມັກຄີ ​ໃນປະ​ເທດທີ່ເກີດ​ການ​ແບ່ງ​ແຍກ​ກັນ ​ແລະ​ໄດ້ທຳ​ພະ​ທີ​ປະກາດ ແຕ່ງຕັ້ງນັກບຸນອົງທຳອິດຂອງສຣີລັງກາ​ ນຳ​ດ້ວຍ.

​ໃນ​ວັນ​ພຸດ​ ວານ​ນີ້ ພະ​ສັນ​ຕະປາ​ປາ ​ຊົງ​ຮຽກຮ້ອງໃຫ້ມີຄວາມສາມັກຄີ ​ແລະ​ໃຫ້​ອະໂຫສິກັນ
ແລະກັນ ​ໃນ​ການເທດສະໜາ ​ຢູ່ທີ່ພາກເໜືອຂອງສຣີລັງກາ ທີ່ໄດ້ປະສົບກັບ​ເສິກ​ສົງ​ຄາມ​ນັ້ນ. ​ໄດ້​ມີ​ຜູ້​ຄົນ​ຈຳນວນ​ຫຼາຍ​ສິບ​ພັນ​ຄົນ​ຈາກ​ທົ່ວ​ສາລະ​ທິດ​ຂອງ​ປະ​ເທດ​ທີ່​ ແບ່ງແຍກກັນ​ທາງ​ສາສະໜາ​ແລະ​ເຊື້ອ​ຊາດເຜົ່າພັນ ​ໄດ້​ໄປເຕົ້າໂຮມກັນ ທີ່ວັດແມ່ພະແຫ່ງ Madhu ​ເພື່ອ​ຮັບ​ຟັງຄຳ​ເທດສະໜາ​ຂອງ​ພະ​ອົງ.

ພວກ​ ກະບົດໄດ້ທຳການຕໍ່ສູ້ ແຕ່ບໍ່ສຳເລັດຜົນ ໃນ​ສົງຄາມ​ກາງ​ເມືອງ ​ເປັນ​ເວລາ 25 ປີ ​ເພື່ອ​ຢາກ​ໃຫ້ ເຂດພາກ​ເໜືອຂອງປະເທດ ທີ່ຄອບງຳໂດຍພວກ Tami ນັ້ນ ເປັນເອກກະລາດ.

XS
SM
MD
LG