ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ເລື້ອງນີວເຄລຍ ຂອງອີຣ່ານ ກຳນົດ ຈະມີຂຶ້ນອີກ ໃນເດືອນໜ້າ ( ວີດີໂອ)


irannuclear10april14
please wait
Embed

No media source currently available

0:00 0:01:40 0:00

ເບິ່ງວີດີໂອ ເລື້ອງນີ້.

ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ​ສະຫະພາບ​ຢູ​ໂຣບ ທ່ານ​
ນາງ Catherine Ashton ກ່າວ​ວ່າ ການ​ເຈລະຈາ ກ່ຽວ
ກັບເລື່ອງ​ນີວ​ເຄລຍລະຫວ່າງອີຣ່ານແລະ​ປະ​ເທດ​ມະຫາ
​ອຳນາດ​ໃນ​ໂລກ​ຈະ “ເຄື່ອນ​ໄຫວ​ໄປ​ສູ່​ອີກລະດັບນຶ່ງ”
ໃນ​ເດືອນ​ພຶດສະພານີ້.

ຫຼັງຈາກ ໄດ້ມີການໂອ້ລົມສົນທະນາກັນມາ 2 ມື້ ໃນນະ
ຄອນວຽນນາ ທ່ານນາງ Ashton ກ່າວວ່າ ການເຈລະ
ຈາເລື້ອງນີວເຄລຍຮອບໃໝ່ ຈະເລີ້ມຂຶ້ນໃນວັນທີ 13
ພຶດສະພາຕໍ່ໜ້ານີ້.

ບັນດານັກການທູດໄດ້ທຳການໂອ້ລົມກັນມາ 3 ຮອບແລ້ວ ໃນປີນີ້.

Ayatollah Ali Khamenei ຜູ້ນຳອີຣ່ານ ໄດ້ກ່າວຢ້ຳອີກເຖິງການສະໜັບສະ
ໜຸນຂອງທ່ານ ໃນວັນພຸດວານນີ້ ຕໍ່ການໂອ້ລົມສົນທະນາເລື້ອງ ນີວເຄລຍກັບ
ພວກປະເທດມະຫາອຳນາດ. ແຕ່ທ່ານ ກໍໄດ້ກ່າວຢືນຢັດເຊັ່ນກັນວ່າ ເຕຫະຣ່ານ
ຈະສືບຕໍ່ດຳເນີນໂຄງການຜະລິດພະລັງປະລະມະນູຂອງຕົນຕໍ່ໄປ.

ພວກນັກການທູດທີ່ເຂົ້າຮ່ວມໃນການເຈລະຈາກັນນີ້ ຢາກໃຫ້ບັນລຸຂໍ້ຕົກລົງ
ຖາວອນກັນ ພາຍໃນທ້າຍເດືອນກໍລະກົດ ທີ່ຈະດຳເນີນການຈາກຂໍ້ຕົກລົງກັນ
ຊົ່ວຄາວ ທີ່ໄດ້ບັນລຸກັນ ໃນປີແລ້ວນີ້.

ພາຍໃຕ້ຂໍ້ຕົກລົງກັນຊົ່ວຄາວນັ້ນ ອີຣ່ານໄດ້ຕົກລົງວ່າ ຈະຫລຸດການ ເຄື່ອນ
ໄຫວດ້ານນີວເຄລຍ ທີ່ຫລໍ່ແຫຼມທີ່ສຸດຂອງຕົນ ເພື່ອເປັນການ ແລກປ່ຽນກັບ
ການຜ່ອນຜັນການລົງໂທດແບບຈຳກັດຈາກກຸ່ມປະເທດທີ່ຮວມທັງສະຫະລັດ
ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະເຢຍຣະມັນນັ້ນ.
Iran Nuclear Talks Will Resume in May With ‘Significant Gaps'
please wait

No media source currently available

0:00 0:02:42 0:00
XS
SM
MD
LG