ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາຍແກ໊ສ ກີດຂວາງການກູ້ໄພ ໃນບໍ່ຖ່ານຫິນ ນີວຊີແລນ


ທາງເຂົ້າຫາບໍ່ຖ່ານຫິນ ທີ່ລະເບິດ ທີ່ນີວຊີແລນ ໃນວັນເສົາ ວັນທີ 20 ພະຈິກ 2010.
ທາງເຂົ້າຫາບໍ່ຖ່ານຫິນ ທີ່ລະເບິດ ທີ່ນີວຊີແລນ ໃນວັນເສົາ ວັນທີ 20 ພະຈິກ 2010.

ພວກກູ້ໄພທີ່ນີວຊີແລນເວົ້າວ່າລະດັບອາຍແກ໊ສທີ່ເປັນອັນຕະລາຍຢູ່ໃນບໍ່ຖ່ານຫິນ ທີ່ເກາະ
ໃຕ້ ຫລື South Islandນັ້ນ ໄດ້ກີດຂວາງບໍ່ໃຫ້ເຂົາເຈົ້າສາມາດເຂົ້າໄປໃນບໍ່ ເພື່ອຊອກຫາ
ພວກຂຸດບໍ່ຖ່ານຫິນ 29 ຄົນ ທີ່ຕົກ​ຄ້າງຢູ່ທາງໃນຍ້ອນບໍ່ລະເບີດເມື່ອ​ວັນ​ສຸກ​ຜ່ານ​ມານັ້ນ.

ພວກກູ້ໄພເວົ້າວ່າອາກາດທີ່ນຳມາເປັນຕົວຢ່າງໃນວັນເສົາວານນີ້ ໄດ້ສະແດງໃຫ້ເຫັນວ່າ
ມີອາຍ​ແກ໊ສຄາບອນ ໂມນອ໊ກໄຊ ທີ່ເປັນພິດ ແລະ ອາຍ​ແກ໊ສເມ​ເທນທີ່ລະເບີດງ່າຍນັ້ນ
ຢູ່ໃນລະດັບສູງ ໃນບໍ່ຖ່ານຫິນ Pike River ຢູ່ຝັ່ງທະເລກໍ້າຕາເວັນຕົກຂອງເກາະ South Island.

ຕຳຫລວດເວົ້າວ່າ 29 ຄົນທີ່ຕົກ​ຄ້າງຢູ່ທາງໃນບໍ່ນັ້ນ ລວມມີຄົນອັງກິດ ແລະ ອອສເຕຣເລຍ
ຢູ່ຫລາຍຄົນ ແລະ ມີອາຍຸນັບແຕ່ 17 ປີ ເຖິງ 62 ປີ. ບໍ່ໄດ້ມີການຕິດຕໍ່ກັບພວກຄົນ​ງານບໍ່​
ເຫລົ່າ​ນັ້ນ ນັບຕັ້ງແຕ່ບໍ່ລະເບີດຂຶ້ນໃນວັນສຸກເປັນຕົ້ນມາ ຊຶ່ງພວກເຈົ້າໜ້າທີ່ເວົ້າວ່າ ອາດ
ເປັນຍ້ອນອາຍແກ໊ສ ໄດ້ລຸກໄໝ້ຂຶ້ນ. ໂທລະສັບທີ່ໃຊ້ການໄດ້ຢູ່ໃນບໍ່ນັ້ນ ຍັງດັງຢູ່ ແຕ່ກໍບໍ່ ມີໃຜຮັບສາຍ.

XS
SM
MD
LG