ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ໜັງສືພິມ ກ່າວວ່າ ປ. ທຣໍາ ພະຍາຍາມປົດ ທ່ານມັລເລີ ໃນເດືອນມິຖຸນາ ປີກາຍ


ໄອຍະການພິເສດ ທ່ານໂຣເບີດ ມັລເລີ ກຳລັງອອກຈາກ ຫ້ອງປະຊຸມລັບ ຫລັງຈາກພົບປະ ກັບຄະນະກຳມະການ ຍຸຕິທຳ ສະພາ ຂອງສະພາສູງ.

ໜັງສື​ພິມ​ນິວຢອກໄທມ໌ ​ແລະ ​ວໍຊິງ​ຕັນ​ໂພສທ໌ ລາຍ​ງາ​ນວ່າ ປະທານາທິບໍດີ ດໍໂນ​ລ
ທຣໍາ ​ໄດ້​ສັ່ງ​ໃຫ້​ປົດ​ໄອ​ຍະ​ການ​ພິ​ເສດ ທ່ານ​ໂຣ​ເບີດ ມັລເລີ ອອກ​ຈາກ​ໜ້າ​ທີ່ ​ໃນ​ເດືອນ
​ມິຖຸນາ​ທີ່​ຜ່ານ​ມາ ​ແຕ່​ໄດ້ໂຈະໄວ້ ​ເວລາ​ທີ່​ປຶກສາ​ທາງດ້ານກົດໝາຍປະຈຳທຳນຽບຂາວ
​ຂົ່ມຂູ່​ທີ່​ຈະລາ​ອອກ.

ທ່ານ​ມັລເລີ ​ກຳລັງ​ສື​ບສວນ​ຕໍ່ການ​ກ່າວ​ຫາທີ່ວ່າ ຄະນະໂຄສະນາ​ຫາ​ສຽງ​ຂອງ ທ່ານ​
ທຣໍາ​ຮ່ວມ​ມື​ກັບຣັດ​ເຊຍ​ ທີ່ແຊກ​ແຊງເຂົ້າໃນການ​ເລືອກ​ຕັ້ງ​ປະທານາທິບໍດີ​ປີ 2016​.
ນອກນັ້ນທ່ານ​ຍັງສືບສວນ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້​ກ່ຽວກັບ​ການ​ຂັດ ຂວາງ​ຂະບວນການ
ຍຸຕິ​ທໍາ ​ໂດຍ​ທຳນຽບຂາວ.

ອີງ​ຕາມໜັງສື​ພິມທັງສອງແລ້ວ ປະທານາທິບໍດີ​ທຣໍາ​ ໄດ້​ສັ່ງ​ໃຫ້​ກະຊວງ​ຍຸຕິ​ທໍາ​ປົດທ່ານ
​ມັລ​ເລີ ອອກ​ຈາກ​ໜ້າ​ທີ່ ​ເພາະ​ທ່ານ​ຮູ້ສຶກ​ວ່າ ມີ​ການ​ຂັດ​ແຍ້​ງກ່ຽວກັບຜົນຜົນປະ​ໂຫຍ​ດ
ຢູ່ສາມຢ່າງ ທີ່​ເຮັດ​ໃຫ້​ທ່ານ​ມັລ​ເລີ​ ບໍ່​ມີ​ຄຸນ​ນະ​ວຸດ​ທິ​ສາມາດເປັນຜູ້ນຳພາການ​ສື​ບສວນ ຄືການໂຕ້​ແຍ້​ງ ກ່ຽວ​ກັບເລື່ອງ​ຄ່າ​ທຳນຽມການເປັນສະມາ ຊິກຢູ່ເດີ່ນ​ຕີ​ກັອຟທີ່​ປະທາ
ນາທິບໍດີ​ທຣໍາເປັນ​ເຈົ້າຂອງທີ່​ເຮັດ​ໃຫ້​ທ່ານ​ມັລ​ເລີຕ້ອງລາ​ອອກ ທ່ານ​ມັລ​ເລີໄດ້​ເຮັດ​ວຽກ
​ໃຫ້​ແກ່​ຫ້ອງການ​ທະນາຍຄວາມ ທີ່​ໄດ້ເປັນ​ຜູ້ຕາງໜ້າ​ລູກ​ເຂີຍ ​ແລະ​ເປັນ​ທີ່​ປຶກສາຂອງ
ປະທານາທິບໍດີ ທ່ານ​ຈາ​ແຣັດ ກູ​ສ​ເນີ ​ແລະ​ທ່ານ​ມັລເລີ​ໄດ້ຖືກ​ສຳພາດ​ໃຫ້​ກັບ​ຄືນ​ໄປ​ກຳ
ຕຳແໜ່ງ​ເກົ່າ ​ເປັນ​ຫົວໜ້າ​ອົງການສັນຕິ​ບານ​ກາງ ຫຼື FBI ນຶ່ງ​ມື້ກ່ອນທີ່​ທ່ານ​ໄດ້​ແຕ່ງຖືກ
​ຕັ້ງ​ໃຫ້​ເປັນ​ໄອ​ຍະ​ການ​ພິ​ເສດ.

ປະທານາທິບໍດີດໍໂນລ ທຣໍາ ກ່າວຕໍ່ພວກນັກຂ່າວ ເວລາເດີນທາງມາເຖິງ ກອງປະຊຸມເສດຖະກິດໂລກ ທີດາໂວ.
ປະທານາທິບໍດີດໍໂນລ ທຣໍາ ກ່າວຕໍ່ພວກນັກຂ່າວ ເວລາເດີນທາງມາເຖິງ ກອງປະຊຸມເສດຖະກິດໂລກ ທີດາໂວ.

ລາຍ​ງານ​ກ່າວ​ວ່າ ທີ່​ປຶກສາ​ທາງດ້ານກົດໝາຍ ຂອງທຳນຽບຂາວ ທ່ານ​ດອນ ​ແມັກ​ແກ​ນ
​ໄດ້​ປະຕິ​ເສດ​ທີ່ຈະສົ່ງ​ຄຳ​ສັ່ງ​ຂອງ​ປະທາ​ນາ​ທິບໍດີ​ໄປໃຫ້ກະຊວງ​ຍຸຕິ​ທຳ​ເພື່ອ​ປົດ​ທ່ານ​ມັລ
​ເລີ​ອອກ​ຈາກ​ໜ້າ​ທີ່. ທ່ານ​ແມັກ​ແກນ​ເຊື່ອວ່າການ​ປົດທ່ານ​ມັລ​ເລີອອກ​ຈາກ​ໜ້າ​ທີ່ຈະ​ເປັນ
​ຜົນ​ກະທົບຢ່າງ​ຮ້າຍ​ແຮງ​ຕໍ່ການ​ເປັນ​ປະທານາ ທິບໍດີ​ຂອງທ່ານ​ທຣໍາ ​ແລະ​ເຮັດ​ໃຫ້​ເປັນ
​ເງົາ​ມືດ​ໃຫຍ່​ຂຶ້ນ​ຕໍ່ການກ່າວຫາກ່ຽວກັບການ​ຂັດຂວາງຂະບວນການ​ຍຸຕິ​ທຳ ອີງ​ຕາມ
ລາຍ​ງານ​ຂ່າວ.

ທະນາຍຄວາມ ທ່ານ​ດອນ ​ແມັກ​ແກ​ນ ເຫັນຢູ່ນິວຢອກ ເປັນທີປຶກສາໃຫ້ແກ່ທຳນຽບຂາວ.
ທະນາຍຄວາມ ທ່ານ​ດອນ ​ແມັກ​ແກ​ນ ເຫັນຢູ່ນິວຢອກ ເປັນທີປຶກສາໃຫ້ແກ່ທຳນຽບຂາວ.

ທະນາຍຄວາມ​ຂອງ​ປະທານາທິບໍດີ​ທຣໍາ ທ່ານທີ ຄັອບ ບໍ່ຍອມໃຫ້ຄວາມເຫັນກ່ຽວກັບ
ລາຍງານນີ້ “​ເພື່ອ​ໃຫ້​ກຽດ​ແກ່​ຫ້ອງການທີ່​ປືກສາ​ພິ​ເສດ ​ແລະ​ຂັ້ນຕອນ ການ​ດຳ​ເນີນງານ.”

ທ່ານ​ມັລ​ເລີ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ໄອ​ຍະ​ການ​ພິ​ເສດ​ໃນ​ເດືອນ​ພຶດ​ສະພາ ຫລັງ​ຈາກ​ປະທາ
ນາທິບໍດີ​ທຣໍາ ​ໄດ້ປົດ​ຫົວໜ້າ​ອົງການ​ສັນຕິ​ບານ​ກາງ ທ່ານ​ເຈ​ມສ໌ ​ໂຄ​ມີ ຜູ້​ຊຶ່ງໃນ​ເວລາ​ນັ້ນ ​ເປັນຫົວໜ້າ​ການ​ສືບສວນກ່ຽວກັບເລື່ອງຣັດເຊຍ.

ປະທານາທິບໍດີດໍໂນລ ທຣໍາ ໂບກມື ໃນຂະນະທີ່ກຳລັງເດີນທາງໄປກອງປະຊຸມເສດຖະກິດໂລກ ທີ່ດາໂວ ສະວິດເຊີແລນ.
ປະທານາທິບໍດີດໍໂນລ ທຣໍາ ໂບກມື ໃນຂະນະທີ່ກຳລັງເດີນທາງໄປກອງປະຊຸມເສດຖະກິດໂລກ ທີ່ດາໂວ ສະວິດເຊີແລນ.

ການປົດ​ທ່ານ​ໂຄ​ມີ​ອອກ​ຈາກ​ໜ້າ​ທີ່ ​ໄດ້​ພາໃຫ້ເກີດມີ​ຄຳ​ຖາມ​ວ່າ ປະທານາທິບໍດີ​ໄດ້​ພະ
ຍາຍ​າມທີ່ຂັດ​ຂວາງ​ຂະບວນການຍຸຕິ​ທຳ​ໃນ​ການ​ສື​ບສວນຫລືບໍ່.

ລັດຖະມົນຕີຍຸຕິທໍາ ສະຫະລັດ ທ່ານແຈັຟ ແຊັສເຊີນ ກ່າວຕໍ່ກອງປະຊຸມນັກຂ່າວ.
ລັດຖະມົນຕີຍຸຕິທໍາ ສະຫະລັດ ທ່ານແຈັຟ ແຊັສເຊີນ ກ່າວຕໍ່ກອງປະຊຸມນັກຂ່າວ.

​ໃນະຂະ​ນະ​ດຽວ​ກັນ ທີມກົດໝາຍ​ຂອງ​ປະທານາທິບໍດີ​ທຣໍາ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້
​ວ່າ ພະນັກງານ​ທຳນຽບຂາວຫລາຍ​ກວ່າ 20 ຄົ​ນ ອາສາ​ສະໝັກ​ໄປໂອ້​ລົມ​ກັບ​ທ່ານ​ມັລ​
ເລີ ​ແລະຄະນະສືບສວນ​ຂອງ​ທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG