ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Robert Dudley ຫົວໜ້າຄົນໃໝ່ຂອງບີພີ


ທ່ານ ROBERT DUDLEY ຈະໄດ້ເປັນຫົວໜ້າຄົນໃໝ່
ຂອງບໍລິສັດບີພີ ຫຼັງຈາກທ່ານ TONY HAYWARD
ຫົວໜ້າຄະນະບໍລິຫານຄົນເກົ່າອອກຈາກ​ຕໍາ​ແໜ່​ງ​ໄປ​ໃນ​
ເດືອນ​ຕຸລາ.

ທ່ານ DUDLEY ຊຶ່ງມີເຊື້ອສາຍໂດຍກຳເນີດມາ​ຈາກເຂດ
ອ່າວເມັກຊິໂກນັ້ນ ຈະເປັນຄົນອະເມຣິກັນຜູ້ທຳອິດທີ່​ຈະ
ໄດ້ເປັນຫົວໜ້າຂອງບໍລິສັດບີພີ. ປັດຈຸບັນນີ້ ທ່ານເປັນ
ສະມາຊິກໃນສະພາ​ອໍາ​ນວຍ​ການ ແລະ​ໄດ້ຮັບຜິດຊອບ
ວຽກ​ງານປະຈຳວັນຂອງບໍລິສັດບີພີ ຢູ່ໃນສະຫະລັດມາຕັ້ງ
ແຕ່ບໍ່ນໍ້າມັນລະ​ເບີດໃນອ່າວເມັກຊິໂກ ທີ່ໄດ້ກາຍເປັນການຮົ່ວໄຫຼຂອງນໍ້າມັນທີ່ຮ້າຍແຮງ
ສຸດໃນປະວັດສາດຂອງສະຫະລັດ.

ຜ່ານ​ມາ ທ່ານໄດ້ເປັນປະທານ ​ແລະ​ຫົວໜ້າຄະນະບໍລິຫານຂອງບໍລິສັດ TNK-BP
ຊຶ່ງເປັນບໍລິສັດນໍ້າມັນທີ່ໃຫຍ່ອັນດັບ 3 ຂອງຣັດເຊຍ.

ກ່ອນເຂົ້າຮ່ວມບໍລິສັດ TNK-BP ນັ້ນ ທ່ານ DUDLEY ເປັນຜູ້ກຳກັບດູ​ແລ​ກິດຈະການ
ຂອງບໍລິສັດບີພີຢູ່ໃນຣັດເຊຍເຂດທະເລຄາສປຽນ ອັງໂກລາ ອາລຈີເຣຍແລະ ອີຈິບ.

ນອກນັ້ນ ທ່ານ DUDLEY ຍັງເຄີຍເປັນຜູ້ບໍລິຫານງານຂອງບໍລິສັດອາໂມໂກ ຂອງ​
ສະຫະລັດ ປະ​ຈໍາຣັດເຊຍ ກ່ອນບໍລິສັດນີ້ຈະໂຮມເຂົ້າກັນເປັນບໍລິສັດດຽວກັບບີພີນັ້ນ.

XS
SM
MD
LG