ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ ແຟຣນຊິສ ​​ຊົງທໍາ​ການ ​ບວດ​ຄຸນ​ພໍ່ 16 ອົງ ຢູ່ ບັງ​ກລາ​​ແດັສ


ພະສັນຕະປາປາ ແຟຣນຊິສ ​ໄດ້​ຊົງຖາມສະບາຍດີ ຕໍ່ປວງຊົນ ໃນຂະນະທີ່ພະອົງ ໄດ້ໄປເຖິງບ່ອນປະກອບ​ພິທີທາງສາສະໜາ ກາງແຈ້ງຄັ້ງ​ໃຫຍ່ ທີ່​ນະຄອນຫລວງ​​ດາ​ກາ (Dhaka) ຂອງ​ບັງ​ກລາ​​ແດັສ ໃນວັນທີ 1 ທັນວາ 2017.
ພະສັນຕະປາປາ ແຟຣນຊິສ ​ໄດ້​ຊົງຖາມສະບາຍດີ ຕໍ່ປວງຊົນ ໃນຂະນະທີ່ພະອົງ ໄດ້ໄປເຖິງບ່ອນປະກອບ​ພິທີທາງສາສະໜາ ກາງແຈ້ງຄັ້ງ​ໃຫຍ່ ທີ່​ນະຄອນຫລວງ​​ດາ​ກາ (Dhaka) ຂອງ​ບັງ​ກລາ​​ແດັສ ໃນວັນທີ 1 ທັນວາ 2017.

ໃນ​ວັນ​ສຸກມື້ນີ້ ພະສັນຕະປາປາ ແຟຣນຊິສ ​ໄດ້​ຊົງທໍາ​ການ​ບວດ​ຄຸນ​ພໍ່ 16 ອົງ ຢູ່
ໃນການປະກອບ​ພິທີທາງສາສະໜາ ກາງແຈ້ງຄັ້ງ​ໃຫຍ່ ທີ່​ນະຄອນຫລວງ​ຂອງ
​ບັງ​ກລາແດັສ.

ປະມານ 100,000 ຄົນ ​ໄດ້​ເຂົ້າ​ຮ່ວມ​ ໃນ​ການປະກອບພິທີທາງສາສະໜາດັ່ງ
ກ່າວ ຢູ່​ໃນ​ສວນສາທາລະນະ​ຊຸຣາວະ​ດີອຸ​ເດືອນ (Suhrawardy Udyan) ໃນ​
ນະຄອນ​ດາ​ກາ (Dhaka).

ຫລັງ​ຈາກ​ນັ້ນ ຜູ້​ນໍາ​ທາງ​ສາສະໜາໂຣມັນກາໂຕລິກ​ ມີ​ກໍານົດ​ທີ່​ຈະພົບ​ກັບອົບ​ພະຍົບ
ຊາວໂຣຮິງຢາ ທີ່​ໄດ້​ຫລົບໜີ​ຈາກ​ມຽນມາ ​ໄປ​ຢູ່​ບັງ​ກລາ​ແດັສ.

ພະ​ອົງ​ໄດ້​ຊົງ​ໃຊ້​ເວລາ​ປະພາດມຽນມາຢູ່​ສີ່​ວັນກ່ອນ​ຈະ​ຊົງ​ສະ​ເດັດ​ໄປ​ຍັງບັງ​ກລາ​ແດັສ​
ໃນ​ວັນ​ພະ​ຫັດ​ວານ​ນີ້.

ພະ​ອົງ​ຖືກ​ຕໍາໜິ​ຈາກ​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ ວ່າ​ບໍ່​ໄດ້​ເອີ່ຍ​ເຖິງ ຊາວ
ໂຣຮິງຢາ​ເປັນ​ການສະ​ເພາະເລີຍ ໃນ​ເວລາ​ທີ່​ພະ​ອົງ​ຢູ່​ໃນ​ມຽນມານັ້ນ.

ຊາວໂຣຮິງຢາເປັນຊົນກຸ່ມນ້ອຍ ທີ່ຖືກກີດກັນໃນດ້ານສິດທິຂັ້ນພື້ນຖານ ມາໄດ້
ຫຼາຍທົດສະວັດແລ້ວຢູ່ໃນປະເທດມຽນມາ ທີ່​ເປັນ​ປະ​ເທດນັບຖືສາສາໜາພຸດເປັນ
ສ່ວນໃຫຍ່ ທີ່ເບິ່ງພວກເຂົາເຈົ້າວ່າເປັນພວກຍົກຍ້າຍຖິ່ນຖານມາຈາກປະເທດ
ບັງກລາແດັສ ​ເຖິງແມ່ນວ່າ ຕາມຄວາມຈິງ​ແລ້ວ ຊາວໂຣຮິງຢາຫຼາຍໆຄອບຄົວໄດ້
ຕັ້ງຖິ່ນຖານຢູ່ໃນມຽນມາ ໄດ້ຫຼາຍຊົ່ວລຸ້ນຄົນມາແລ້ວກໍຕາມ.

ສະຖານະການຂອງພວກເຂົາເຈົ້າ ໄດ້ຮ້າຍແຮງຂຶ້ນ ຕັ້ງແຕ່ເດືອນສິງຫາ ເປັນຕົ້ນມາ ເວລາທີ່ກອງທັບຂອງມຽນມາ ໄດ້ເລີ່ມປະຕິບັດການຈູດເຜົາບ້ານ​ເຮືອນ​ທັງຫລາຍ
ຂອງຊາວໂຣຮິງຢາ ຢູ່ທີ່ລັດຣາໄຄນ໌ທາງພາກເໜືອຂອງປະເທດ ​ເພື່ອ​ເປັນການ
ຕອບໂຕ້ ຕໍ່ການໂຈມຕີປ້ອມຕຳຫຼວດຂອງມຽນມາໂດຍພວກຫົວຮຸນແຮງໂຣຮິງຢາ. ການປະຕິບັດທີ່ໂຫດຮ້າຍທາລຸນດັ່ງກ່າວ ຊຶ່ງລວມທັງ ການລາຍງານຂອງການ
ຂົ່ມຂືນໝູ່ ແລະການສັງຫານແບບບໍ່ເລືອກໜ້າ ທີ່ກໍ່ໃຫ້ເກີດ ມີການຫລັ່ງໄຫລຂອງ
ຊາວໂຣຮິງຢາ ຫຼາຍກວ່າ 620,000 ຄົນເຂົ້າໄປໃນປະເທດບັງກລາແດັສ ເຊິ່ງອົງ
ການສະຫະປະຊາຊາດ ໄດ້ໃຫ້​ຄໍາ​ເຫັນວ່າ ເປັນ “ແບບສະບັບຂອງຕົວຢ່າງ​ໃນ
ການຂ້າລ້າງຊົນຊາດຊົນເຜົ່າ.”

ພະສັນຕະປາປາ ໄດ້ຊົງກ່າວປະນາມ ການກະທຳຕໍ່ພວກຊາວໂຣຮິງຢາ ຢູ່ໃນການ
ໃຫ້ຄຳໂອວາດ ຕໍ່ມະຫາຊົນກ່ອນໜ້ານີ້ແລ້ວ ແຕ່ບັນດາທີ່ປຶກສາຂອງພະອົງ ໄດ້
ແນະນຳ ບໍ່ໃຫ້ພະອົງເວົ້າຫຍັງກ່ຽວກັບບັນຫາດັ່ງກ່າວ ໃນຂະນະທີ່ຢູ່ໃນມຽນມາ
ເພາະຢ້ານວ່າ ຈະເກີດເຫດການທີ່ບໍ່ດີຕໍ່ຊາວກາໂຕລິກ 650,000 ຄົນ ຢູ່ໃນປະເທດ
ດັ່ງກ່າວ.

ພະສັງຄະລາດ ຈອນ ຫາສານ ຈີ ຂອງມຽນມາ ໄດ້ຊົງໃຫ້ຄຳເຫັນທີ່ນອກເໜືອໄປກວ່າ
ນັ້ນ ໃນວັນພຸດຜ່ານ​ມານີ້ ໂດຍຕັ້ງຂໍ້ສົງໄສກ່ຽວກັບລາຍງານຂອງການກຳທຳໂຫດຮ້າຍ
ທາລຸນຕໍ່ຊາວໂຣຮິງຢາ ແລະຮຽກຮ້ອງ​ໃຫ້ພວກວິຈານລັດ ຖະບານ ມຽນ​ມາໃຫ້ໄປຍັງ
ສະຖານທີ່ເກີດເຫດ “ເພື່ອສຶກສາເບິ່ງຄວາມເປັນຈິງ ແລະປະຫວັດສາດ” ຂອງບັນຫາ ແລະຮຽນຮູ້ເຖິງຄວາມ​ເປັນຈິງ.

ສ່ວນໂຄສົກ ຂອງວັງວາຕິກັງ ທ່ານ ເກຣກ ເບີກ (Greg Burke) ໄດ້ກ່າວ ໃນວັນພຸດ
ມື້ວານນີ້ ວ່າ ພະສັນຕະປາປາ ແຟຣນຊິສ ບໍ່ໄດ້ສູນເສຍ “ອຳນາດສິນລະທຳ” ຂອງ
ພະອົງ ຕໍ່ບັນຫາດັ່ງກ່າວ ແລະ ໄດ້ສະເໜີແນະວ່າ ພະອົງ ອາດໄດ້ເວົ້າໄປຢ່າງກົງໄປ
ຫຼາຍແລ້ວ ໃນລະຫວ່າງການເຈລະຈາເປັນສ່ວນຕົວ ກັບຜູ້ນຳທີ່ແທ້ຈິງຂອງມຽນມາ
ທ່ານນາງ ອອງ ຊານ ຊູ ຈີ ແລະ ຜູ້ບັນຊາການກອງທັບທີ່ມີອຳນາດສູງສຸດ ທ່ານ ມິນ
ອ່ອງ ແລັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Pope Francis Asia Visit
please wait

No media source currently available

0:00 0:00:52 0:00

XS
SM
MD
LG