ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ອົງການເອັຟບີ​ໄອ ຕອບໂຕ້ ການຕໍາໜິ ຂອງ ປ. ທຣໍາ ຕໍ່ອົງການດັ່ງກ່າວ ຢ່າງແຮງ


ທ່ານ ​ຄຣິສຕົຟ​ເຟີ ​ເວຣ (Christopher Wray) ຫົວໜ້າອົງການ​ສັນຕິ​ບານ​ກາງຫລື ​ເອັຟບີ​ໄອ (FBI) ໃຫ້ການ​​ຕໍ່​ຄະນະ​ກໍາມະການ​ລັດຖະສະພາ ​​ໃນ​ວັນ​ພະຫັດ​ ທີ 07 ທັນວາ 2017
ທ່ານ ​ຄຣິສຕົຟ​ເຟີ ​ເວຣ (Christopher Wray) ຫົວໜ້າອົງການ​ສັນຕິ​ບານ​ກາງຫລື ​ເອັຟບີ​ໄອ (FBI) ໃຫ້ການ​​ຕໍ່​ຄະນະ​ກໍາມະການ​ລັດຖະສະພາ ​​ໃນ​ວັນ​ພະຫັດ​ ທີ 07 ທັນວາ 2017

ທ່ານ ​ຄຣິສຕົຟ​ເຟີ ​ເວຣ (Christopher Wray) ຫົວໜ້າອົງການ​ສັນຕິ​ບານ​ກາງ
ຫລື ​ເອັຟບີ​ໄອ (FBI) ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ປົກ​ປ້ອງ​ອົງການ​ຂອງ​ທ່ານ​ຕໍ່ການ​
ຕ້ອງ​ຕິ​ຢ່າງໜັກ​ເພີ້ມຂຶ້ນ ຈາກ​ປະທານາທິບໍດີ ດໍ​ໂນ​ລ ທຣໍາ ໂດຍ​ເວົ້າວ່າ ພະນັກ
ງານ​ຂອງ​ອົງການເອັຟບີ​ໄອ ແມ່ນ​ໄດ້​ຮັບ "ການ​ນັບຖື ​ແລະ​ຍົກຍ້ອງ" ຈາກ​ອົງການ​
ປະຕິບັດ​ກົດໝາຍທັງຫລາຍ ຢູ່​ທົ່ວ​ປະ​ເທດ ​ແລະ​ທົ່ວ​ໂລກ.

ຄໍາ​ເຫັນ​ຂອງທ່ານ ​ເວຣ ​ທີ່​ໄດ້​ກ່າວ​ ຢູ່​ໃນ​ເວລາ​ທີ່​ທ່ານໃຫ້ການ​ຢູ່​ຕໍ່​ຄະນະ​ກໍາມະການ
​ລັດຖະສະພາ ​ແມ່ນ​ເພື່ອເປັນ​ການຕອບ​ໂຕ້​ ຕໍ່ຄໍາ​ເຫັນ​ຂອງ​ທ່ານ​ທຣໍາ ທີ່​ຂຽນລົງ​ຢູ່​ໃນ
ທວີ​ດ​ເທີ (Tweeter) ຂອງ​ທ່ານ​ທຣໍາ ​ໃນ​ວັນ​ອາທິດ​ຜ່ານ​ມາ​ວ່າ ອະ​ດີດ​ຫົວໜ້າອົງ
ການ​ເອັຟບີ​ໄອ (FBI) ທ່ານ ​ເຈ​ມສ໌ ​ໂຄ​ມີ (James Comey) ​ປ່ອຍປະ​ໃຫ້​ຊື່ສຽງ
ຂອງ​ອົງການ​ດັ່ງກ່າວ​ໃຫ້​ຢູ່​ໃນ "ສະພາບ​ເຊື່ອມ​ເສຍໜັກ."

ທ່ານ​ທຣໍາ ຂຽນລົງ​ຢູ່​ໃນທວີ​ດ​ເທີ (Tweeter) ວ່າ “ພາຍຫລັງ​ທີ່ໂຄ​ມີ ບໍລິຫານ​ເອັຟບີ​ໄອ
(FBI) ມາ​ໄດ້​ຫລາຍ​ປີ ​ໂດຍ​ທີ່ມີ​ການ​ຂີ້ຕົວະ ​ແລະການ​ສອບ​ສວນ​ນາງຄລິນ​ຕັນ
(Clinton) ທີ່​ບິດ​ເບືອນ​ຄວາມ​ຈິງ ​ໄດ້​ເຮັດ​ໃຫ້​ຊື່ສຽງຂອງ​ອົງການ​ດັ່ງກ່າວ​ເຊື່ອມ​ເສຍ​
ຢ່າງໜັກ ຂີ້ຮ້າຍ​ທີ່​ສຸດ​ໃນ​ປະຫວັດສາດ! ​ແຕ່​ບໍ່ຕ້ອງ​ຢ້ານ, ພວກ​ເຮົາ​ຈະ​ນໍາ​ເອົາ​ຊື່ສຽງ
ດີ​ທີ່​ສຸດ ​ໃຫ້ອົງການ​ນັ້ນກັບ​ຄືນມາອີກ."

​ໃນຂະນະ​ທີ່​ທ່ານ​ບໍ່​ໄດ້ຕອບ​ໂຕ້​ຄືນ​ຢ່າງ​ແຮງ​ໂດຍ​ກົງ ຕໍ່ຄໍາ​ເວົ້າດັ່ງກ່າວທີ່​ຂຽນ​ຢູ່​ໃນ
ທວີ​ດ​ເທີ ທ່ານ​ເວຣ ​ໄດ້​ຕອບ​ຄືນດ້ວຍອາລົມ​ຮ້ອນ​ແຮງ​ເພື່ອປົກ​ປ້ອງ​ອົງການດັ່ງກ່າວ
ວ່າ ​ເປັນ​ອົງການທີ່​ມີ​ພະນັກງານ "​ເຮັດ​ວຽກຈົນ​ເງີຍຫົວ​ບໍ່ຂຶ້ນ" ​ເພື່ອ​ຮັກສາ​ຄວາມ​
ປອດ​ໄພ​ໃຫ້​ແກ່​ຊາວ​ອາ​ເມຣິກັນ ບໍ່ໃຫ້​ມີ​ໄພ​ນາບຂູ່​ຈາກ​ການກໍ່ການ​ຮ້າຍ ​ແລະການ
ນາບ​ຂູ່ປະ​ເພດ​ອື່ນໆ."

ທ່ານ​ເວຣ ​ໄດ້​ກ່າວ​ຕໍ່ສະມາຊິກ​ກໍາມະການຍຸຕິ​ທໍ​າຂອງ​ສະພາຕໍ່າວ່າ "ອົງການ​ເອັຟບີ
​ໄອ ທີ່​ຂ້າພະ​ເຈົ້າ​ເຫັນ​ກໍ​ຄື ມີ​ຄົນ​ຫລາຍ​ສິບ​ພັນ​ຄົນ​ທີ່​ມີ​ທັງ​ຍິງ​ ​ແລະ​ຊາຍ​ທີ່​ກ້າຫານ ​ໄດ້
​ເຮັດ​ວຽກໜັກທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ເພື່ອ​ເຮັດ​ໃຫ້​ຄົນ​ທີ່​ພວກ​ເຂົາ​ບໍ່​ເຄຍຮູ້​ມາ​ກ່ອນ​ໃຫ້
​ມີ​ຄວາມ​ປອດ​ໄພ​ຈາກ​ການ​ຖືກ​ທໍາຮ້າຍ."

FBI Chief Defends Agency Following Sharp Criticism by Trump
please wait

No media source currently available

0:00 0:02:22 0:00

ທ່ານກ່າວ​ເພີ້ມອີກ​ວ່າ "ອົງການ​ເອັຟບີ​ໄອ ທີ່​ຂ້າພະ​ເຈົ້າ​ເຫັນ​ກໍ​ຄື ​ເປັນ​ອົງການ​ທີ່​ໄດ້​ຮັບ
ການ​ນັບຖື ​ແລະ​ຍົກຍ້ອງຈາກ​ເພື່ອນ​ຮ່ວມ​ງານ ​ຢູ່​ໃນ​ວົງ​ການ ​ຂອງ​ກໍາລັງປະຕິບັດ​ກົດ
ໝາຍໃນ​ລະດັບ​ລັດຖະບານ​ກາງ, ລະດັບ​ລັດ ​ແລະ​ລະດັບ​ທ້ອງ​ຖິ່ນ, ຢູ່​ໃນປະຊາ​ຄົມສືບ​
ລັບ, ຈາກ​ຄູ່​ຮ່ວ​ມ​ງານຂອງ​ຕ່າງປະ​ເທດ ທີ່​ທັງ​ຢູ່​ໃນ​ວົງ​ການ ຂອງ​ພວກ​ປະຕິບັດກົດໝາຍ
​ແລະ​ຮັກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດ ທີ່​ມີ​ປະມານ​ວ່າ 200 ປະ​ເທດ ​ຢູ່ໃນ​ທົ່ວ​ໂລກ."

ຄໍາ​ໃຫ້ການ​ຂອງ​ທ່ານ​ເວຣຕໍ່ໜ້າກໍາມະການ​ຍຸຕິ​ທໍາ​ ​ໄດ້​ເປັນ​ຂີດໝາຍຂອງ​ການ​ໄປ​ປາ
ກົດ​ຕົວ​ຢູ່​ໃນ​ລັດຖະສະພາ​ຂອງ​ທ່ານ​ເປັນຄັ້ງທໍາ​ອິດ ນັບ​ແຕ່​ທ່ານ​ໄດ້ໄປສາບານ​ຕົວ​ໃນ​
ເວລາຂຶ້ນ​ເປັນ​ຫົວໜ້າອົງການ​ເອັຟບີ​ໄອ ​ໃນ​ເດືອນ​ສິງຫາ​ຜ່ານ​ມານັ້ນ. ທ່ານ​ທຣໍາ ​ໄດ້
​ແຕ່ງຕັ້ງ​ໃຫ້​ທ່ານ​ເວຣກໍາ​ຕໍາ​ແໜ່ງດັ່ງກ່າວ​ພາຍຫລັງ​ທີ່​ໄດ້​ປົດທ່ານ​ໂຄ​ມີ​ອອກຈາກ​ຕໍາ
​ແໜ່ງ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ​ຍ້ອນເລື່ອງກາ​ນສອບ​ສວນ​ຂອງ​ອົງການດັ່ງກ່າວ
ໃນບັນຫາ​ການ​ແຊກ​ແຊງ​ຂອງຣັດ​ເຊຍ​ເຂົ້າ​ໃນການ​ເລືອກ​ຕັ້ງ​ໃນ​ປີ 2016.

ທ່ານ​ນາງ ຊາຣາ ຮັກ​ກາ​ບີ ​ແຊນ​ເດີ (Sarah Huckabee Sanders) ​ໂຄສົກ​ປະ​ຈໍາ​
ທໍານຽບຂາວ ​ໄດ້ໂຕ້​ຕອບ​ຕໍ່ຄໍາ​ເຫັນ​ຂອງ​ທ່ານ​ເວຣ ທີ່​ຫາ​ທາງ​ເຮັດ​ໃຫ້​ຄໍາກ່າວ​ໂຈມ​ຕີ
​ຄັ້ງຫລ້າ​ສຸດຂອງທ່ານ​ທຣໍາ ຕໍ່ອົງການເອັຟບີ​ໄອ ບໍ່ໃຫ້​ຂາດຄວາມສໍາຄັນນັ້ນ ​ໂດຍ
​ເວົ້າວ່າ "ບັນຫາ​ທີ່​ປະທານາທິບໍດີ​ເວົ້າໄປນັ້ນ ​ແມ່ນ​ເວົ້າ​ໃຫ້​ແກ່ບັນດາ​ຜູ້​ນໍາ​ທາງ​ການ
​ເມືອງຢູ່​ໃນເອັຟບີ​ໄອ ​ທີ່ຢູ່​ພາຍ​ໃຕ້​ການ​ບໍລິຫານ ​ຂອງທ່ານ​ໂຄ​ມີ ​ອະດີດ​ຫົວໜ້າອົງ
ການດັ່ງກ່າວ ເວົ້າສະ​ເພາະກໍ​ຄື ພວກ​ທີ່​ຫລິ້ນການ​ເມືອງ ​ໃນການ​ສືບສວນ​ເລື່ອງ
​ອີ​ແມລຂອງ​ທ່ານ​ນາງ ຮີ​ລລາຣີ ຄລິນ​ຕັນ (Hillary Clinton)."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG