ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Ominous ແປວ່າ ເປັນລາງຮ້າຍ ຫຼື ເປັນລາງທີ່ບໍ່ດີ


ຮຽນຄໍາສັບພາສາອັງກິດໃນຂ່າວ Ominous ແປວ່າ ເປັນລາງຮ້າຍ ຫຼື ເປັນລາງທີ່ບໍ່ດີ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

More than 100 Nigerian school girls were taken from their school in February by the Boko Haram extremist group.

ເດັກນ້ອຍນັກຮຽນ​ຍິງ​ຊາວ​ໄນ​ຈີ​ເຣຍຫຼາຍກວ່າ 100 ​ຄົນ ຖືກ​ຈັບ​ອອກ​ຈາກ​ໂຮງຮຽນຂອງພວກເຂົາເຈົ້າ​ໃນ​ເດືອນ​ກຸມພາ​ ​ໂດຍພວກ​ກຸ່ມ​ຫົວ​ຮຸນ​ແຮງ ໂບໂກ ຮາຣາມ (Boko Haram).

OMINOUS: OMINOUS

One month later, the fighter group drove into the town of Dapchi and returned most of the girls to the center of the town.

ນຶ່ງ​ເດືອນ​ຕໍ່​ມາ, ກຸ່ມ​ນັກ​ຕໍ່ສູ້​ດັ່ງກ່າວໄດ້​ຂັບ​ລົດ​ເຂົ້າ​ໄປ​ໃນ​ເມືອງ ດັບຊີ (Dapchi) ແລະ​ໄດ້​ສົ່ງ​ຄືນ​ເດັກ​ຍິງ​ສ່ວນ​ໃຫຍ່​ເຫຼົ່ານັ້ນລົງຢູ່​ໃຈ​ກາງ​ຂອງ​ຕົວ​ເມືອງ.

The group left with an ominous warning to never put girls in school again. The girl’s families celebrated their release.

ກຸ່ມ​ດັ່ງກ່າວໜີອອກໄປດ້ວຍ​ຄຳ​ເຕືອນ​ທີ່ເປັນລາງ​ບໍ່​ດີ ​ທີ່ບໍ່​ໃຫ້​ເດັກຍິງເຫຼົ່ານັ້ນ​ເຂົ້າ​ໂຮງຮຽນ​ອີກ. ບັນດາຄອບຄົວຂອງເດັກຍິງ ພາກັນສະເຫຼີມສະຫຼອງການຖືກປ່ອຍໂຕຂອງພວກເຂົາເຈົ້າ.

Ominous is an adjective that describes the feeling that something bad or terrible is going to happen.

Ominous ແມ່ນຄໍາຄຸນນາມ ທີ່ອະທິບາຍເຖິງຄວາມຮູ້ສຶກກ່ຽວກັບບາງສິ່ງທີ່ບໍ່ດີ ຫຼື ຮ້າຍແຮງກໍາລັງຈະເກີດຂຶ້ນ.

To give an ominous warning is to threaten someone.

ການ​ໃຫ້​ຄຳ​ເຕືອນ​ທີ່ເປັນລາງ​ບໍ່​ດີ ​ແມ່ນ​ການ​ຂົ່ມຂູ່ຕໍ່​ຜູ້​ໃດ​ຜູ້​ນຶ່ງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG